ເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມໜັກ ເສຍຫາຍຫຼາຍຈຸດ

ແຂວງອຸດົມໄຊ

ພາຍຫຼັງທີ່ເກີດມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເລີ່ມຕັ້ງແຕ່ເວລາ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫາ 2022 ເຮັດໃຫ້ນ້ຳກໍ ແລະ ນ້ຳມາວ ມີລະດັບປະລິມານນ້ຳສູງຂຶ້ນ ພ້ອມທັງເກີດມີນ້ຳປ່າໄຫຼ ແຮງ ເຮັດໃຫ້ເກີດມີນ້ຳອັ່ງຖ້ວມ ຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງເລກ 2 ຕາເວັນອອກ ທາງໄປເມືອງຫຼາ ແລະ ທາງເລກ 13 ເໜືອ ທາງໄປເມືອງນາໝໍ້. ນອກຈາກນີ້ ກໍຍັງຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ຕາມແຄມນ້ຳກໍ ແລະ ເຂດພື້ນທີ່ຕ່ຳ. ຕໍ່ກັບສະພາບການດັ່ງກ່າວ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ລົງຕິດຕາມສະພາບການຢ່າງໃກ້ຊິດ ພ້ອມທັງລົງຕິດຕາມກວດກາຜົນກະທົບຢູ່ເຂດຕ່າງໆພາຍໃນເທສະບານແຂວງ ແລະ ເສັ້ນທາງ.

ແຂວງອຸດົມໄຊ

ໃນນີ້ເສັ້ນທາງເລກ 2 ຕາເວັນອອກຫຼື (2E) ເຫັນວ່າເສັ້ນທາງສາຍດັ່ງກ່າວເກີດມີດິນເຈື່ອນຖົມທາງ, ຕົ້ນໄມ້ຫັກລົ້ມທັບຕາມເສັ້ນທາງຫຼາຍຈຸດ, ເສົາໄຟຟ້າຫັກລົ້ມ ຈຳນວນໜື່ງ ເຮັດໃຫ້ໄຟຟ້າແລະສັນຍານໂທລະສັບບໍ່ສາມາດໃຊ້ໄດ້. ສຳລັບເຂດບ້ານໂຮມໄຊ (ຫຼັກ 15 ) ເມືອງຫຼາ ແຂວງອຸດົມໄຊ ເກີດມີນ້ຳປ່າໄຫຼແຮງ ພັດເຂົ້າບ້ານເຮືອນຂອງປະຊາຊົນ ເຮັດໃຫ້ມີເຮືອນຖືກພັດໄຫຼນ້ຳຈຳນວນໜຶ່ງ ແລະ ມີດິນເຊາະເຈື່ອນບໍລິເວນຂົວ ພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ເຫດການດັ່ງກ່າວນີ້ທ່ານເຈົ້າແຂວງ ກໍໄດ້ແນະນຳໃຫ້ອົງການປົກຄອງບ້ານໂຮມໄຊ ໃຫ້ເອົາໃຈໃສ່ຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອ ຈັດສັນບ່ອນຢູ່ ແລະ ອາຫານ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ ພ້ອມທັງແນະນຳໃຫ້ຕິດຕາມຕໍ່ກັບສະພາບການທີ່ເກີດຂຶ້ນຢ່າງມີສະຕິ.

ແຂວງອຸດົມໄຊ

ປັດຈຸບັນ ທາງແຂວງອຸດົມໄຊໄດ້ລະດົມກຳລັງຊາວໜຸ່ມ,ສອງກຳລັງ ປກຊ-ປກສ ລົງຊ່ວຍພື້ນທີ່ ທີ່ຖືກນໍ້າຖວ້ມ ພ້ອມທັງປະເມີນ ແລະ ກຳເກັບຂໍ້ມູນຄວາມເສຍຫາຍ ສ່ວນລາຍລະອຽດນັ້ນຈະລາຍງານໃຫ້ຊາບເປັນແຕ່ລະໄລຍະ.

ຂອບໃຈຂໍ້ມູນຈາກ: https://cutt.ly/lXMrW6F

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ