ເກີດອຸບັດຕິເຫດເຮືອບິນຕົກ ໃນຂະນະທີ່ສະໂມສອນພັລມັສ ເດີນທາງໄປແຂ່ງຂັນບານເຕະ


ໃນວັນທີ 25 ມັງກອນ 2021 ທີ່ຜ່ານມາ, ສື່ຂ່າວຣອຍເຕີໄດ້ລາຍງານວ່າ: ສະໂມສອນພັລມັສ ທີມໃນດິວິຊັ່ນ 4 ຂອງປະເທດບຣາຊິວ ໄດ້ປະກາດຂ່າວສຸດແສນເສົ້າວ່າ: ລູຄັສ ເມຣາ ປະທານສະໂມສອນ ພ້ອມດ້ວຍນັກກິລາ 4 ຄົນຂອງທີມຄື: ລູຄັສ ປຣາເຊເດສ, ກິວເຢເມ ໂນເອ, ຣານູເລ ແລະ ມາຄຸສ ໂມລິນາຣີ ລວມເຖິງ ວາກເນີ (ນັກບິນ) ໄດ້ປະສົບອຸບັດຕິເຫດຍົນຕົກ ແລະ ໄດ້ເສຍຊີວິດໝົດລໍາ ລວມເປັນ 6 ຄົນ ເມື່ອວັນທີ 24 ມັງກອນທີ່ຜ່ານມາ.

ເຮືອບິນລໍາດັ່ງກ່າວນີ້ ເປັນເຮືອບິນສ່ວນບຸກຄົນ ເຊິ່ງໄດ້ນໍາພາທີມພັລມັສ ເດີນທາງໄປຍັງເມືອງໂກຢາເນຍ ປະເທດບຣາຊິວ ໄລຍະຫ່າງ 800 ກິໂລແມັດ, ໃນການເດີນທາງຄັ້ງນີ້ ມີຈຸດໝາຍເພື່ອໄປແຂ່ງຂັນກິລາໃນເກມ ທີ່ຕ້ອງໄດ້ໄປພົບກັບ ວິລາ ໂນວາ, ບານເຕະຊີງລາຍການ ໂຄປາ ແວເດ ເຊິ່ງເປັນການແຂ່ງຂັນລະຫວ່າງ 24 ທີມທາງພາກເໜືອ ແລະ ພາກກາງ ໃນຂົງເຂດປະເທດບຣາຊິວ.

ດ້ານສະໂມສອນ ພັລມັສ ໄດ້ປະກອບສ່ວນໃນການຊີ້ແຈງວ່າ: ສະໂມສອນ ພັລມັສ ຂໍປະກາດວ່າເມື່ອເວລາປະມານ 08:15 ນາທີ ຂອງວັນອາທິດທີ 24 ມັງກອນ 2021 ໄດ້ເກີດອຸບັດຕິເຫດທາງອາກາດ ໂດຍມີປະທານສະໂມສອນ ລູຄັສ ເມຣາ ຢູ່ໃນເຮືອບິນ ໃນລະຫວ່າງເດີນທາງໄປຍັງເມືອງ ໂກຢາເນຍ ເພື່ອໄປແຂ່ງຂັນບານເຕະ ພົບກັບ ສະໂມສອນ ວິລາ ໂນວາ ໃນວັນຈັນທີ 25 ມັງກອນ 2021.

ໃນປີ 2016 ຊາເປໂຄເອນ ທີມດັງໃນລີກສູງສຸດຂອງບຣາຊິວ ກໍເຄີຍເກີດອຸບັດຕິເຫດເຮືອບິນຕົກເຊັ່ນດຽວກັນ ໃນລະຫວ່າງເດີນທາງໄປແຂ່ງຂັນ, ປີ 2014 ແຟນັນເດົາ ອະດີດກັບຕັນທີມອິນເຕີນາຊີອອງ ກໍເສຍຊີວິດຈາກອຸບັດຕິເຫດ Helicopter ຕົກທີ່ໂກຢາດ.

ຂໍສະແດງຄວາມເສຍໃຈກັບທາງຄອບຄົວຜູ້ທີ່ສູນເສຍ ແລະ ເປັນກໍາລັງໃຈໃຫ້ທຸກຄົນທີ່ພົບກັບເຫດການອັນບໍ່ຄາດຄິດນີ້ ຂໍໃຫ້ຜ່ານເລື່ອງນີ້ໄປດ້ວຍດີ.

ຂໍຂອບໃຈຂໍ້ມູນຈາກ:

https://www.thairath.co.th/sport/eurofootball/otherleague/2019296?fbclid=IwAR3I65JNg8lZ7_mWGsFZkcLuFP12ET9UWU-TrA8bJ-J7HUW-bY4yditXimA