ລັດຖະບານຍີ່ປຸ່ນປຶກສາຫາລືເລື່ອງຮ່າງກົດໝາຍເກັບຄ່າລິຂະສິດກັບຜູ່ທີ່ມີລາຍໄດ້ຈາກການ Cosplay


ການພິຈາລະນາຮ່າງກົດໝາຍລິຂະສິດຄອສເພຼ ເລີ່ມຂຶ້ນຈາກການຕັ້ງຂໍ້ສັງເກດວ່າ ນັກແຕ່ງຄອສເພຼຫຼາຍຄົນໄດ້ຜົນປະໂຫຍດຈາການທີ່ພວກເຂົາ ນຳເອົາຕົວລະຄອນຕ່າງໆມາຄອສເພຼ ແລະ ໄດ້ເງິນຈາກການຖ່າຍຮູບທີ່ອັບໂຫຼດລົງໃນໂຊຊຽວມີເດຍ ຕະຫຼອດຈົນຮອດການອອກງານໂຊຕ່າງໆ ແລະ ມີການຮັບຄ່າຈ້າງ.

ສຳນັກຂ່າວ Nikkan Sports ລາຍງານວ່າ ລັດຖະບານຍີ່ປຸ່ນກຳລັງແກ້ໄຂຄວາມບໍ່ຊັດເຈນຂອງກົດໝາຍລິຂະສິດ ໃນການຫາຜົນປະໂຫຍດຈາກການແຕ່ງຄອສເພຼ, ແຕ່ຖ້າຫາກວ່າເຮົາແຕ່ງເພື່ອຄວາມມ່ວນຊື່ນ ບໍ່ໄດ້ຫາລາຍໄດ້ ກໍຫາຍຫ່ວງໄດ້ ເພາະວ່າຈະບໍ່ຜິດກົດໝາຍແຕ່ຢ່າງໃດ.

ເຖິງແມ່ນວ່າຕອນນີ້ຈະເປັນພຽງການປຶກສາຫາລືກັນຂອງລັດຖະບານ ແລະ ການຖົກຖຽງກັນຂອງໂຊຊຽວມີເດຍຂອງຍີ່ປຸ່ນກຳລັງລຸກເປັນໄຟຢ່າງດຸເດືອດກໍຕາມ “ເອນາໂກະ” ນັກຄອສເພຼອັນດັບຕົ້ນໆຂອງຍີ່ປຸ່ນເອງ ກໍອອກມາໃຫ້ການສະໜັບສະໜຸນກົດໝາຍໃນຄັ້ງນີ້, ເພາະລາວເບິ່ງວ່າກົດໝາຍສະບັບນີ້ ຈະເຮັດໃຫ້ຂະບວນການບັງຄັບໃຊ້ກົດໝາຍລິຂະສິດມີຄວາມສັກສິດຍິ່ງຂຶ້ນ ເຖິງວ່າເອນາໂກະເອງຈະໄດ້ລາຍໄດ້ຈາກການແຕ່ງຄອສເພຼກໍຕາມ.

ທີ່ມາ: https://www.facebook.com/thematterco/posts/2802930193255698