Bitcoin ລາຄາທະລຸ 40.000 ໂດລາເປັນທີ່ຮຽບຮ້ອຍ! ມູນຄ່າຕະຫຼາດລວມເງິນຄຣິບໂຕຕອນນີ້ສູງກວ່າ 1 ລ້ານລ້ານໂດລາ


ຕ້ອງບອກວ່າ Bitcoin ຍັງຄົງຮ້ອນແຮງມາເລື້ອຍໆຕັ້ງແຕ່ທ້າຍປີທີ່ຜ່ານມາ ຫຼ້າສຸດ ໂດຍໃນຊ່ວງວັນພະຫັດທີ 7 ທີ່ຜ່ານມາ ລາຄາຂອງບິດຄອຍມີລາຄາສູງກວ່າ 40.000 ໂດລາສະຫະລັດເປັນຄັ້ງທຳອິດເປັນທີ່ຮຽບຮ້ອຍ ຈາກນັ້ນລາຄາກໍປັບລົງມາ ແລະ ໃນຄືນວັນສຸກທີ 8 ມັງກອນ ກໍກັບມາສູງຂຶ້ນອີກຄັ້ງ ໂດຍມີລາຄາຊື້ຂາຍສູງສຸດຫຼາຍກວ່າ 41.000 ໂດລາສະຫະລັດ

ລາຄາບິດຄອຍທີ່ມາເຖິງ 40.000 ໂດລາສະຫະລັດນີ້ ເຮັດໃຫ້ມູນຄ່າບິດຄອຍລວມທັງຕະຫຼາດມີຫຼາຍກວ່າ 7 ແສນລ້ານໂດລາ ແລະ ເຮັດໃຫ້ມູນຄ່າລວມຂອງເງິນຄຣິບໂຕທັງຕະຫຼາດສູງກວ່າ 1 ລ້ານລ້ານໂດລາ ເປັນຄັ້ງທຳອິດອີກດ້ວຍ

ແລະ ມູນຄ່າລວມຂອງເງິນຄຣິບໂຕສະກຸນອື່ນຕ່າງປັບຂຶ້ນເຊັ່ນກັນ ໂດຍ Ethereum ມີມູນຄ່າຫຼາຍກວ່າ 1.4 ແສນລ້ານໂດລາ, Tether 2.2 ໝື່ນລ້ານໂດລາ, Litecoin 1.1 ໝື່ນລ້ານໂດລາ ແລະ Bitcoin Cash 8 ພັນລ້ານໂດລາ

ທີ່ມາ: https://www.blognone.com/node/120458