Budsweiser ສະຫຼອງ Messi ທຳລາຍສະຖິຕິ! ສົ່ງເບຍຟຣີໃຫ້ຜູ້ຮັກສາປະຕູທີ່ເຄີຍຖືກເມດຊິຍິງ


ຫຼັງຈາກ Lionel Messi ຊູເປີສະຕາຊາວອາເຈນຕິນາສົ່ງບານເຂົ້າຕາຂ່າຍໃນເກມທີ່ບາເຊໂລນາເອົາຊະນະ ເຣອັລ ບາຍາໂດລິດ ໄປດ້ວຍຄະແນນ 3-0 ເຮັດໃຫ້ລາວກາຍເປັນນັກເຕະທີ່ເຮັດປະຕູໄດ້ເຖິງ 644 ປະຕູກັບສະໂມສອນດຽວ ແຊງໜ້າເຈົ້າຂອງສະຖິຕິເກົ່າ ຜູ້ເປັນຕຳນານຂອງໂລກຢ່າງ ເປ່ເລ່ (Pele) ແລະ ເພື່ອສະເຫຼີມສະຫຼອງຄວາມຍິ່ງໃຫຍ່ ບັດໄວເຊີ (Budweiser) ແບຣນເຄື່ອງດື່ມແອວກໍຮໍສັນຊາດອາເມຣິກາ ຈຶ່ງຮ່ວມສະເຫຼີມສະຫຼອງຄວາມສຳເລັດຄັ້ງນີ້ດ້ວຍການສົ່ງເບຍໄປໃຫ້ຜູ້ຮັກສາປະຕູທຸກຄົນທີ່ເຄີຍຖືກເມດຊິຍິງປະຕູ.

ເມດຊີ ນັກເຕະໃນຕຳນານອາຍຸ 33 ປີ ທີ່ຜ່ານການຄວ້າແຊັ້ມລາລີກາກັບບາເຊໂລນາ ມາ 10 ຄັ້ງ Champion League 4 ສະໄໝ ແລະ ຖ້ວຍ FIFA World Cup ອີກ 3 ສະໄໝ ຕະຫຼອດໄລຍະເວລາແຫ່ງການລົງສະໜາມ ດາວເຕະຄົນນີ້ເຮັດຄະແນນຈາກຜູ້ຮັກສາປະຕູທີ່ດີທີ່ສຸດໃນໂລກມາແລ້ວຫຼາຍຄົນ, Budweiser ຈຶ່ງມອບຂອງຂວັນພິເສດເພື່ອເປັນກຽດແກ່ຄວາມສຳເລັດ ພ້ອມກັບເຜີຍແຜ່ວີດີໂອ ແລະ ພາບເມດຊີນັ່ງຢູ່ເທິງບັນລັງ ເວົ້າວ່າ “ໃນການແຂ່ງຂັນບໍ່ມີປະຕູໃດໄດ້ມາງ່າຍໆ” ຈົນເປັນທີ່ແຜ່ຫຼາຍໃນທະວີດເຕີ.

Budweiser ປະກາດສົ່ງເບຍຮຸ່ນພິເສດຈຳນວນ 644 ແກ້ວ ຕາມຈຳນວນປະຕູທີ່ເມດຊິຍິງໄດ້ ໄປໃຫ້ຜູ້ຮັກສາປະຕູ 160 ຄົນ ທີ່ເຄີຍຖືກເມດຊິຍິງປະຕູໃສ່ ເຊິ່ງໃນຈຳນວນນີ້ລວມເຖິງ ຈິອານລຸຍຈິ ບຸຟຟອນ (Gianluigi Buffon) ຕຳນານຂອງອີຕາລີ ແລະ ຍູເວນຕຸສ ທີ່ເຄີຍຖືກເມດຊິຍິງປະຕູຄັ້ງທຳອິດໃນປີ 2017 ລະຫວ່າງຮອບແຂ່ງກຸ່ມຂອງທົວນາເມັນ ຢູຟາ ແຊມປຽນລີກ.

ບຸຟຟອນ ກ່າວເຖິງກໍລະນີດັ່ງກ່າວໃນທະວີດເຕີສ່ວນຕົວ ຫຼັງໄດ້ຮັບເບຍວ່າ “ຂອບໃຈສຳລັບເບຍ ຂ້ອຍຈະຖືເປັນຄຳຍ້ອງເດີ ພວກເຮົາມີການຕໍ່ສູ້ທີ່ຍິ່ງໃຫຍ່ໃນຕະຫຼອດຫລາຍປີທີ່ຜ່ານມາ ຂໍສະແດງຄວາມຍິນດີກັບເມດຊີທີ່ທຳລາຍສະຖິຕິ 644 ປະຕູນຳ ມັນເປັນຄວາມສຳເລັດທີ່ບໍ່ໜ້າເຊື່ອແທ້ໆ”

ນອກຈາກນີ້ ຍັງມີຜູ້ຮັກສາປະຕູລະດັບໂລກອີກຫຼາຍຄົນທີ່ຈະໄດ້ຮັບເບຍຂວດພິເສດນີ້ເຊັ່ນກັນ ບໍ່ວ່າຈະເປັນ David De Gea ແຫ່ງແມນເຊດເຕີ ຢູໄນເຕັດ, Jan Oblack ແຫ່ວແອດເລຕິໂກ ມາດຣິດ ແລະ Iker Casillas ຕຳນານເຣອັລມາດຣິດ ຄູ່ແຂ່ງສຳຄັນຂອງບາເຊໂລນາ ທີ່ໄດ້ຮັບເບຍໄປເຖິງ 17 ແກ້ວ ສ່ວນຜູ້ຮັກສາປະຕູທີ່ກຽມຮັບເບຍຟຣີຫຼາຍທີ່ສຸດຄື Diego Alves ຊາວບຣາຊິວ ທີ່ຈະໄດ້ຮັບໄປທັງໝົດ 21 ແກ້ວ.

ເຊິ່ງງານນີ້ບໍ່ວ່າຜູ້ຮັກສາປະຕູທັງຫຼາຍທີ່ໄດ້ຮັບເບຍ ຄວນຈະດີໃຈຫຼືເສຍໃຈດີ.

ທີ່ມາ: