ນິນນະພາ ພຸດສະຫວັດ ທັງງາມທັງເກັ່ງ! ຜູ້ຊ່ຽວຊານດ້ານການປັບພຶດຕິກຳ ແລະ ຈິດຕະວິທະຍາສັດລ້ຽງ

ສັດລ້ຽງ

ນິນນະພາ ພຸດສະຫວັດ ຫຼື “ແອ່ນນ່າ” ເຈົ້າຂອງ “ສູນຝຶກສອນໝາຄໍາຮູ້ວຽງຈັນ” ເປັນເຖິງຜູ້ຊ່ຽວຊານທາງດ້ານການປັບພຶດຕິກຳ ແລະ ຈິດຕະວິທະຍາສັດລ້ຽງ. ພ້ອມກັນນີ້ ຍັງເປັນຜູ້ປະກອບການທຸລະກິດກ່ຽວກັບ ສັດລ້ຽງ ແລະ ການສຶກສາ. ທີ່ສຳຄັນເປັນຄົນທີ່ຮັກສັດຫຼາຍ ໂດຍສະເພາະໝາ ເພາະສາມາດຮັບຮູ້ ແລະ ປັບພຶດຕິກຳຂອງໝາໄດ້ດ້ວຍວິຊາທີ່ໄດ້ຮ່ຳຮຽນມາ ປະກອບກັບປະສົບການທີ່ຫຼາກຫຼາຍຈາກຕ່າງປະເທດ. ທາງທີມຂ່າວ LaoX ກໍມີໂອກາດໄດ້ສໍາພາດແອ່ນນ່າ ເຊິ່ງຈະເປັນແນວໃດນັ້ນ ສາມາດຕິດຕາມໄປພ້ອມໆກັນເລີຍ.

ສັດລ້ຽງ
  1. ແນະນຳຊື່ໃຫ້ແດ່?

ສະບາຍດີ ຊື່ ນິນນະພາ ພຸດສະຫວັດ (ຊື່ຫຼິ້ນ ແອ່ນນ່າ)

  1. ປັດຈຸບັນເຮັດວຽກກ່ຽວກັບຫຍັງ?

ປະຈຸບັນປະກອບອາຊີບ ຊ່ຽວຊານປັບພຶດຕິກຳ ແລະ ຈິດຕະວິທະຍາສັດລ້ຽງ, ພ້ອມເປັນຜູ້ປະກອບການ ທຸລະກິດກ່ຽວກັບສັດລ້ຽງ ແລະ ການສຶກສາ.

ສັດລ້ຽງ
ສັດລ້ຽງ
  1. ເລົ່າຄວາມເປັນມາກ່ອນຈະສ້າງສູນໝາໃຫ້ແດ່ໄດ້ບໍ່?

ຕ້ອງບອກກ່ອນວ່າ ມາຈາກຄວາມມັກ ແລະ ຮັກສັດລ້ຽງທີ່ເປັນຕົ້ນທຶນ ບວກກັບຄວາມກ້າທີ່ຈະລອງ ແລະ ທ້າທ້າຍສິ່ງທີ່ຫຼາຍຄົນບໍ່ກ້າລອງ. ແອ່ນນ່າເລີ່ມຈາກຕົ້ນທຶນຄວາມຮູ້ດ້ານວິຊາການເທົ່າສູນ ຈົນມາຮອດໂອກາດທີ່ໄດ້ພົບໝູ່ຄົນຕ່າງປະເທດ ທີ່ເປັນນັກປັບພຶດຕິກຳສັດລ້ຽງ ແລະ ພໍດີເໝາະເຈາະກັບໝູ່ອີກຄົນຕ້ອງການຄວາມຊ່ວຍເຫຼືອກ່ຽວກັບໝາຂອງລາວ.

ສັດລ້ຽງ

ຫຼັງຈາກນັ້ນ ກໍຊັກຊວນໝູ່ທີ່ມີຄວາມຮູ້ຄວາມສາມາດ ຊ່ວຍກັນເລີ່ມຈາກຮັບຈ້າງຝຶກນ້ອງໝາເຖິງເຮືອນ ຊ່ວຍປັບພຶດຕິກຳຕ່າງໆ ຕັ້ງແຕ່ພື້ນຖານຈົນເຖິງລະດັບກິລາ ແລະ ກາຍະກຳສັດລ້ຽງ. ເຊິ່ງພາຍຫຼັງ 3 ເດືອນທໍາອິດທີ່ເລາະໄປຝຶກສັດລ້ຽງໃຫ້ເຮືອນແຕ່ລະຫຼັງ ກໍເກີດມີຜົນຕອບຮັບເກີນຄາດໝາຍ ແລະ ມີຄວາມຕ້ອງການສູງຂຶ້ນເລື້ອຍໆ. ແອ່ນນ່າຈຶ່ງຕັດສິນໃຈລາອອກວຽກປະຈຳ ແລະ ໃຊ້ເງິນເກັບທັງໝົດ (ເທໝົດໜ້າຕັກເລີຍຕອນນັ້ນ 😅) ເປີດ “ສູນຝຶກສອນໝາຄໍາຮູ້ວຽງຈັນ” ເຊິ່ງໃຫ້ບໍລິການກ່ຽວກັບຈິດຕະວິທະຍາ ແລະ ສຸຂະພາບສັດລ້ຽງ ເຊັ່ນ: ບໍລິການ ຝຶກສອນໝາ, ຮັບຝາກ, ຮັບລ້ຽງ ແລະ ນຳເຂົ້າ-ສົ່ງອອກ ສັດລ້ຽງທົ່ວໂລກ. ບາດກ້າວນີ້ ເຮັດໃຫ້ “ແອ່ນນ່າ” ຄິດຮອດຄຳສອນຂອງພໍ່ສະເໝີວ່າ ໃຫ້ເບິ່ງທຸກຢ່າງອ້ອມຕົວໃຫ້ເປັນໂອກາດ ເພາະຖ້າເຮົາຄິດວ່າ ຂະໜາດເຮົາເອງຍັງຕ້ອງການ ນັ້ນແຫຼະຄື “ໂອກາດ”.

ສັດລ້ຽງ
  1. ເປັນຫຍັງຈຶ່ງຢາກສ້າງສູນໝາ?

ຍ້ອນມີໂອກາດໄດ້ເຮັດໃນສິ່ງທີ່ມັກເຕັມທີ່ ແລະ ໂຊກດີທີ່ຕົນເອງບໍ່ເຄີຍຢຸດທີ່ຈະພັດທະນາຕົນເອງ ແອ່ນນ່າໄດ້ຝຶກຝົນຄົ້ນຄວ້າຈົນຈົບຫຼັກສູດ Canine Behavior ແລະ Animal Psychology (ພຶດຕິກຳສຸນັກ ແລະ ຈິດຕະວິທະຍາສັດລ້ຽງ) ຈາກສະຖາບັນຕ່າງປະເທດ. ເພາະແອ່ນນ່າເຊື່ອສະເໝີວ່າ ທຸກຄວາມສຳເລັດທີ່ດີ ຈະມາພ້ອມຄວາມຕັ້ງໃຈ, ເວລາ ແລະ ສັກກະຍະພາບຂອງຕົວເຮົາເອງເທົ່ານັ້ນ!

  1. ສູນໝາປ່ຽນແປງຊີວິດຕົນເອງຄືແນວໃດ?

ໄລຍະ 6 ປີ ຂອງສູນຝຶກສອນໝາຄໍາຮູ້ວຽງຈັນ ຄືການປ່ຽນແປງທີ່ດີທີ່ສຸດໃນຊີວິດ ເພາະມັນເຮັດໃຫ້ ແອ່ນນ່າກ້າວຂ້າມ Safe Zone ຂອງຕົນເອງ ເຂົ້າໃຈຄຸນຄ່າ ຄຳວ່າ “ໂອກາດ” ທີ່ມາພ້ອມກັບ “ຕົ້ນທຶນຕໍ່າ” ແລະ ການພັດທະນາຕົນເອງແບບບໍ່ຢຸດຢັ້ງຄືຕົ້ນທຶນ ແລະ ກຳໄລທີ່ໄດ້ມາພ້ອມກັນ.

  1. ສຸດທ້າຍນີ້ ຢາກຝາກຫຍັງບໍ່?

ສຸດທ້າຍ ຂໍຝາກໃຫ້ທຸກຄົນທີ່ຜ່ານມາອ່ານຄວາມນີ້ຈົນຈົບ ຈົ່ງເຊົາດູຖູກຄວາມສາມາດຕົນເອງ ທັ້ງໆທີ່ເຈົ້າບໍ່ໄດ້ເລີ່ມທີ່ຈະລອງເຮັດມັນ ແລະ ຂໍເປັນກຳລັງໃຈໃຫ້ທຸກຄົນກັບທຸກໂອກາດເດີ.

ຂອບໃຈບົດສຳພາດຈາກ: ນິນນະພາ ພຸດສະຫວັດ

ສາມາດຕິດຕາມສູນໄດ້ທີ່: https://cutt.ly/XXKHwQB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ