ສະຫະລັດອາເມຣິກາ

ມື້ນີ້ ວັນທີ 29 ກໍລະກົດ 2022 ສໍານັກຂ່າວຕ່າງປະເທດໄດ້ລາຍງານຂໍ້ມູນຫຼ້າສຸດ ຈາກສູນຄວບຄຸມແລະປ້ອງກັນໂຣກສະຫະລັດອາເມຣິກາ ຫຼື CDC (Centers for Disease Control) ພົບວ່າຈໍານວນຜູ້ຕິດເຊື້ອໝາກສຸກລີງໃນສະຫະລັດອາເມຣິກາ ຕັ້ງແຕ່ມີການລະບາດຈົນມາຮອດວັນພະຫັດທີ 28 ກໍລະກົດ 2022 ມີຈໍານວນຢູ່ທີ່ 4,907 ຄົນແລ້ວ.

ສະຫະລັດອາເມຣິກາ

ໂດຍການແຜ່ລະບາດຂອງເຊື້ອໝາກສຸກລີງໄດ້ກະຈາຍຕົວໄປໃນຫຼາຍພື້ນທີ່ຂອງປະເທດ ເຊິ່ງນິວຢອກພົບຜູ້ຕິດເຊື້ອຫຼາຍທີ່ສຸດຢູ່ທີ່ 1,247 ຄົນ ຕໍ່ມາແມ່ນແຄລິຟໍເນຍ 799 ຄົນ, ອິລລີນອຍ 396 ຄົນ ແລະພື້ນທີ່ອື່ນໆອີກ ເຊິ່ງໃນຂະນະນີ້ທາງລັດຖະບານສະຫະລັດອາເມຣິກາໄດ້ກະຈາຍວັກຊີນໝາກສຸກລີງໄປທີ່ໜ່ວຍງານສາທາລະນະສຸກທ້ອງຖິ່ນແລ້ວກວ່າ 310,000 ໂດສ ແຕ່ນັ້ນມັນຍັງບໍ່ພຽງພໍຕໍ່ປະຊາຊົນ.

ສະຫະລັດອາເມຣິກາ

ໃນສ່ວນຂອງລັດຊານຟຣານຊິສໂກ ລະບຸວ່າວັກຊີນທີ່ໄດ້ຮັບມາມາມີພຽງ 7,800 ໂດສ ເຊິ່ງຍັງບໍ່ພຽງພໍຕໍ່ຄວາມຕ້ອງການ ຈົນເຮັດໃຫ້ສູນສັກວັກຊີນບາງແຫ່ງຕ້ອງປິດໃຫ້ບໍລິການ ໂດຍເຈົ້າຄອງນະຄອນຊານຟານຊິສໂກໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານກາງໃນການສະໜັບສະໜູນວັກຊີນເພີ່ມ ພ້ອມທັງປະກາດສະຖານະການສຸກເສີນແລ້ວ ຫຼັງຈາກທີ່ຕົວເລກຜູ້ຕິດເຊື້ອໝາກສຸກລີງໃນພື້ນທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ແລະຄາດການວ່າຕົວເລກແມ່ນຈະສູງກວ່ານີ້ແບບກ້າວກະໂດດໃນອີກບໍ່ຈັກມື້ທີ່ຈະມາຮອດນີ້.

ສະຫະລັດອາເມຣິກາ

ຂະນະທີ່ລັດຖະບານກາງສະຫະລັດປະກາດໃນເດືອນນີ້ວ່າຈະສັ່ງວັກຊີນເພີ່ມອີກ 5 ລ້ານໂດສ ແຕ່ວ່າວັກຊີນຊຸດດັ່ງກ່າວທີ່ຈະສົ່ງມາສະຫະລັດອາເມຣິກາໜ້າຈະເປັນໃນໄລຍະປີໜ້າ. ນອກຈາກນີ້ແລ້ວ ລັດຖະບານກໍາລັງຖືກວິພາກວິຈານຢ່າງໜັກຕໍ່ການຮັບມືກັບໝາກສຸກລີງທີ່ຊັກຊ້າ ຫຼັງຈາກເດືອນພຶດສະພາແມ່ນພົບການລະບາດໃນໄລຍະທໍາອິດ ເຊິ່ງຂະນະນັ້ນສະຫະລັດອາເມຣິກາມີວັກຊີນສຳຮອງຢູ່ພຽງ 2,000 ໂດສເທົ່ານັ້ນ ຂະນະດຽວກັນຂະບວນການສັ່ງຊື້ເພີ່ມກໍຊ້າ ເຮັດໃຫ້ບໍ່ພຽງພໍຕໍ່ຄວາມຕ້ອງການເມື່ອຜູ້ຕິດເຊື້ອເພີ່ມຂຶ້ນຢ່າງໄວວາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ