ວົງ GOT7 ຕັດສິນໃຈບໍ່ຕໍ່ສັນຍາກັບຄ້າຍ JYP ທັງ 7 ຄົນ ໂດຍງານ Golden Disc Awards 2021 ເປັນກິດຈະກໍາສຸດທ້າຍຂອງວົງ


ເປັນອີກຂ່າວໃຫຍ່ຂອງວົງການເພງເກົາຫຼີ ທີ່ແຟນໆຕ່າງກໍພາກັນເສຍໃຈ ແລະ ເສຍດາຍ ທີ່ວົງຊື່ດັງຢ່າງ GOT7 ສິ້ນສຸດການຕໍ່ສັນຍາຢ່າງເປັນທາງການ, ເພາະສະມາຊິກທຸກຄົນພາຍໃນວົງດັ່ງກ່າວຕ່າງກໍພາກັນໄປຫາປະສົບການໃໝ່ໆມີເສັ້ນທາງເປັນຂອງຕົນເອງ.

ເຊິ່ງທາງເວັບໄຊ Dispatch ກໍໄດ້ອອກມາລາຍງານເຖິງເສັ້ນທາງໃນອະນາຄົດຂອງ 7 ໜຸ່ມ ໂດຍແຫຼ່ງຂ່າວໃກ້ຊິດໄດ້ເປີດເຜີຍວ່າແຕ່ລະຄົນອາດຈະມີທິດທາງຕໍ່ໄປຄື:

  • Mark: ວາງແຜນກັບໄປອາເມຣິກາ ໃຊ້ເວລາຢູ່ກັບຄອບຄົວ ແລະ ຈະມີເປີດຊ່ອງ YouTube ກັບງານດ່ຽວທີ່ປະເທດອາເມຣິກາ.
  • JB: ກຽມໂຕເລີ່ມຕົ້ນໃໝ່ໃນຖານະສີລະປິນດ່ຽວ ໄດ້ຮັບຂໍ້ສະເໜີຈາກຄ້າຍເພງລະດັບໂລກ.
  • Jackson: ຍັງເຮັດວຽກໃນຈີນ ແລະ ເກົາຫຼີໃຕ້ ເຊິ່ງມີທີມງານທີ່ປະເທດຈີນຢູ່ແລ້ວ ສ່ວນທີ່ເກົາຫຼີໃຕ້ ຈະດໍາເນີນການຜ່ານເອເຈນຊີ່.
  • Jinyoung: ຈະເລີ່ມຕົ້ນສູ່ເສັ້ນທາງນັກສະແດງ ຄາດວ່າຈະຮ່ວມກັບຄ້າຍ BH Entertainment.
  • Youngjae: ໄດ້ຮັບຂໍ້ສະເໜີຕ່າງໆຈາກ Sublime Artist.
  • Yugyeom: ມີຂ່າວລືວ່າຈະໄປຢູ່ຄ້າຍ HIPHOP ຂອງ AOMG ຄ້າຍຂອງ Jay Park.
  • Bambam: ຈະເຮັດວຽກທີ່ປະເທດໄທ ແລະ ເກົາຫຼີ ໄປພ້ອມໆກັນ ເຊິ່ງໃນຂະນະນີ້ມີການເບິ່ງສັນຍາກັບທາງ MAKEUS Entertainment.

ແລະ ໃນວັນທີ 10 ມັງກອນ 2021 ວົງ GOT7 ກໍໄດ້ເຮັດກິດຈະກຳຮ່ວມກັນຄັ້ງສຸດທ້າຍຄື ເຂົ້າຮ່ວມງານ Golden Disc Awards ຄັ້ງທີ 35 ເຊິ່ງກໍໄດ້ຄວ້າຮາງວັນ Best Album (Bonsang) ຈາກງານໄປໄດ້ ພ້ອມເຮັດການສະແດງຮ່ວມກັນໃນເພງ Not By The Moon  ແລະ ເພງ Breath ກາຍເປັນເວທີປິດທ້າຍຢ່າງສວຍງາມ ຕະຫຼອດ 7 ປີທີ່ຜ່ານມາ.

ເບິ່ງການສະແດງໄດ້ທີ່:

ນອກຈາກນີ້ແລ້ວ ສະມາຊິກທຸກຄົນພາຍໃນວົງກໍໄດ້ຮ່ວມໃຈພ້ອມກັນລົງຮູບໃນອິນສະຕາແກຣມສ່ວນຕົວຂອງຕົນເອງ ແລະ ຕິດແຮສແທັກ #GOT7FOREVER ເຮັດໃຫ້ແຟນໆຮ່ວມກັນຕິດແຮສແທັກດັ່ງກ່າວໃນທະວິດເຕີ ຈົນຕິດອັນດັບເທຣນໄປທົ່ວໂລກ.

GOT7 ເດບິວຄັ້ງທຳອິດໃນເດືອນມັງກອນ ປີ 2014 ກັບອາລະບ້ຳທີ່ມີຊື່ວ່າ Got It? ຫຼັງຈາກນັ້ນກໍຍັງມີຜົນງານເພງຮິດອີກຫຼາກຫຼາຍ ເຊັ່ນ Look, Just right, Hard carry, If You Do ພ້ອມນັ້ນກໍຍັງໄດ້ທົວຄອນເສີດໃນຫຼາຍໆປະເທດ ກາຍເປັນອີກວົງໜຶ່ງທີ່ມີຊື່ສຽງໃນລະດັບໂລກ.

ທີ່ມາ:

https://web.facebook.com/1509238526042471/posts/2603625159937130/?sfnsn=mo&_rdc=1&_rdr

https://music.trueid.net/detail/gdBJxL7EG61d

https://www.dispatch.co.kr/2123648?fbclid=IwAR00iUha8usmKbD-C0U94MKY4OCULy6tpoMEplIwA1gSXUYQdJklrxmfEiE#_DYAD