ລາຄາຫຼຽນ Ethereum ທະລຸກວ່າ 1300 ໂດລາ ເປັນຄັ້ງທຳອິດໃນຮອບຫຼາຍປີ


ຕ້ອງບອກວ່າລາຄາຫຼຽນອັນດັບ 2 ຂອງໂລກນີ້ຈະມີລາຄາທີ່ເພີ່ມຂຶ້ນ ຈາກໃນຊ່ວງມື້ວັນທີ 10 ມັງກອນ ທີ່ຜ່ານມາ ໂດຍລາຄາຂອງມັນນັ້ນໄດ້ທະຍານຂຶ້ນທະລຸກວ່າ 1300 ໂດລາສະຫະລັດໄປແລ້ວ (ອີງຕາມອັດຕາເງິນຈາກ Morningstar ວັນທີ 11 ມັງກອນ)

ລາຄາ ETHTHB ຈາກ TradingView

ຈາກກຣາຟ Ethereum (ETH) ຈາກ TradingView ເຜີຍໃຫ້ເຫັນລາຄາຫຼຽນ ETH ເທິງເວັບໄຊ Bitkub ນັ້ນເຫັນວ່າທະລຸກວ່າ 1300 ໂດລາເປັນແລ້ວ ແລະ ສືບຕໍ່ໄຕ່ໄປຮອດ 1352 ໂດລາສະຫະລັດ ໂດຍລາຄານັ້ນໄດ້ເພີ່ມຫຼາຍກວ່າ 10% ຈາກໃນຊ່ວງ 24 ຊົ່ວໂມງ ຂອງເວລາປະມານ 10.00 ໂມງເຊົ້າວັນທີ 9 ເຖິງວັນທີ 10 ມັງກອນ.

ອີງຕາມການລາຍງານຂອງເວັບໄຊ Siam Blockchain ລະບຸວ່າ ການເພີ່ມຂຶ້ນຂອງລາຄາຫຼຽນ  ETH ດັ່ງກ່າວນີ້ເບິ່ງຄືວ່າຈະເກີດຂຶ້ນຫຼັງຈາກທີ່ລາຄາ Bitcoin ນັ້ນໄດ້ທະຍານຮອດ 40.000 ໂດລາໄປແລ້ວ ແຕ່ກໍເລີ່ມທີ່ຈະມີການພັກຕົວເລັກໜ້ອຍ ແລະ ນັ້ນເອງສົ່ງຜົນເຮັດໃຫ້ນັກເທຣດເລີ່ມທີ່ຈະເອົາກຳໄລໄປລົງທຶນໃນຫຼຽນ altcoin ອື່ນໆຕໍ່ ແລະ ETH ກໍເປັນໜຶ່ງໃນນັ້ນດ້ວຍ.

ກ່ອນໜ້ານີ້ເມື່ອວັນທີ 31 ທັນວາ 2020 ທີ່ຜ່ານມາ ສອງອ້າຍນ້ອງ Winklevoess ຫຼື ຜູ້ທີ່ເຄີຍຟ້ອງຮ້ອງ Facebook ຈົນສຳເລັດມາແລ້ວໄດ້ອອກມາກ່າວວ່າ “ການຊື້ Ethereum ໃນຂະນະນັ້ນກໍບໍ່ຕ່າງຈາກການຊື້ Bitcoin ໃນລາຄາທີ່ຖືກກວ່າ 50% ໂດຍໃນຂະນະນັ້ນລາຄາຂອງ Ethereum ຍັງຄົງຢູ່ທີ່ລະດັບ 760 ໂດລາສະຫະລັດເທົ່ານັ້ນ.

ເຖິງແມ່ນວ່າລາຄາຂອງຫຼຽນ ETH ຈະມີເປີເຊັນໃນການເພີ່ມຂຶ້ນທີ່ຫຼາຍກວ່າລາຄາຂອງຫຼຽນ BTC ກໍຕາມ ແຕ່ລາຄາ ETH ກໍຍັງຫ່າງໄກຈາກຈຸດສູງສຸດຂອງມັນໃນເດືອນມັງກອນ 2018 ທີ່ 1480 ໂດລາສະຫະລັດ ຕ່າງຈາກລາຄາຂອງ Bitcoin ໃນຕອນນີ້ທີ່ໄດ້ທະລຸຈຸດສູງສູດເກົ່າໄປແລ້ວ.

ເຊິ່ງກໍຕ້ອງເບິ່ງແລະຕິດຕາມຕອນຕໍ່ໄປວ່າ ລາຄາຂອງ ETH ນັັ້ນຈະແລ່ນທະຍານຂຶ້ນທຳລາຍຈຸດສູງສຸດເກົ່າ ໃນອະນາຄົດໄດ້ຫຼືບໍ່.

ທີ່ມາ: https://siamblockchain.com/2021/01/10/ethereum-now-above-40000-thb/