ໝໍຊາວອອສເຕຣຍຜູ້ທີ່ຮຽກຮ້ອງໃຫ້ປະຊາຊົນອອກມາສັກວັກຊີນ ຕັດສິນໃຈລາໂລກ ຫຼັງຈາກຖືກກຸ່ມຕໍ່ຕ້ານວັກຊີນຂົ່ມຂູ່ເອົາຊີວິດ

ໝໍ

ເລື່ອງລາວນີ້ກາຍເປັນເລື່ອງທີ່ສ້າງຄວາມເສຍໃຈໃຫ້ກັບຄົນຈໍານວນຫຼາຍເລີຍ ເມື່ອມີລາຍງານວ່າທ່ານໝໍຊາວອອສເຕຣຍຄົນໜຶ່ງໄດ້ຕັດສິນໃຈຈົບຊີວິດຕົນເອງດ້ວຍການຂ້າຕົວຕາຍຫຼັງຈາກຖືກກຸ່ມຕໍ່ຕ້ານວັກຊີນ (anti-vax) ຂູ່ຂ້າ ເຊິ່ງວ່າທ່ານໝໍຄົນນີ້ລາວເປັນບຸກຄະລາກອນທີ່ສໍາຄັນຄົນໜຶ່ງເພາະລາວມັກຈະເປັນກະບອກສຽງຮຽກຮ້ອງໃຫ້ປະຊາຊົນອອກມາສັກວັກຊີນ ແລະ ໃຫ້ຂໍ້ມູນສຳຄັນກ່ຽວກັບໂຣກລະບາດຕ່າງໆອີກພ້ອມ.

ໝໍ ຊາວອອສເຕຣຍ

ເມື່ອບໍ່ດົນມານີ້ ສື່ຕ່າງປະເທດໄດ້ລາຍງານກ່ຽວກັບ ດຣ ລິຊ່າ ມາເຣຍ ເຕລເລີເມເຍີ (Lisa-Maria Kellermayr) ໝໍຊາວອອສເຕຣຍທີ່ເຮັດໜ້າທີ່ປິ່ນປົວຜູ້ຄົນ ແລະ ມັກຈະຮຽກຮ້ອງໃຫ້ປະຊາຊົນເຂົ້າຮັບການສັກວັກຊີນເພື່ອປ້ອງກັນການຕິດເຊື້ອ ໂດຍການໃຫ້ສຳພາດ ແລະ ເຜີຍແຜ່ຂໍ້ມູນກ່ຽວໂຣກລະບາດແລະວັກຊີນຜ່ານໂຊຊຽວມີເດຍຢູ່ເລື້ອຍໆ.


ຮ່າງອັນໄຮ້ວິນຍານຂອງ ດຣ ລິຊ່າ ມາເຣຍ ຖືກພົບໃນບ່ອນເຮັດວຽກ ໂດຍທາງເຈົ້າໜ້າທີ່ລະບຸວ່າ ພາຍໃນບ່ອນເຮັດວຽກຂອງລາວແມ່ນມີຈົດໝາຍລາຕາຍຢູ່ນໍາ ແຕ່ເນື້ອຫາໃນຈົດໝາຍດັ່ງກ່າວທາງເຈົ້າໜ້າທີ່ບໍ່ເປີດເຜີຍຂໍ້ມູນໃດໆ ເຊິ່ງໃນຂະນະດຽວກັນ ດຣ ລິຊ່າ ກໍມັກຈະຕົກເປັນເປົ້າໂຈມຕີຂອງຄົນທີ່ບໍ່ເຊື່ອໃນວັກຊີນຢູ່ຕະຫຼອດ ແລະຫຼາຍຄັ້ງລາວຈະຕົກຢູ່ໃນອັນຕະລາຍໂດຍການຖືກຂູ່ຂ້າຈາກກຸ່ມຄົນດັ່ງກ່າວ.

ໝໍ ຊາວອອສເຕຣຍ

ທາງດ້ານ ອາເລັກຊານເດີ້ ວານ ແດຣ໌ ເບລເລິນ (Alexander Van der Bellen) ປະທານາທິບໍດີຂອງອອສເຕຣຍ ກໍໄດ້ອອກມາກ່າວເຖິງເຫດການນີ້ວ່າ “ຕ້ອງຍຸຕິການຂົ່ມຂູ່ ແລະ ສ້າງຄວາມຢ້ານໃຫ້ກັນ, ຄວາມກຽດຊັງແລະການບໍ່ຍອມຮັບຄວາມແຕກຕ່າງນີ້ ຕ້ອງບໍ່ມີທີ່ຢືນໃນອອສເຕຣຍເຮົາ”.

ໝໍ ຊາວອອສເຕຣຍ

“ແຕ່ບາງຄົນກໍຄຽດກັບສິ່ງນີ້ ແລະຄົນເຫຼົ່ານີ້ເຮັດໃຫ້ລາວ (ດຣ ລິຊ່າ) ຢ້ານ ແລະ ຂູ່ລາວ. ໄລຍະທໍາອິດກໍຂົ່ມຂູ່ກັນໃນອິນເຕີເນັດ ແລ້ວຈາກນັ້ນກໍໄປຂູ່ຂ້າລາວ ແບບເຊິ່ງໆໜ້າ ໃນລະຫວ່າງທີ່ລາວກໍາລັງປະຕິບັດໜ້າທີ່ຢູ່” ປະທານາທິບໍດີໄດ້ກ່າວ.

ເມື່ອເດືອນມິຖຸນາທີ່ຜ່ານມາ ອອສເຕຣຍເປັນປະເທດໜຶ່ງທີ່ຍົກເລີກແຜນບັງຄັບສັກວັກຊີນ Covid-19 ສໍາລັບຜູ້ໃຫຍ່ ເຊິ່ງການຍົກເລີກນີ້ເກີດຂຶ້ນຫຼັງຈາກການປະທ້ວງທີ່ມີມາດົນນານຫຼາຍເດືອນ ເພື່ອໃຫ້ຍົກເລີກການລັອກດາວ ແລະ ບັງຄັບສັກວັກຊີນໃນປະເທດ.

ໝໍ ຊາວອອສເຕຣຍ

ແຕ່ສໍາລັບກໍລະນີການເສຍຊີວິດຂອງທ່ານໝໍຄົນນີ້ ເຮັດໃຫ້ປະຊາຊົນພາຍໃນປະເທດຕົກໃຈ ແລະ ເສຍໃຈຢ່າງຫຼວງຫຼາຍ ທາງສະມາຄົມການແພດໃນອອສເຕຣຍກໍໄດ້ກ່າວເຖິງກໍລະນີນີ້ໂດຍລະບຸວ່າ ມັນສະທ້ອນໃຫ້ເຫັນເຖິງໄພຄຸກຄາມຕໍ່ເຈົ້າໜ້າທີ່ທາງການແພດທີ່ນັບມື້ນັບມີຫຼາຍຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ