Joseph Pujol

ຖ້າຈະເວົ້າເຖິງ ຕົດ ຫຼາຍຄົນອາດຈະເບິ່ງວ່າເປັນເລື່ອງທີ່ບໍ່ຄ່ອຍຈະສຸພາບປານໃດ ເພາະຈາກທັງກິ່ນ ແລະ ສຽງ ອາດຈະເຮັດຜູ້ທີ່ຢູ່ໃກ້ໆ ຫັນໜ້າໜີ.​ ແຕ່ສຳລັບບາງຄົນໄດ້ໃຊ້ຂະບວນການທາງຮ່າງກາຍນີ້ມາເປັນອາຊີບ ເຊັ່ນດຽວກັນກັບ ໂຈເຊັບ ປູໂຢ (Joseph Pujol) ຊາຍຊາວຝຣັ່ງ ທີ່ໃຊ້ສຽງຕົດໃນການຫາເງິນ ຈົນຖືກເອີ້ນວ່າ ນັກຕົດມືອາຊີບ.

ໂຈເຊັບ ປູໂຢ ເກີດເມື່ອວັນທີ 1 ມິຖຸນາ 1887 ທີ່ເມືອງ ມາແຊ (Marseille) ປະເທດຝຣັ່ງ. ໂຈເຊັບ ຄົ້ນພົບວ່າລາວມີຄວາມສາມາດໃນການຈັດເກັບອາກາດເຂົ້າໄວ້ໃນທ້ອງຜ່ານຮູທະວານ ຕັ້ງແຕ່ຕອນທີ່ລາວກຳລັງເປັນໄວໜຸ່ມ ແລະ ໄດ້ໃຊ້ເວລາຫຼາຍປີໃນຄ້າຍທະຫານເພື່ອພັດທະນາທັກສະນີ້ໃຫ້ສົມບູນແບບ. ຫຼັງເຝິກການປ່ອຍລົມອອກຈາກກົ້ນເປັນເວລາດົນຕິດຕໍ່ກັນ ລາວກໍຄົ້ນພົບວ່າລາວສາມາດປ່ຽນລະດັບສຽງຂອງລົມທີ່ອອກມາຈາກກົ້ນໄດ້ເຊັ່ນກັນ ໂດຍສາມາດປ່ອຍອອກມາໄດ້ຄືກັບຕົວໂນ໊ດໃນດົນຕີ.

Joseph Pujol

ດ້ວຍຄວາມທີ່ລາວເປັນຄົນມັກເຕັ້ນມັກສະແດງຢູ່ແລ້ວ, ຫຼັງຈາກລາວອອກຈາກຄ້າຍທະຫານ ລາວໄດ້ຕັດສິນໃຈອອກຕາມຫາຜູ້ຊົມອື່ນໆນອກຈາກໝູ່ທະຫານ ໂດຍການເປີດໝວກສະແດງຕາມແຄມທາງ ໃນກາງປີ ຄ.ສ 1880 ພ້ອມກັບເອີ້ນຕົນເອງວ່າ Le Pétomane ທີ່ແປວ່າຜູ້ບ້າໃນການຕົດ.

ຫຼັງຜ່ານໄປໄລຍະໜຶ່ງ ໃນປີ 1892 ໂຈເຊັບໄດ້ລວບລວມຄວາມກ້າ ເພື່ອໄປຄັດຕົວຂຶ້ນສະແດງ ທີ່ຮ້ານບັນເທີງແຫ່ງໜຶ່ງຊື່ວ່າ Moulin Rouge ເຊິ່ງເປັນຮ້ານບັນເທີງທີ່ມີຊື່ສຽງອັນດັບຕົ້ນຂອງ ປາຣີສ.

Joseph Pujol

ໃນການຄັດຕົວ ໂຈເຊັບແກ້ໂສ້ງຂາຍາວຂອງລາວລົງ ແລ້ວບັນເລງສຽງຕົດ ທີ່ເປັນຈັງຫວະ ແລະ ເປັນທຳນອງ ໃຫ້ເຈົ້າຂອງຮ້ານຟັງ. ແນ່ນອນວ່າເຈົ້າຂອງຮ້ານງົງສຸດໆວ່າ ລາວກຳລັງເຮັດຫຍັງຢູ່. ແຕ່ສຸດທ້າຍ ຈະດ້ວຍຄວາມມຶນງົງຫຼືຫຍັງກໍບໍ່ຮູ້ ເພາະເຈົ້າຂອງຮ້ານໄດ້ຕັດສິນໃຈຮັບ ໂຈເຊັບ ເຂົ້າມາໃນຮ້ານທັນທີ ຫຼັງການຄັດຕົວຈົບລົງ.
ເມື່ອຂຶ້ນສະແດງໃນຄັ້ງທຳອິດ ຜູ້ຊົມທຸກຄົນໃນຮ້ານຕ່າງກໍພາກັນງົງຢ່າງຖ້ວນໜ້າ. ແຕ່ເຊື່ອຫຼືບໍ່ວ່າ ໂຈເຊັບໃຊ້ເວລາພຽງ 2 ປີ ໃນການກາຍເປັນນັກສະແດງໃນຮ້ານບັນເທີງທີ່ໄດ້ຮັບຄ່າຕອບແທນສູງທີ່ສຸດ. ໂດຍບາງການສະແດງລາວໄດ້ຮັບຄ່າຕອບແທນສູງເຖິງ 20,000 ຟຣັງ ສູງກວ່າ ຊາຣາ ແບນຮາດ (Sarah Bernhardt) ນັກສະແດງຍິງລະກັບຕຳນານເຖິງ 2 ເທົ່າ.

ໃນທຸກໆຄືນ ໂຈເຊັບ ຈະປາກົດກາຍເທີງເວທີໃນຊຸດ ທັກຊິໂດ ພ້ອມກັບກ່າວຄຳນຳໜ້າຕໍ່ຜູ້ຊົມຢ່າງສຸພາບວ່າ: ການຕົດຂອງຂ້ອຍຈະບໍ່ມີກິ່ນມາລົບກວນແນ່ນອນ ດັ່ງນັ້ນຂໍໃຫ້ຜູ້ຊົມທຸກທ່ານສະບາຍໃຈໄດ້ເລີຍ”. ຫຼັງຈາກນັ້ນລາວກໍເລີ່ມບັນເລງສຽງຕົດຂອງລາວໃຫ້ທ່ານຜູ້ຊົມທັງຫຼາຍໄດ້ຮັບຊົມ ແລະ ຮັບຟັງ.

Joseph Pujol

ໂຈເຊັບ ນັ້ນ ສາມາດຄວບຄຸມສຽງຕົດຂອງລາວໃຫ້ເປັນສຽງເພງໄດ້ຫຼາກຫຼາຍອາລົມ ບໍ່ວ່າຈະເປັນເພງຊ້າໆຊຶ້ງໆ ຫຼື ເພງທີ່ມີຈັງຫວະໄວຟັງແລ້ວຄຶກຄື້ນ ກໍເຮັດໄດ້. ນອກຈາກນີ້ ຍັງເຮັດສຽງຕົດໃຫ້ເປັນສຽງຕ່າງໆໄດ້ເຊັ່ນ: ປືນກົນ, ປືນໃຫຍ່, ສຽງຟ້າຮ້ອງ, ສຽງສັດສາວາສິ່ງຕ່າງໆ ເປັນຕົ້ນ ແລະ ມັກຈະຈົບການສະແດງໂດຍການໃຊ້ຕົດໃນການເປົ່າທຽນ.

ການສະແດງຂອງ ໂຈເຊັບ ນັ້ນເປັນຕາຫົວເຖິງຂັ້ນວ່າ ເຮັດໃຫ້ບາງຄົນຫົວຈົນນໍ້າຫູນໍ້າຕາຍ້ອຍ, ບາງຄົນຫົວຈົນຕ້ອງລົງໄປນອນຢູ່ພື້ນ. ຮ້າຍແຮງກວ່ານັ້ນ ບາງຄົນຫົວຫຼາຍຈົນຫາຍໃຈບໍ່ທັນ ເຮັດໃຫ້ ທຸກເທື່ອທີ່ລາວຂຶ້ນສະແດງ ຕ້ອງມີແພດຂ້າງເວທີ ກຽມພ້ອມຮັບສະຖານະການຢູ່ສະເໝີ.

ເຖິງຢ່າງໃດກໍຕາມ ງານລ້ຽງກໍຕ້ອງມີວັນເລີກລາ ເມື່ອໂຈເຊັບມອບຄວາມສຸກໃຫ້ປະຊາຊົນຊາວຝຣັ່ງມາຮອດປີ ຄສ.1914 ທົ່ວຢູໂຣບ ກໍລຸກເປັນໄຟ ເພາະສົງຄາມໂລກຄັ້ງທີ 1 ນັ້ນໄດ້ເລີ່ມຕົ້ນຂຶ້ນແລ້ວ. ເມື່ອມີສົງຄາມ ກໍບໍ່ມີປະຊາຊົນຄົນໃດມີອາລົມຢາກເບິ່ງການສະແດງຕະຫຼົກ ເພາະທຸກຄົນກໍກັງວົນກັບສະຖານະການໃນສົງຄາມ. ທາງດ້ານຄອບຄົວຂອງໂຈເຊັບເອງກໍໄດ້ຮັບພິດຈາກສົງຄາມ ເມື່ອລູກຊາຍຂອງລາວທັງ 2 ຄົນໄດ້ຮັບບາດເຈັບຈາກແນວໜ້າໃນສົງຄາມ.

Joseph Pujol

ຫຼັງສົງຄາມຈົບລົງ ໂຈເຊັບ ໄດ້ອຳລາວົງການສະແດງ ແລະ ໃຊ້ຊີວິດທີ່ເຫຼືອໄປກັບການເປີດຮ້ານຂາຍເຂົ້າຈີ່. ໂຈເຊັບເສຍຊີວິດລົງເມື່ອປີ ຄສ.1945 ລວມອາຍຸໄດ້ 88 ປີ. ຫຼັງເສຍຊີວິດ ມີແພດໃຫ້ຄວາມສົນໃຈຢາກນຳຮ່າງກາຍຂອງລາວໄປວິໄຈສຶກສາຕໍ່ ແຕ່ທາງຄອບຄົວຂອງໂຈເຊັບນັ້ນໄດ້ປະຕິເສດຄຳຂໍດັ່ງກ່າວ.

ໂຈເຊັບ ປູໂຢ ນອກຈາກຈະເປັນນັກສະແດງທີ່ໄດ້ຄ່າຕົວຫຼາຍທີ່ສຸດ ໃນ Moulin Rouge ແລ້ວ ລາວຍັງເປັນນັກສະແດງທີ່ສ້າງຄວາມບັນເທີງ ແລະ ຄວາມປະທັບໃຈໃຫ້ແກ່ຊາວຝຣັ່ງຫຼາຍທີ່ສຸດອີກຄົນໜຶ່ງ. ການສະແດງຂອງລາວ ນຳພາຄວາມແປກໃໝ່ສູ່ປາຣີສ ສ້າງສຽງຫົວໃຫ້ກັບຜູ້ຊົມແບບທີ່ບໍ່ເຄີຍມີການສະແດງໃດເຮັດມາກ່ອນ. ສຳລັບໂຈເຊັບແລ້ວ ລາວບໍ່ໄດ້ເບິ່ງວ່າຕົນເອງເປັນຕົວຕະຫຼົກ ແຕ່ລາວເບິ່ງວ່າຕົນເອງນັ້ນເປັນນັກຮ້ອງຮຽນແບບສຽງທີ່ສ້າງຄວາມສຸກໃຫ້ຜູ້ຄົນຫຼາຍກວ່າ.

ໂຈເຊັບ ຍອມຮັບຕົວຕົນທີ່ພິເສດແຕກຕ່າງຈາກຄົນອື່ນຂອງຕົນເອງ ແລະ ຫາທາງແປຮູບມັນອອກມາ ແລ້ວແບ່ງປັນຄວາມສຸກໃຫ້ແກ່ຜູ້ຊົມ ເພາະເຫດນີ້ລາວຈຶ່ງຖືກເອີ້ນວ່າ: “ຜູ້ມອບຄວາມບັນເທີງທີ່ຍິ່ງໃຫຍ່ທີ່ສຸດໃນຝຣັ່ງ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ