ມູນງົວ

ແຕ່ລະປີມະນຸດເຮົາຈະປ່ອຍແກ໊ສ CO2 ອອກໄປເປັນຈໍານວນມະຫາສານ ຈາກການເຮັດອຸດສາຫະກໍາ, ກະສິກໍາຕ່າງໆ. ນອກຈາກນັ້ນແລ້ວແກ໊ສ CO2 ຍັງເປັນສາເຫດທີ່ເຮັດໃຫ້ເກີດພາວະໂລກຮ້ອນ ກັບສະພາບອາກາດປ່ຽນແປງອີກດ້ວຍ.

ມູນງົວ

ເພື່ອແກ້ໄຂບັນຫາດັ່ງກ່າວ ເຮັດໃຫ້ບໍລິສັດດ້ານພະລັງງານໃນຍີ່ປຸ່ນ ຮ່ວມມືກັບບໍລິສັດຜູ້ໃຊ້ບໍລິການທາງດ້ານພະລັງງານສະອາດຈາກແຄນາດາ ປະກາດສ້າງໂຮງຜະລິດແກ໊ສຊີວະພາບ ທີ່ເປັນການປ່ຽນມູນງົວມາເປັນພະລັງງານທົດແທນ ເພື່ອຫວັງວ່າຈະສາມາດຊ່ວຍລົດການປ່ອຍແກ໊ສເຮືອນແກ້ວໄດ້ປະມານ 13,500 ໂຕນຕໍ່ປີ.

ເມື່ອບໍ່ດົນມານີ້ ບໍລິສັດ Anaergia ຈາກແຄນາດາ ປະກາດຮ່ວມມືກັບບໍລິສັດ Toyo Energy Solution (Toyo) ສ້າງໂຮງຜະລິດແກ໊ສຊີວະພາບ ໃນເມືອງຄາຊາໂອກະ ແຂວງໂອຄາຢາມ່າ ປະເທດຍີ່ປຸ່ນ ເພື່ອເປັນແຫຼ່ງຜະລິດພະລັງງານໃຫ້ກັບລະບົບຜະລິດພະລັງງານໄຟຟ້າຮ່ວມ ຫຼື Combined Heat and Power (CHP).

ມູນງົວ

ໂຮງຜະລິດແກ໊ສຊີວະພາບແຫ່ງນີ້ ຈະຜະລິດໄຟຟ້າໝຸນວຽນໂດຍການໃຊ້ແກ໊ສຈາກມູນງົວ ແລະແຕ່ລະມື້ຈະຍ່ອຍສະຫຼາຍມູນງົວປະມານ 250 ໂຕນຕໍ່ມື້ ສາມາດຜະລິດໄຟຟ້າໝຸນວຽນໄດ້ປະມານ 1.2 ເມກະວັດ ເຊິ່ງພຽງພໍທີ່ຈະສາມາດຈ່າຍໄຟຟ້າສໍາລັບເຮືອນປະຊາຊົນຈຳນວນ 2,200 ຫຼັງຄາເຮືອນຕໍ່ປີ. ທັງນີ້ ໂຄງການດັ່ງຈະຊ່ວຍລົດການປ່ອຍແກ໊ສເຮືອນແກ້ວໄດ້ຫຼາຍເຖິງ 13,500 ໂຕນຕໍ່ປີ ຫຼື ສາມາດທຽບເທົ່າກັບການລົດຜ່ອນການນໍາໃຊ້ລົດເທິງທ້ອງຖະໜົນປະມານ 2,900 ຄັນຕໍ່ປີ.

ມູນງົວ

ນອກຈາກນີ້ແລ້ວ ໂຮງຜະລິດແກ໊ສຊີວະພາບແຫ່ງໃໝ່ນີ້ບໍ່ພຽງແຕ່ຈະຊ່ວຍລົດການປ່ອຍແກ໊ສເມຕານ (Metan) ຈາກມູນຂອງສັດເທົ່ານັ້ນ ແຕ່ຍັງຊ່ວຍລົດຄວາມຕ້ອງການໃນການໃຊ້ແກ໊ສທຳມະຊາດແບບແຫຼວ (Liquefied Natural Gas (LNG) ໃນການຜະລິດໄຟຟ້າໄດ້ອີກດ້ວຍ.

ມູນງົວ

ທາງດ້ານ Andrew Benedek ປະທານແລະຜູ້ບໍລິຫານຂອງບໍລິສັດ Anaergia ໄດ້ກ່າວວ່າຂອງເສຍເຊັ່ນ: ມູນຂອງສັດ, ສານຊີວະພາບຈາກສິ່ງປະຕິກູນ ແລະ ເສດອາຫານກໍໃຫ້ເກີດການປ່ອຍແກ໊ສເມຕານຫຼາຍເຖິງ 2 ໃນ 3 ເຊິ່ງເປັນແກ໊ສເຮືອນແກ້ວທີ່ມີຄວາມຮຸນແຮງກວ່າ CO2 ເຖິງ 85 ເທົ່າ. ດັ່ງນັ້ນການຢຸດປ່ອຍແກ໊ສເມຕານຈາກຂອງເສຍເຫຼົ່ານີ້ ຈຶ່ງເປັນກົນລະຍຸດໃນການຄວບຄຸມພາວະໂລກຮ້ອນ.

ກ່ອນໜ້ານີ້ Anaergia ກໍເຄີຍຮ່ວມມືກັບ Toyo ໃນການສ້າງໂຮງຜະລິດແກ໊ສຊີວະພາບ ເພື່ອປ່ຽນຂີ້ເຫຍື້ອເປັນເສດອາຫານ ແລະວັດສະດຸເຫຼືອໃຊ້ທາງການກະເສດໃນເມືອງ ຢາບູ (Yabu) ແລະໂຮງຜະລິດແກ໊ສຊີວະພາບແຫ່ງໃໝ່ນີ້ ແມ່ນນອນຢູ່ໃນແຜນຊຸກຍູ້ຂອງຍີ່ປຸ່ນ ເພື່ອໃຫ້ກາຍເປັນປະເທດທີ່ປ່ອຍ CO2 ເປັນສູນພາຍໃນປີ 2050 ນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ