ກັບຕັນຂອງສາຍການບິນເອທິໂອເປຍ ຂັບເຮືອບິນກາຍສະໜາມບິນ ສາເຫດມາຈາກເຜີຫຼັບຈົນລືມຈອດ

ສະໜາມບິນ

ເຊື່ອວ່າຫຼາຍໆຄົນຕ້ອງເຄີຍມີປະສົບການ ການຂັບລົດ ຫຼື ນັ່ງລົດປະຈໍາທາງກາຍຈຸດໝາຍທີ່ເຮົາຈະໄປມາແລ້ວຢ່າງແນ່ນອນ ເຊິ່ງນັ້ນກໍຖືໄດ້ວ່າເປັນເລື່ອງປົກກະຕິທີ່ຄົນເຮົາອາດຈະມີການຫຼົງລືມໄດ້ ແຕ່ຖ້າຫາກວ່າເຫດການທີ່ກ່າວມານີ້ປ່ຽນຈາກລົດເປັນເຮືອບິນເດຈະເປັນແນວໃດ? ຟັງເບິ່ງແລ້ວເລື່ອງນີ້ອາດເປັນໄປໄດ້ຍາກແມ່ນບໍ່? ແຕ່ມັນກໍໄດ້ເກີດຂຶ້ນແລ້ວກັບສາຍການບິນເອທິໂອເປຍ ທີ່ກັບຕັນໄດ້ເຜີຫຼັບຈົນພາເຮືອບິນ ແລະ ຜູ້ໂດຍສານບິນກາຍສະໜາມບິນທີ່ຕ້ອງລົງຈອດ.

ສະໜາມບິນ

ເຫດການນີ້ເກີດຂຶ້ນເມື່ອກາງເດືອນສິງຫາ 2022 ທີ່ຜ່ານມາ ໃນຖ້ຽວບິນ ET343 ຂອງສາຍການບິນເອທິໂອເປຍ (Ethiopian Airlines) ທີ່ກໍາລັງເດີນທາງຈາກນະຄອນຄາຣ໌ທູມ (Khartoum) ເມືອງຫຼວງຂອງປະເທດຊູດານ ໂດຍມຸ່ງໜ້າໄປ ນະຄອນແອັດດິສອາບາບາ (Addis Ababa) ເມືອງຫຼວງຂອງປະເທດເອທິໂອເປຍ.

ສະໜາມບິນ

ເຊິ່ງໃນຂະນະທີ່ຖ້ຽວບິນ ET343 ຂອງສາຍການບິນເອທິໂອເປຍໃກ້ຮອດຈຸດໝາຍ ແຕ່ຕົວເຮືອບິນເບິ່ງຄືວ່າຈະບໍ່ມີທ່າທີລົດລະດັບຄວາມສູງ ບວກກັບເຣດາການບິນຍັງສະແດງຜົນວ່າ ຖ້ຽວບິນດັ່ງກ່າວກໍາລັງບິນຜ່ານສະໜາມບິນປາຍທາງ ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງອາກາດຈຶ່ງພະຍາຍາມຕິດຕໍ່ກັບນັກບິນຫຼາຍຄັ້ງແຕ່ກໍບໍ່ສໍາເລັດ.

ເຊິ່ງໃນໄລຍະຕໍ່ມາກໍໄດ້ຮັບຮູ້ວ່າສາເຫດທີ່ຖ້ຽວບິນລໍາດັ່ງກ່າວບິນກາຍຈຸດໝາຍກໍຍ້ອນວ່າກັບຕັນແລະນັກບິນຜູ້ຊ່ວຍແມ່ນໄດ້ເຜີຫຼັບເນື່ອງຈາກວ່າມີອາການເມື່ອຍແລະອ່ອນເພຍ. ຢ່າງໃດກໍດີ ຕາມລາຍງານບອກວ່າທັງກັບຕັນແລະນັກບິນຜູ້ຊ່ວຍແມ່ນຮູ້ສຶກຕື່ນຕົວຂຶ້ນມາເອງ ເພາະສັນຍານເຕືອນໃນຫ້ອງນັກບິນດັງຂຶ້ນ ຫຼັງລະບົບຂັບເຄື່ອນອັດຕະໂນມັດຂາດການເຊື່ອມຕໍ່ ເຊິ່ງຫຼັງຈາກນັ້ນພວກເຂົາກໍໄດ້ລົດລະດັບຄວາມສູງ 37,000 ຟຸດໃນຕອນທີ່ເຜີຫຼັບ ຈົນນໍາເຮືອບິນລົງມາຈອດໄດ້ສຳເລັດ.

ສະໜາມບິນ

ໂດຍປົກກະຕິແລ້ວ ຖ້ຽວບິນນີ້ແມ່ນໃຊ້ເວລາເດີນທາງໜ້ອຍກວ່າ 2 ຊົ່ວໂມງ ແຕ່ຈາກເຫດການດັ່ງກ່າວເຮັດໃຫ້ຕ້ອງລົງຈອດຊ້າອີກປະມານ 25 ນາທີ ທັງນີ້ກັບຕັນແລະນັກບິນຜູ້ຊ່ວຍ ແມ່ນໄດ້ຖືກສາຍການບິນສັ່ງພັກວຽກ.

ເມື່ອຂ່າວນີ້ຖືກເຜີຍແຜ່ອອກໄປເຮັດໃຫ້ຊາວເນັດອອກມາສະແດງຄວາມຄິດເຫັນໂດຍແບ່ງເປັນ 2 ຝ່າຍ ບາງຄົນກໍເຫັນໃຈ ແລະ ຕົກໃຈ ເພາະເມື່ອກວດສອບຕາຕະລາງບິນຂອງກັບຕັນແລ້ວແມ່ນມີຫຼາຍ ແລະເກືອບຈະບໍ່ໄດ້ພັກ ພ້ອມບອກວ່າສິ່ງໃດທີ່ເກີດຂຶ້ນກັບລູກເຮືອແມ່ນຄວນໂທດທາງບໍລິສັດ ແລະໜ່ວຍງານກໍາກັບດູແລ. ສ່ວນອີກຝ່າຍກໍບອກວ່າກັບຕັນເຮັດໃຫ້ຜູ້ໂດຍສານເກີດຄວາມສ່ຽງ ແລະ ຕົກຢູ່ໃນອັນຕະລາຍ ແລະຍັງບອກວ່າວິທີແກ້ໄຂຄືກັບຕັນຕ້ອງຢຸດທັງໝົດ.

ສະໜາມບິນ

ທາງດ້ານ ອາເລັກ ມາເຊຣາສ (Alex Macheras) ນັກວິເຄາະການບິນກໍໄດ້ອອກມາສະແດງຄວາມເຫັນເຖິງເຫດການນີ້ວ່າ “ເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ດ້ວຍເຫດຜົນທີ່ວ່າ ຄວາມເມື່ອຍຈາກການບິນບໍ່ແມ່ນເລື່ອງໃໝ່  ແລະເບິ່ງຄືວ່າບັນຫານີ້ຈະເປັນໄພຄຸກຄາມຕໍ່ຄວາມປອດໄພທາງອາກາດ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ