ສຽງຮ້ອງທີ່ຄຸ້ນເຄີຍ! ຄ້າຍເພງຂອງຍີ່ປຸ່ນປະກາດຈຳໜ່າຍເພງຂອງ ໄຈແອ້ນ ທີ່ຈະມາພາທຸກຄົນມ່ວນໄປນຳກັນ

ໄຈແອ້ນ

ຫາກໃຜທີ່ເຄີຍເບິ່ງກາຕູນຍອດຮິດຕະຫຼອດການຢ່າງ Doraemon ກໍໜ້າຈະຮູ້ຈັກກັບຕົວລະຄອນ “ໄຈແອ້ນ” ເປັນຢ່າງດີ ເພາະບຸກຄະລິກທີ່ເດັກນ້ອຍຕົວໃຫຍ່, ໃຈກ້າ ແລະ ມັກຈະກວນໂນບິຕະ ຕະຫຼອດເວລາເຮັດໃຫ້ເປັນທີ່ໜ້າຈົດຈຳ.

ນອກຈາກນີ້ແລ້ວ ໄຈແອ້ນຍັງຄວາມຝັນຢາກຈະເປັນນັກຮ້ອງ ແລະມີນິດໄສມັກຮ້ອງເພງເປັນທີ່ສຸດເລີຍ ເພາະຫຼາຍໆຕອນໃນກາຕູນເຮົາກໍຈະເຫັນຕົວລະຄອນຕົວນີ້ຖືໄມແລະຮ້ອງເພງຢູ່ຕະຫຼອດ ແຕ່ວ່າສຽງຂອງໄຈແອ້ນນັ້ນ “ແສບແກ້ວຫູ” ແທ້ໆ (ຄືກັນກັບໝູ່ຂອງເຮົາທີ່ຮ້ອງບໍ່ມ່ວນຫັ້ນລະ) ເອີ້ນໄດ້ວ່າໃຜໄດ້ຟັງກໍຕ້ອງບອກໃຫ້ຢຸດຮ້ອງເລີຍ.

ໄຈແອ້ນ

ຢ່າງໃດກໍດີ ການຮ້ອງເພງຂອງໄຈແອ້ນເບິ່ງຄືວ່າຈະໄດ້ຮັບຄວາມສົນໃຈເປັນພິເສດ ເພາະຫຼ້າສຸດນີ້ທາງເວັບໄຊຂອງຄ້າຍເພງຍີ່ປຸ່ນຢ່າງ Columbia Music Japan ໄດ້ອອກມາປະກາດວາງຈຳໜ່າຍອາລະບ້ຳເພງຂອງໄຈແອນຢ່າງເປັນທາງການ ໂດຍໃຊ້ຊື່ວ່າ ‘Gian’s Super Concert’ (ジャイアンのスーパーリサイタル) ທີ່ມາໃນຮູບແບບຊີດີແລະໄຟລ໌ດິຈິຕອນ ທີ່ສາມາດໃຫ້ຜູ້ມັກສຽງຂອງໄຈແອ້ນເລືອກຊື້ໄດ້ຢ່າງສະດວກ.

ໂດຍອາລະບ້ຳດັ່ງກ່າວປະກອບດ້ວຍ 2 ເພງຄື ジャイアントドリーム (ຄວາມຝັນຂອງໄຈແອ້ນ) ແລະ おれはジャイアンさまだ!2022 (ຂ້ອຍຄືທ່ານໄຈແອ້ນ 2022) ເຊິ່ງຄົນທີ່ມາໃຫ້ສຽງຮ້ອງນີ້ກໍບໍ່ແມ່ນຄົນອື່ນໄກ ເພາະຄົນນັ້ນຄື ຊຸບາຣຸ ຄິມຸຣະ (Subaru Kimira) ນັກພາກປະຈຳຂອງຕົວລະຄອນໄຈແອ້ນນັ້ນເອງ.

ໄຈແອ້ນ

ໃນສ່ວນຂອງລາຄາຂອງອາລະບ້ຳນີ້ແມ່ນຕົກຢູ່ທີ່ 2,530 ເຢນ ຫຼືປະມານ 290,000 ກີບ ແລະສຳລັບໃຜທີ່ຢາກຟັງສຽງຂອງໄຈແອນກ່ອນຕັດສິນໃຈຊື້ສາມາດເຂົ້າໄປເບິ່ງວິດີໂອເພງໄດ້ທີ່: https://cutt.ly/6ZneSgn.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ