ໃນໄລຍະ 2-3 ເດືອນທີ່ຜ່ານມານີ້ ສະຖານະການການແຜ່ລະບາດຂອງໂຄວິດ-19 ໃນຫຼາຍໆປະເທດທົ່ວໂລກເບິ່ງຄືວ່າຈະມີສັນຍານດີຂຶ້ນ ເພາະເບິ່ງຈາກການຍົກເລີກມາດຕະການກ່ຽວກັບການປ້ອງກັນໂຄວິດ-19 ຕ່າງໆ.

ຢ່າງໃດກໍດີ ສະຖານະການຂອງໂຄວິດ-19 ທົ່ວໂລກໃນຂະນະນີ້ເບິ່ງຄືວ່າມັນຈະເລີ່ມກັບມາລະບາດເປັນວົງກວ້າງອີກຄັ້ງ ຫຼັງຈາກທີ່ຫຼາຍປະເທດພົບຜູ້ຕິດເຊື້ອໃໝ່ສູງຂຶ້ນຢ່າງຕໍ່ເນື່ອງ. ດ້ານອົງການອະນາໄມໂລກ (WHO) ກໍໄດ້ອອກມາເຕືອນໃຫ້ກັບມາໃສ່ໜ້າກາກອະນາໄມ ແລະໃຊ້ການເວັ້ນໄລຍະຫ່າງທາງສັງຄົມອີກຄັ້ງ ພ້ອມຍ້ຳອີກວ່າການລະບາດໃຫຍ່ນີ້ຍັງບໍ່ສິ້ນສຸດ.

Tedros Adhanom Ghebreyesus ຜູ້ອໍານວຍການອົງການອະນາໄມໂລກ (WHO) ໄດ້ອອກມາກ່າວເມື່ອວັນອັງຄານ ທີ 12 ກໍລະກົດວ່າ “ໂຣກໂຄວິດ-19 ຍັງບໍ່ຮອດຈຸດສິ້ນສຸດຂອງການລະບາດ ແລະເມື່ອໄວຣັສເຂົ້າສູ່ເຮົາ ເຮົາຈໍາເປັນທີ່ຈະຕ້ອງສູ້ກັບຄືນ, ຕອນນີ້ເຮົາຢູ່ໃນຕໍາແໜ່ງທີ່ດີກວ່າໃນໄລຍະທຳອິດຂອງການລະບາດໃຫຍ່ຫຼາຍ. ເຖິງວ່າຈະມີຄວາມກ້າວໜ້າເກີດຂຶ້ນຢ່າງຫຼວງຫຼາຍ ເຮົາມີທັງເຄື່ອງມືທີ່ປອດໄພແລະມີປະສິດທິພາບໃນການປ້ອງກັນການຕິດເຊື້ອ ແຕ່ເຮົາກໍຍັງບໍ່ຄວນປະໝາດໃນເລື່ອງນີ້”.

ຄໍາຖະແຫຼງຂອງຜູ້ອຳນວຍການ WHO ແມ່ນສືບເນື່ອງຈາກການປະຊຸມຄະນະກໍາມະການສຸກເສີນ ເຊິ່ງມີການເປີດເຜີຍຂໍ້ມູນພ້ອມລະບຸວ່າ ມີລາຍງານຍອດຜູ້ຕິດເຊື້ອໂຄວິດ-19 ມາຈາກທົ່ວໂລກ ເພີ່ມຂຶ້ນເຖິງ 30% ໃນໄລຍະ 2 ອາທິດທີ່ຜ່ານມາ ສ່ວນໃຫຍ່ມີຜົນມາຈາການລະບາດຂອງໄວຣັສໂອໄມຄຣອນສາຍພັນຍ່ອຍ BA.4 ແລະ BA.5 ປະກອບກັບການຜ່ອນຜັນມາດຕະການດ້ານສາທາລະນະສຸກໃນປະເທດຕ່າງໆ.

ຂະນະທີ່ເກົາຫຼີໃຕ້ ຕອນນີ້ແມ່ນກໍາລັງປະສົບກັບບັນຫາການແຜ່ລະບາດຂອງໄວຣັສໂອໄມຄຣອນສາຍພັນຍ່ອຍ BA.5 ທີ່ເຮັດໃຫ້ຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍພາຍໃນອາທິດນີ້ມີຜູ້ຕິດເຊື້ອກວ່າ 40,000 ຄົນເຊິ່ງເພີ່ມຂຶ້ນຫຼາຍເທົ່າຖ້າທຽບກັບຍອດຜູ້ຕິດເຊື້ອໃນອາທິດທີ່ຜ່ານມາ. ແຕ່ທາງລັດຖະບານຈະບໍ່ກັບມາໃຊ້ມາດຕະການຄວບຄຸມໂຄວິດ-19 ແບບເກົ່າແລ້ວ ໂດຍໃຊ້ເຫດຜົນວ່າ ປະຊາຊົນໄດ້ຮັບວັກຊີກປ້ອງກັນໂຄວິດ-19 ແລ້ວ.

ເຊັ່ນດຽວກັນປະເທດຍີ່ປຸ່ນທີ່ຫຼ້າສຸດນີ້ (14 ກໍລະກົດ) ທີ່ປະກາດໃຫ້ປະຊາຊົນລະມັດລະວັງຕົວເປັນພິເສດຫຼັງພົບຜູ້ຕິດເຊື້ອທົ່ວປະເທດເພີ່ມຂຶ້ນກວ່າ 90,000 ຄົນໃນໄລຍະ 2-3 ມື້ທີ່ຜ່ານມາ.

ທາງດ້ານຂອງນິວຊີແລນກໍອອກມາປະກາດແຈກໜ້າກາກອະນາໄມແລະຊຸດກວດໂຄວິດ ຫຼັງຈາກໃນໄລຍະ 2-3 ອາທິດທີ່ຜ່ານມາ ຍອດຜູ້ຕິດເຊື້ອຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມີທ່າອ່ຽງຈະເພີ່ມຂຶ້ນຢ່າງຮຸນແຮງກວ່າຮອບອື່ນໆ ທີ່ທີການລະບາດ.

ໃນສ່ວນຂອງສະຫະລັດອາເມຣິກາກໍເຊັ່ນກັນ ໂດຍທາງລັດຖະບານໄດ້ມີການຮຽກຮ້ອງເຖິງປະຊາຊົນໃຫ້ເຂົ້າມາຮັບວັກຊີນເຂັມກະຕຸ້ນ ແລະສວມໃສ່ໜ້າອະນາໄມຕາມເດີມ ຫຼັງໄວຣັສໂອໄມຄຣອນສາຍພັນຍ່ອຍ BA.4 ແລະ BA.5 ກໍາລັງແຜ່ລະບາດທົ່ວປະເທດ.

.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ