ໜ່ວຍງານດ້ານຢາແຫ່ງສະຫະພາບເອີຣົບ ກຽມອະນຸມັດໃຊ້ວັກຊີນໂຄວິດ-19 ຂອງ Moderna


ວັກຊີນປ້ອງກັນໂຄວິດ-19 ຂອງໂມເດີນາກາຍເປັນວັກຊີນຕົວທີ 2 ທີ່ໄດ້ຮັບຄຳແນະນຳໃຫ້ອະນຸມັດໃຊ້ງານຈາກໜ່ວຍງານດ້ານຢາຂອງສະຫະພາບເອີຣົບ.

ວັນທີ 6 ມັງກອນ 2021 ສຳນັກງານດ້ານການແພດຂອງສະຫະພາບເອີຣົບ (EMA) ໄດ້ແນະນຳໃຫ້ອະນຸມັດໃຊ້ງານວັກຊີນປ້ອງກັນໂຄວິດ-19 ຈາກໂມເດີນາ (Moderna) ສຳລັບຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ແລະ ຄາດວ່າຈະໄດ້ຮັບອະນຸມັດຢ່າງເປັນທາງການໃນຂັ້ນຕອນສຸດທ້າຍໄວໆນີ້ ເຮັດໃຫ້ Moderna  ໄດ້ກາຍເປັນຜູ້ຜະລິດວັກຊີນລາຍທີ 2 ຕໍ່ຈາກ ໄຟເຊີ (Pfizer) ແລະ ໄບໂອເອັນເທັກ (BioNTech) ທີ່ທາງໜ່ວຍງານໃຫ້ຄວາມເຫັນໃນການກະຈາຍວັກຊີນສູ່ 27 ຊາດສະມາຊິກ.

ຈາກຖະແຫຼງການລະບຸວ່າ ໃນການທົດສອບວັກຊີນຕົວນີ້ໃນຕົວມະນຸດ ພົບວ່າມີປະສິດທິພາບໃນການປ້ອງກັນການເກີດອາການປ່ວຍຂອງໂຣກໂຄວິດ-19 ຢູ່ທີ 94.1% ໂດຍໃນຜູ້ທີ່ໄດ້ຮັບວັກຊີນແທ້ລະຫວ່າງການທົດສອບທັງໝົດ 14.134 ລາຍ ມີ 11 ລາຍທີ່ມີອາການປ່ວຍ ສ່ວນອີກກຸ່ມໜຶ່ງທີ່ໄດ້ຮັບວັກຊີນຕົວະ 14.073 ລາຍ ມີ 185 ລາຍທີ່ມີອາການປ່ວຍ.

ທີ່ຜ່ານມາ ທາງ EU ໄດ້ມີການສັ່ງຈອງວັກຊີນຈາກໂມເດີນາແລ້ວ 160 ລ້ານໂດສ ເມື່ອນຳໄປລວມກັບວັກຊີນຂອງໄຟເຊີ-ໄບໂອເອັນເທັກ ທີ່ສັ່ງຊື້ໄວ້ 300 ລ້ານໂດສ ແລະ ເລີ່ມສັກວັກຊີນໃຫ້ປະຊາກອນໃນຊາດສະມາຊິກໄປແລ້ວຈະເຮັດໃຫ້ສະຫະພາບເອີຣົບ ມີວັກຊີນທີ່ພ້ອມສີດແລ້ວທັງໝົດ 460 ລ້ານໂດສ ເຊິ່ງພຽງພໍຕໍ່ການສັກໃຫ້ປະຊາກອນ 230 ລ້ານຄົນ ຈາກທັງໝົດ 448 ລ້ານຄົນ.

ການທີ່ວັກຊີນຂອງໂມເດີນາ ສາມາດເກັບຮັກສາແບບແຊ່ແຂງທີ່ອຸນຫະພູມ -20 ອົງສາເຊວຊຽດ ເຮັດໃຫ້ມີການຄາດການວ່າຈະສາມາດກະຈາຍສູ່ຊາດສະມາຊິກໄດ້ສະດວກຍິ່ງຂຶ້ນ ເນື່ອງຈາກທີ່ຜ່ານມາ ວັກຊີນຂອງໄຟເຊີຈຳເປັນຕ້ອງເກັບຮັກສາທີ່ອຸນຫະພູມ -70 ອົງສາເຊວຊຽດ ເຮັດໃຫ້ຂະບວນການຂົນສົ່ງຫຼ້າຊ້າລົງ ເນື່ອງຈາກອຸປະກອນທີ່ໃຊ້ກັກເກັບໃນອຸນຫະພູມທີ່ລະດັບຕ່ຳນັ້ນຍັງຄົງມີຈຳກັດຢູ່.

ທີ່ມາ: https://web.facebook.com/workpointTODAY/photos/a.153956988306921/1507805916255348/