Tom & Jerry: Chase ຈາກກາຕູນແມວໜູຄູ່ກັດໃນໄວເດັກ ສູ່ເກມໄລ່ລ່າສຸດຮາຢູ່ເທິງມືຖື


ເວົ້າໄດ້ວ່າມາແຮງແທ້ໆໃນຊ່ວງ 2–3 ມື້ທີ່ຜ່ານມານີ້ ກັບ Tom & Jerry: Chase ເກມແນວທີ່ເອົາຊີວິດລອດຈາກການໄລ່ລ່າ (ຄ້າຍຄືກັບ identity V ແຕ່ມາໃນຕີມກາຕູນໃນໄວເດັກທີ່ເຮົາມັກ) ເຊິ່ງສາມາດເລືອກໄດ້ວ່າຈະເປັນຜູ້ລ່າ (ທອມ) ຫຼື ຜູ້ຖືກລ່າ (ເຈີຣີ່) ແລ້ວກໍຈັບຄູ່ຫຼິ້ນກັບໝູ່ໃນອອນລາຍເພື່ອເຮັດພາລະກິດໃຫ້ສຳເລັດໃນແຕ່ລະດ່ານ ບອກໄດ້ເລີຍວ່າໜ້າຮັກ ແລະ ມ່ວນຫຼາຍ ຈົນຮູ້ສຶກໄດ້ວ່າຕົວເຮົາໄດ້ຫຼຸດເຂົ້າໄປຢູ່ໃນໂລກກາຕູນຂອງຄູ່ກັດ Tom & Jerry ແທ້ໆເລີຍ.

ສາມາດເຂົ້າເບິ່ງຕົວຢ່າງຂອງເກມໄດ້ທີ່ລິ້ງທາງດ້ານລຸ່ມນີ້:

ຮູບແບບການຫຼິ້ນ

Style ໃນການຫຼິ້ນເກມຈະມີທັ້ງໝົດ 4 ແບບຄື:

ແບບ Classic ອັນນີ້ຈະເປັນການຫຼິ້ນແບບຈັບທີມກັບຜູ້ຫຼິ້ນຄົນອື່ນໆ ໃນອິນເຕີເນັດ ເປັນແບບ 4 (Jerry) VS 1 (Tom) ເມື່ອເຂົ້າໄປກໍຈະມີໃຫ້ເລືອກຝ່າຍວ່າຈະເປັນທອມ ຫຼື ເຈີຣີ່. ຈາກນັ້ນກໍເຂົ້າສູ່ການຈັບຄູ່ ແລະ ເລີ່ມຫຼິ້ນເກມໄດ້ເລີຍ (ເຊິ່ງຮູບແບບການຫຼິ້ນນີ້ກໍຄ້າຍຄືກັບ Identity V ຄືໃຫ້ໜີເອົາຊີວິດລອດຈາກແມວແສນໂຫດໄດ້ນັ້ນເອງ).

ແບບທີ 2 ຄືແບບການຫຼິ້ນຢູ່ໃນສວນສາທາລະນະເຊິ່ງເປັນແບບການຄູ່ກັບ AI ຮູບແບບການຫຼິ້ນຄື ແລ່ນໜີ Tom ແລະ ເກັບແຕ້ມໄປນຳ ເຊິ່ງແບບຄ້າຍຄືກັບເກມ ຄຸກກີ້ຣັນ ແຕ່ຕ່າງກັບບ່ອນທີ່ມັນຈະມີຊ່ວງໃຫ້ຫັນໄປຈັດການກັບ Tom ໄດ້.

ໜູແລ່ນໜີແມວ
ແມວແລ່ນໜີໜູ

ແບບທີ 3 ຄື ຈັດອັນດັບ ແບບນີ້ຕ້ອງເລເວວ 12 ກ່ອນເຖິງຈະປົດລັອກໄດ້ ແລະ ແບບທີ 4 ຜ່ອນຄາຍ ແບບນີ້ເລເວວ 6 ຈຶ່ງຈະປົດລັອກໄດ້.

ວິທີຫຼິ້ນ

ໃນດ່ານ Classic ການຫຼິ້ນຈະແບ່ງອອກເປັນ 2 ແບບຄື:

  • ຖ້າຫຼິ້ນເປັນຜູ້ລ່າ (ທອມ) ພາລະກິດທີ່ຕ້ອງເຮັດຄື ຂັດຂວາງທີມໜູ (ເຈີຣີ່) ທັ້ງ 4 ຕົວບໍ່ໃຫ້ດັນຊີສເຂົ້າຮູໄດ້ ແລະ ກຳຈັດໂດຍການຈັບມາມັດກັບຕັ່ງອີ້ທີ່ຕິດຈະຫຼວດ ສ່ວນສະກິວການຕໍ່ສູ້ທຳອິດກໍຈະສາມາດດຶກສິ່ງຂອງໃສ່ຝ່າຍກົົງກັນຂ້າມໄດ້.
  • ຖ້າຫຼິ້ນເປັນຜູ້ຖືກລ່າ (ເຈີຣີ່)  ພາລະກິດທີ່ຕ້ອງເຮັດຄື ແບບເອົາຊີສ ແລະ ຜັກ ເຂົ້າຮັງ ແຕ່ກໍຕ້ອງລະວັງບໍ່ໃຫ້ທອມຈັບໄດ້ ສ່ວນສະກິວການຕໍ່ສູ້ແມ່ນສາມາດເກັບເອົາເຄື່ອງຂອງດຶກໃສ່ຝ່າຍກົງກັນຂ້າມໄດ້.

ເຊິ່ງຕົວເກມກໍຈະສອນເຮົາຫຼິ້ນຢ່າງລະອຽດ ວ່າໃນດ່ານໆນັ້ນຈະຕ້ອງເຮັດພາລະກິດອີຫຍັງແດ່? ເຊິ່ງເຮົາຈະຕ້ອງຜ່ານບົດຮຽນຂັ້ນພື້ນຖານກ່ອນ ຄືຖ້າເຮົາເລືອກຕົວ ເຈີຣີ່ (ຜູ້ຖືກລ່າ) ກໍຈະຕ້ອງຮຽນຮູ້ວິທີການຫຼິ້ນຈົນຜ່ານບົດຮຽນພື້ນຖານຝ່າຍໜູກ່ອນ ແລະ ເມື່ອຈົບດ່ານຄະແນນກໍຈະຖືກສະສົມ ແລະ ເພິ່ມເປັນເລເວວໄປເລື້ອຍໆ.

ການຄວບຄຸມເກມ

ການເຄື່ອນໄຫວທາງຝັ່ງຊ້າຍ ເປັນປຸ່ມເດີນ ສ່ວນທາງຂວາ ເປັນປຸ່ມໂດດ ແລະ ໂຈມຕີ ກໍຈະມີເທັກນິກໃນການຕໍ່ສູ້ກັບຝ່າຍກົງກັນຂ້າມໃຫ້ເລືອກຫຼາກຫຼາຍ ສາມາດຕັ້ງຄ່າການເຄື່ອນໄຫວໄດ້ 2 ແບບຄື: ປຸ່ມຊ້າຍຂວາ ກັບ ຄັນໂຍກ ເຊິ່ງໃນແບບຄັນໂຍກຈະສາມາດປັບຄວາມໄວເຄື່ອນໄຫວກັບລັອກຕຳແໜ່ງຄັນໂຍກໄດ້.

ຕົວລະຄອນ

ໃນເກມນີ້ຈະມີຕົວລະຄອນທັງຝ່າຍແມວ ແລະ ໜູ ໃຫ້ເລືອກຊື້ຫຼາກຫຼາຍແບບ ບໍ່ວ່າຈະເປັນ ນັກສືບເຈີຣີ່, ໂຣບິນຮູ້ດເຈີຣີ່, ໂຈນສະລັດເຈີຣີ່, ຣາຊາເຈີຣີ່, ນັກກະບີ່ເຈີຣີ່, ແມວບຸດ, ທັອບຊີ່ ແລະ ອື່ນໆ. ເຊິ່ງຕົວລະຄອນເຫຼົ່ານີ້ຈະມີຄວາມສາມາດແຕກຕ່າງກັນອອກໄປສາມາດແລກຊື້ໄດ້ດ້ວຍຫຼຽນ + ເພັດ ແລະ ຖ້າໃຜທີ່ໃຈຮ້ອນບໍ່ຢາກຫຼິ້ນເກມເພື່ອເກັບເພັດໄປເລື້ອຍໆກໍສາມາດໃຊ້ເງິນແທ້ຊື້ໄດ້ໃນຮ້ານຄ້າໃນເກມເລີຍ.

ກຣາຟິກ ແລະ ສາກຫຼັງ

ເຖິງແມ່ນວ່າ Tom & Jerry: Chase ຈະມີກຣາຟຟິກເປັນແບບ 2 ມິຕິ (ເພື່ອຄວາມ Classic ແບບກາຕູນ)  ແຕ່ກໍສາມາດປັບລະດັບຮູບພາບໃຫ້ຄົມຊັດລະບົບ HD ແລະ ປັບເປັນໂຫມດເຟມເຣດສູງໄດ້.

ສະຫຼຸບ:

Tom & Jerry: Chase ເປັນອີກໜຶ່ງເກມທີ່ມ່ວນ ແລະ ຫຼິ້ນເພີນຫຼາຍ ຖ້າໃຜເປັນ FC ກາຕູນ Tom & Jerry ກໍສາມາດດາວໂຫລດມາຫຼິ້ນໄດ້ມີທັງລະບົບ Android ແລະ iOS.

ສາມາດດາວໂຫລດໄດ້ທີ່ລິ້ງທາງລຸ່ມນີ້:

Google Play Store:

https://play.google.com/store/apps/details?id=com.netease.tjglobal&hl=en_US&gl=US

Apple App Store:

https://apps.apple.com/la/app/tom-and-jerry-chase/id1478207260

ທີ່ມາ: https://droidsans.com/tom-jerry-chase-game-review/

ຮຽບຮຽງ ແລະ ຫາຂໍ້ມູນໂດຍ:

KatookIQ2