ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອພາຫະນະຈຳນວນຫຼາຍຄັນໃຫ້ແກ່ ສປປ ລາວ ໃຊ້ໃນວຽກງານຄຸ້ມຄອງໄພພິບັດ

ລັດຖະບານຍີ່ປຸ່ນ

ພິທີມອບ-ຮັບພາຫະນະ ແລະ ອຸປະກອນຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການນອກໂຄງການ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໄດ້ຈັດຂຶ້ນວັນທີ 24 ສິງຫາ 2022 ຜ່ານມາ ທີ່ສາງເຄື່ອງອຸປະໂພກ-ບໍລິໂພກ (ດົງໝາກຄາຍ) ກ່າວມອບໂດຍທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ກ່າວຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາທ່ານ ທ່ານຜູ້ປະສານງານຄະນະກໍາມະການຄຸ້ມຄອງໄພພິບັດ ຫົວໜ້າພະແນກ ຮອງພະແນກ ຮສສ ແຂວງ ເຂົ້າຮ່ວມ.

ລັດຖະບານຍີ່ປຸ່ນ

ໂດຍປະຕິບັດຕາມເອກະສານໂຄງການແລກປ່ຽນ ລະຫວ່າງລັດຖະບານ ສປປ ລາວ ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມອບໃຫ້ ກະຊວງ ຮສສ ຕາງໜ້າລັດຖະບານໃນການລົງນາມຮັບເອົາການຊ່ວຍເຫລືອ ເຊິ່ງເປັນໂຄງການຊ່ວຍເຫລືອນອກໂຄງການ ເຊິ່ງກົມສັງຄົມສົງເຄາະໃນນາມຕາງໜ້າກະຊວງ ຮສສ ປະສານສົມທົບກັບ ແລະ ບໍລິສັດ ຄຣາວ(Crown Agents) ເຊິ່ງເປັນບໍລິສັດທີ່ລັດຖະບານຍີ່ປຸ່ນມອບໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບໂຕ້ໄພພິບັດພາຍໃຕ້ໂຄງ ການຊ່ວຍເຫຼືອນອກໂຄງການ ມູນຄ່າທັງໝົດ 1 ຕື້ເຢນ; ໃນນັ້ນ, ມີລົດກະບະໂຟວິນ 20 ຄັນ ພ້ອມອາໄຫລ່ 20 ຊຸດ, ລົດໂຮງໝໍ ໂຟວິນ 11 ຄັນ ພ້ອມອາໄຫຼ່ 6 ຊຸດ ລົດບັນທຸກເຄື່ອງຊ່ວຍເຫຼືອ 18 ຄັນ ພ້ອມອາໄຫຼ່ 18 ຊຸດ, ລົດໂຟກລິບ 2 ຄັນ ພ້ອມອາໄຫຼ່ 2 ຊຸດ, ເຕັ້ນຊຸມຊົນ 30 ດາງ ພ້ອມອາໄຫຼ່ 30 ຊຸດ, ຜ້າບັດ 200 ຜືນ, ເຕັ້ນຄອບຄົວ 300 ດາງ ພ້ອມອາໄຫຼ່ 300 ຊຸດ, ເຮືອກູ້ໄພ 100 ລໍາພ້ອມອາໄຫຼ່ 100 ຊຸດ, ຈັກຕິດທ້າຍເຮືອ 100 ຊຸດ, ລໍ້ລາກເຮືອ 52 ຄັນ, ເຄື່ອງກອງນໍ້າແບບຕິດລົດບັນທຸກ 3 ຄັນ ພ້ອມອາໄຫຼ່ສໍາຮອງ, ເຄື່ອງກອງນໍ້າຄົບຊຸດ 2 ຊຸດ, ເຄື່ອງກອງນໍ້າແບບຄົວເຮືອນ 300 ອັນ ພ້ອມໃສ້ກອງນໍ້າສໍາຮອງ 600 ຊຸດ, ລົດຈັກ 5 ຄັນ. ບັນດາພາຫະນະ ແລະ ອຸປະກອນ ທີ່ກ່າວມານີ້ມີບາງພາຫະນະ ແລະ ອຸປະກອນ ແມ່ນໄດ້ສໍາເລັດໃນການປະມູນຈັດຊື້ ຈາກລັດຖະບານຍີ່ປຸ່ນ ແລະ ຍັງມີບາງພາຫະນະ ແລະ ອຸປະກອນຈຳນວນໜຶ່ງ ຍັງຢູ່ໃນຂະບວນການປະມູນຈັດຊື້ຂອງລັດຖະບານຍີ່ປຸ່ນ ແລະ ຈະໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດການຈັດຊື້ໃຫ້ສໍາເລັດໃນທ້າຍປີ.

ລັດຖະບານຍີ່ປຸ່ນ

ໂອກາດນີ້, ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຢີ່ປຸ່ນ ທີ່ໄດ້ໃຫ້ ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະ ຫວ່າງປະຊາຊົນສອງຊາດລາວ-ຢີ່ປຸ່ນ ໃຫ້ນັບມື້ງອກງາມຂຶ້ນເລື້ອຍໆ; ພ້ອມທັງຢືນຢັນ ຈະປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໃຫ້ເກີດປະໂຫຍດສູງສຸດ. ຈາກນັ້ນ, ທ່ານລັດຖະມົນຕີ ຮສສ ໄດ້ມອບຕໍ່ໃຫ້ພະແນກ ຮສສ ທົ່ວປະເທດ ແລະ ຂະແໜງການກ່ຽວຂ້ອງອີກດ້ວຍ.

ຂໍ້ມູນຈາກ: https://cutt.ly/KXCUs5a

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ