ອົງການອະນາໄມໂລກເຜີຍ ສະເພາະໃນປີ 2022 ຍອດຜູ້ເສຍຊີວິດຈາກໂຄວິດ-19 ຮອດ 1 ລ້ານຄົນແລ້ວ

ອົງການອະນາໄມໂລກ

ເປັນເວລາເກືອບ 3 ປີນັບຕັ້ງແຕ່ໂຄວິດ-19 ເລີ່ມລະບາດໄປທົ່ວໂລກໃນໄລຍະທ້າຍປີ 2019 ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງມະຫາສານແກ່ມະນຸດເຮົາ. ນອກຈາກນັ້ນຍັງໄດ້ເອົາຊີວິດຂອງຄົນທົ່ວໂລກໄປອີກຫຼາຍລ້ານຄົນ ແລະ ເມື່ອວັນທີ 25 ສິງຫາ 2022 ອົງການອະນາໄມໂລກ (WHO) ກໍໄດ້ອອກມາເປີດເຜີຍຈໍານວນຜູ້ເສຍຊີວິດຈາກໄວຣັສໂຄວິດ-19 ສະເພາະໃນປີ 2022 ແມ່ນຮອດ 1 ລ້ານຄົນແລ້ວ ເຊິ່ງຖືວ່າເປັນສະຖິຕິທີ່ໜ້າຫົດຫູ່ ເນື່ອງຈາກປັດຈຸບັນນີ້ໂລກເຮົາມີເຄື່ອງມືທຸກຢ່າງທີ່ສາມາດປ້ອງກັນການເສຍຊີວິດຈາກໂຄວິດ-19 ໄດ້ແລ້ວ.

ອົງການອະນາໄມໂລກ

ທາງດ້ານ ດຣ ທີໂດຣສ ອັດຮານອມ ເກເບຣເຍຊຸສ (Tedros Adhanom Ghebreyesus) ຜູ້ອໍານວຍການອົງການອະນາໄມໂລກ (WHO) ກໍໄດ້ຕັ້ງຄໍາຖາມວ່າ ຕອນນີ້ໂລກນຳທັນການລະບາດຂອງໂຄວິດ-19 ແລ້ວ ແທ້ຫຼືບໍ່? ເພາະມີຜູ້ເສຍຊີວິດເຖິງ 1 ລ້ານຄົນແລ້ວໃນປີນີ້ “ເຮົາບໍ່ສາມາດເວົ້າໄດ້ວ່າ ເຮົາກໍາລັງຮຽນຮູ້ທີ່ຈະຢູ່ຮ່ວມກັບໂຄວິດ-19 ຫາກຍັງມີຄົນຕາຍເພາະໂຄວິດ-19 ເຖິງ 1 ລ້ານຄົນໃນປີນີ້ພຽງປີດຽວ ທັ້ງໆທີ່ເຮົາປະເຊີນການລະບາດທີ່ດໍາເນີນມາເຖິງ 2 ປີເຄິ່ງ ແລະ ມີເຄື່ອງມືທຸກຢ່າງທີ່ຈໍາເປັນເພື່ອປ້ອງກັນການເສຍຊີວິດເຫຼົ່ານີ້”.

“ເຮົາຂໍໃຫ້ລັດຖະບານເພີ່ມຄວາມພະຍາຍາມໃນການສັກວັກຊີນບຸກຄະລາກອນດ້ານສຸຂະພາບ, ຜູ້ສູງອາຍຸ ແລະກຸ່ມສ່ຽງ ເພື່ອໄປໃຫ້ເຖິງການສັກວັກຊີນຄົບ 70% ຂອງປະຊາກອນທັງໝົດ”

ອົງການອະນາໄມໂລກ

ດຣ ທີໂດຣສ ມີເປົ້າໝາຍຕ້ອງການໃຫ້ທຸກປະເທດທົ່ວໂລກສັກວັກຊີນໃຫ້ກັບປະຊາກອນຂອງຕົນຄົບ 70% ພາຍໃນເດືອນມິຖຸນາ. ຢ່າງໃດກໍຕາມ ປັດຈຸບັນມີເຖິງ 136 ປະເທດທີ່ເຮັດຕາມເປົ້າໝາຍບໍ່ສໍາເລັດ ແລະ 66 ປະເທດໃນຈໍານວນນີ້ມີອັດຕາການສັກວັກຊີນປະຊາກອນຕໍ່າກວ່າ 40%.

ນອກນີ້ ດຣ ທີໂດຣສຍັງກ່າວວ່າ “ເປັນເລື່ອງທີ່ໜ້າຍິນດີທີ່ເຫັນບາງປະເທດທີ່ເຄີຍມີອັດຕາສັກວັກຊີນຕໍ່າ ກໍາລັງເລັ່ງມືຫຼາຍຂຶ້ນໃນຕອນນີ້ ໂດຍສະເພາະໃນແອຟຣິກາ” ແລະ ເສີມວ່າຕອນນີ້ເຫຼືອພຽງ 10 ປະເທດເທົ່ານັ້ນທີ່ມີປະຊາກອນໄດ້ຮັບວັກຊີນຄົບ 2 ໂດສບໍ່ເຖິງ 10% ໂດຍສ່ວນໃຫຍ່ເປັນປະເທດກໍາລັງປະເຊີນພາວະສຸກເສີນດ້ານມະນຸດສະທໍາ.

ອົງການອະນາໄມໂລກ

ພ້ອມນີ້ ຜູ້ອຳນວຍການ WHO ຍ້ຳອີກວ່າ ຍັງມີອີກຫຼາຍຢ່າງທີ່ຕ້ອງເຮັດໃຫ້ສໍາເລັດ ເພາະປັດຈຸບັນມີປະຊາກອນໂລກປະມານ 1 ໃນ 3 ທີ່ບໍ່ໄດ້ຮັບວັກຊີນ ລວມເຖິງເຈົ້າໜ້າທີ່ດ້ານສຸຂະພາບຈໍານວນ 2 ໃນ 3 ແລະ ຜູ້ສູງອາຍຸໃນປະເທດລາຍໄດ້ໜ້ອຍ.

ອົງການອະນາໄມໂລກ

ມາຮອດປັດຈຸນີ້ ພົບຜູ້ຕິດເຊື້ອສະສົມທົ່ວໂລກແລ້ວ 599,115,546 ຄົນ ຂະນະທີ່ຈໍານວນຜູ້ເສຍຊີວິດທັງໝົດຢູ່ທີ່ 6,480,729 ຄົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ