ປະຊາຊົນດີໃຈ! ເສັ້ນທາງປູຢາງເມືອງອາດສະພັງທອງຫາເມືອງອາດສະພອນ ຈະສໍາເລັດໃນເດືອນເມສາ 2021 ນີ້


ເມືອງອາດສະພອນ ເປັນອີກເມືອງໜຶ່ງທີ່ເສັ້ນທາງສັນຈອນໄປມາ ອາດຈະບໍ່ສະດວກເທົ່າທີ່ຄວນ ບໍ່ວ່າຈະເປັນລະດູແລ້ງ ຫຼື ລະດູຝົນ. ຖືໄດ້ວ່າເປັນຂ່າວດີທີ່ສຸດສໍາລັບເທດສະບານເມືອງອາດສະພັງທອງລວມທັງເມືອງອາດສະພອນດ້ວຍກັນ. ປະຊາຊົນບາງຄົນເຖິງກັບນ້ຳຕາອອກຕື້ນຕັນໃຈໃນການປະຕິບັດລົງມືສ້າງເສັ້ນທາງໃນຮອບຫຼາຍປີ.

  • ການສ້າງເສັ້ນທາງ ນໍາພາໂດຍທ່ານ ຄໍາແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງ.
  • ເສັ້ນທາງເລີ່ມກໍ່ສ້າງຂຶ້ນໃນວັນທີ 05 ມັງກອນ 2021.
  • ປັດຈຸບັນແມ່ນບໍລິສັດ ຄູນໄຊພັດທະນາ KXN.
  • ການສ້າງເສັ້ນທາງປູຢາງແມ່ນສ້າງແຕ່ເສັ້ນທາງເລກ 9 ຫາເທສະບານເມືອງ ອາດສະພັງທອງ ແລະ ເທສະບານເມືອງ ອາດສະພອນ.
  • ເສັ້ນທາງແມ່ນປູຢາງ 2 ຊັ້ນມີຄວາມຍາວປະມານ 24 Km ແລະ ຄາດວ່າຈະສໍາເລັດພາຍໃນເດືອນເມສາ 2021. ຕອນນີ້ຢູ່ໃນຂັ້ນຕອນ ລົງຫີນອັດແໜ້ນພື້ນທາງ (ເບດຄັອດ).

ໃນການປູຢາງເທື່ອນີ້ ນຳພາໂດຍທ່ານ ຄໍາແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ແລະ ຂະແໜງທີ່ກ່ຽວຂ້ອງ ເປັນຕົ້ນຫ້ອງການວ່າການເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໄດ້ລົງຕິດຕາມກວດກາ ການລົງທຶນກໍ່ສ້າງທາງ. ເຊິ່ງຈະສ້າງແຕ່ທາງເລກ 9 ຫາເທສະບານເມືອງອາດສະພັງທອງຫາເທສະບານເມືອງອາດສະພອນ.

      ເຫດຜົນທີ່ສ້າງເສັ້ນທາງນີ້ຂຶ້ນ ເພື່ອເປັນການສ້າງຂະບວນການຂັບນ້ອມຕ້ອນຮັບວັນສໍາຄັນຕ່າງໆຂອງທາງພັກ-ລັດ ກໍເປັນການຮັບຕ້ອນຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ສະຫວັນນະເຂດ ແລະ ຮັບຕ້ອນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX, ສະມາຊິກສະພາປະຊາຊົນແຂວງຊຸດທີ II ແລະ ກອງປະຊຸມໃຫຍ່ຂອງກົມການສູນກາງພັກຄັ້ງທີ XI ທີ່ຈະໄຂຂຶ້ນໃນໄວໆນີ້. ພ້ອມກັນນີ້ ກໍເພື່ອຢາກໃຫ້ບ້ານເມືອງຂອງເຮົາມີຄວາມກ້າວໜ້າຂຶ້ນພັດທະນາຕໍ່ໆໄປ ແລະ ທີ່ສໍາຄັນເພື່ອໃຫ້ປະຊາຊົນໄດ້ໃຊ້ເສັ້ນທາງໄດ້ແບບສະດວກສະບາຍໃນການຂັບຂີ່.

(ຕອນເຊົ້າວັນທີ 07 ມັງກອນ 2021 ເຈົ້າແຂວງໄດ້ນໍາພາພ້ອມຕິດຕາມ)

ຂໍຂອບໃຈຂໍ້ມູນຈາກ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ແລະ ຜູ້ສື່ຂ່າວເມືອງ ອາດສະພອນ

ຂໍຂອບໃຈຮູບພາບງາມໆຈາກ Facebook: Kita Ananta