ນັກວິໄຈເຜີຍວ່າ “ການຍ່າງ” ຄືການອອກກຳລັງກາຍທີ່ດີ ແລະ ງ່າຍທີ່ສຸດ


ໃນຍຸກສະໄໝນີ້ ໂຣກໄພໄຂ້ເຈັບມີຫຼາຍຂຶ້ນຢາຮັກສາກໍມີຕາມມາຍ້ອນວ່າວິທະຍາສາດກ້າວໄກ, ແຕ່ຈະດີກວ່າບໍ ຖ້າເຮົາຮັກສາສຸຂະພາບໃຫ້ແຂງແຮງ ໂຣກໄພຕ່າງໆຈຶ່ງບໍ່ສາມາດມາບຽດບຽນເຮົາໄດ້ງ່າຍ. ການອອກກຳລັງກາຍເປັນວິທີໜຶ່ງທີ່ຈະເຮັດໃຫ້ເຮົາມີສຸຂະພາບແຂງແຮງ ມັນບໍ່ແມ່ນຢາຮັກສາໂຣກ ແຕ່ມັນຊ່ວຍໃຫ້ຮ່າງກາຍເຮົາເຮັດວຽກໄດ້ຕາມປົກກະຕິ.

ໃນທາງວິທະຍາສາດບໍ່ໄດ້ລະບຸວ່າ ເຮົາຕ້ອງອອກກຳລັງກາຍຫຼາຍເທົ່າໃດ ແຕ່ຈະມີເກນວ່າເຮົາຕ້ອງມີກິດຈະກຳບໍ່ຕ່ຳກວ່າເທົ່າໃດເຖິງຈະຢູ່ໃນເກນບໍ່ໜ້ອຍ ຫຼື ຫຼາຍເກີນໄປ ໃນພາສາອັງກິດເອີ້ນວ່າ Active, ແນ່ນອນວ່າມີຫຼາຍການວິໄຈຫຼາຍອັນບອກວ່າເຮົາຕ້ອງອອກກຳລັງກາຍເທົ່າໃດຈຶ່ງຈະ Active.

ເຮົາຈະມາເວົ້າເຖິງການອອກກຳລັງກາຍທີ່ເປັນພື້ນຖານທີ່ສຸດ ນັ້ນແມ່ນ “ການຍ່າງ” ໂດຍໂຄງການທາງກາຍະພາບທີ່ເວົ້າວ່າ ມະນຸດສາມາດຍ່າງໄດ້ໄກໆໄດ້ດົນໆແບບສະບາຍໆເລີຍ ເພາະວ່າມີຕ່ອມເຫື່ອລະບາຍຄວາມຮ້ອນໄດ້ ແລະ ໂຄງສ້າງຂອງຮ່າງກາຍມະນຸດກໍອອກແບບມາເພື່ອໃຫ້ສາມາດຍ່າງໄດ້ໄກໆ, ດັ່ງນັ້ນ ການຍ່າງຈຶ່ງເປັນກິດຈະກຳທາງກາຍະພາບທີ່ “ເປັນມະນຸດ” ແລະ “ເປັນໄປຕາມວິວັດທະນາການ” ທີ່ສຸດຍອດຢ່າງໜຶ່ງເລີຍ ແຕ່ບັນຫາແມ່ນມະນຸດເຮົາຍັງຍ່າງໜ້ອຍເກີນໄປ, ແລ້ວເຮົາຕ້ອງຍ່າງເທົ່າໃດຈຶ່ງຈະດີ?

ຕັ້ງແຕ່ຍຸກປີ 1960 ເຊື່ອວ່າມະນຸດຄວນຍ່າງຢ່າງຕ່ຳມື້ລະ 10,000 ກ້າວ ຫຼື ປະມານ 7.5 ກິໂລແມັດ/ມື້ ແຕ່ຄວາມຈິງມັນເປັນກົນອຸບາຍຂາຍເຄື່ອງນັບກ້າວຍ່າງໃນຊ່ວງທີ່ຍີ່ປຸ່ນຈັດໂອແລັມປິກ ປີ 1960 ບໍ່ມີຜົນທາງວິທະຍາສາດໃດມາສະໜັບສະໜຸນ ແຕ່ຄົນກໍພາກັນເຊື່ອຕັ້ງແຕ່ຕອນນັ້ນ.

ຢ່າງໃດກໍຕາມ ຕໍ່ມາການສຶກສາກ່ຽວກັບການຍ່າງເພື່ອອອກກຳລັງກາຍໃນປີ 2004 ຊີ້ແຈງວ່າ ການຍ່າງຂັ້ນຕ່ຳທີ່ຄວນຈະເປັນບໍ່ແມ່ນ 10,000 ກ້າວ ແຕ່ເປັນການຍ່າງ 7,500 ກ້າວ/ມື້ ເທົ່ານັ້ນ.

ຈາກການສຳຫຼວດຂອງມະຫາວິທະຍາໄລ Stanford ໃນປີ 2017 ລະບຸວ່າປະເທດເພື່ອນບ້ານເຮົາຫຼາຍປະເທດຍ່າງມື້ໜຶ່ງພຽງ 3,000-4,000 ກ້າວເທົ່ານັ້ນ ເຊິ່ງ 4,000 ກ້າວຖືວ່າຫຼາຍສຸດໃນປະເທດແຖບນີ້ແລ້ວ ໃນຂະນະທີ່ຍີ່ປຸ່ນສະເລ່ຍ 7,000 ກ້າວ/ມື້ ເຊິ່ງນີ້ອາດເປັນໜຶ່ງໃນເຄັດລັບດ້ານສຸຂະພາບ ແລະ ອາຍຸຍືນຂອງຄົນຍີ່ປຸ່ນກໍເປັນໄດ້ ເພາະວ່າບໍ່ໄດ້ມີຫຼາຍປະເທດໃນໂລກທີ່ຍ່າງໄດ້ໃກ້ຄຽງຂັ້ນຕ່ຳ.

ຮູ້ແບບນີ້ແລ້ວ ເຮົາຮູ້ສຶກຢາກຍ່າງຂຶ້ນມາແລ້ວບໍ່? ຢ່າງໃດກໍຕາມ “ການຍ່າງ” ກໍຍັງເປັນການອອກກຳລັງກາຍທີ່ສະດວກ ແລະ ດີທີ່ສຸດຂອງມະນຸດ, ດັ່ງນັ້ນ ຖ້າມີໂອກາດເຮົາກໍລອງຫາເວລາຍ່າງໃຫ້ໄດ້ຫຼາຍທີ່ສຸດເບິ່ງ ເພື່ອສຸຂະພາບຂອງເຮົາເອງ.

ຂອບໃຈຂໍ້ມູນຈາກ: https://home.maefahluang.org/17685463/walk