ຫຼາຍຄົນກໍອາດຈະຮູ້ກັນວ່າ ຈີນນັ້ນເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ໂດຍການສຳຫຼວດໃນປີ 2021 ພົບວ່າມີຈຳນວນປະຊາກອນສູງເຖິງ 1.41 ພັນລ້ານຄົນ ແລະຕອນນີ້ກໍບໍ່ມີໃຜສາມາດລົ້ມແຊັ້ມນີ້ໄດ້. ຢ່າງໃດກໍດີ ໃນອະນາຄົດອັນໃກ້ ສະຖິຕິນີ້ມັນອາດມີການປ່ຽນແປງໃໝ່ກໍໄດ້.

ເພາະເມື່ອບໍ່ດົນມານີ້ ສະຫະປະຊາຊາດ ຫຼື UN ໄດ້ເປີດເຜີຍການຄາດການວ່າ ຈຳນວນປະຊາກອນໂລກເຮົາຈະຢູ່ທີ່ 8 ພັນລ້ານຄົນໃນວັນທີ 15 ພະຈິກທີ່ຈະມາຮອດນີ້. ນອກຈາກນີ້ ຍັງຄາດການອີກວ່າ ອິນເດຍທີ່ປັດຈຸບັນຢູ່ໃນອັນດັບ 2 ໂດຍມີປະຊາກອນຢູ່ທີ່ 1.39 ພັນລ້ານຄົນ (ໃນປີ 2021) ຈະແຊງໜ້າຈີນໂດຍກາຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກໃນປີ 2023.

ອັນໂຕນິໂອ ກູເຕີເຣສ (António Guterres) ເລຂາທິການປະຈຳ UN  ໄດ້ເຜີຍວ່າຈຳນວນປະຊາກອນໂລກເພີ່ມຂຶ້ນນັ້ນປຽບສະເໝືອນເຄື່ອງເຕືອນໃຈເຖິງຄວາມຮັບຜິດຊອບຮ່ວມກັນໃນການເບິ່ງແຍງດູແລໂລກຂອງທຸກຄົນ ແລະເປັນໄລຍະເວລາແຫ່ງການຄຳນຶງເຖິງຂໍ້ຜູກພັນທີ່ຍັງບໍ່ບັນລຸເຊິ່ງກັນແລະກັນ.

ລາຍງານກ່ຽວກັບປະຊາກອນໂລກ (World Population Prospects) ປະຈຳປີ 2022 ລະບຸວ່າ ອັດຕາການເຕີບໃຫຍ່ນັ້ນຊ້າທີ່ສຸດນັບຕັ້ງແຕ່ປີ 1950 ໂດຍຕໍ່າກວ່າ 1% ໃນປີ 2020.

ນອກນີ້ແລ້ວ  ຍັງມີການຄາດການວ່າປະຊາກອນໂລກອາດຈະເພີ່ມຂຶ້ນເປັນ 8.5 ພັນລ້ານຄົນໃນປີ 2030 ແລະ 9.7 ພັນລ້ານຄົນໃນປິ 2050 ແລະ ຈະໄຕ່ໄປເຖິງລະດັບສູງສຸດຢູ່ທີ່ປະມານ 1.04 ໝື່ນລ້ານຄົນໃນໄລຍະປີ 2080.

ແລະໃນການຄາດການນັ້ນລະບຸວ່າ ປະຊາກອນທີ່ຈະເພີ່ມຂຶ້ນຈົນເຖິງປີ 2050 ນັ້ນ ຫຼາຍກວ່າເຄິ່ງໜຶ່ງແມ່ນຈະລວມຕົວກັນຢູ່ໃນ 8 ປະເທດໄດ້ແກ່ ຄອງໂກ, ອີຢິບ, ເອທິໂອເປຍ, ອິນເດຍ, ໄນຈີເຣຍ, ປາກີສະຖານ, ຟິລິບປິນ ແລະ ແທນຊາເນຍ.

Liu Zhenmin ຮອງເລຂາທິການ UN ດ້ານເສດຖະກິດແລະສັງຄົມກ່າວວ່າ ການເຕີບໃຫຍ່ຢ່າງໄວວາຂອງປະຊາກອນ ເຮັດໃຫ້ການກໍາຈັດຄວາມທຸກຍາກ, ການຕໍ່ສູ້ກັບຄວາມອຶດຢາກ ແລະ ພາວະຂາດໂພຊະນາການ ລວມທັງການເພີ່ມຄວາມຄອບຄຸມຂອງລະບົບສຸຂະພາບແລະການສຶກສາ ດໍາເນີນຍາກຍິ່ງຂຶ້ນໄປ. ແຕ່ວ່າໃນທາງກັບກັນ ການບັນລຸເປົ້າໝາຍການພັດທະນາທີ່ຢືນຍົງ ໂດຍສະເພາະປະເດັນທີ່ກ່ຽວຂ້ອງກັບສຸຂະພາບ, ການສຶກສາ ແລະ ຄວາມເທົ່າທຽມທາງເພດ ຈະມີສ່ວນສົ່ງຜົນໃຫ້ລະດັບພາວະຈະເລີນພັນລົດລົງ ແລະ ລົດຜ່ອນການເຕີບໃຫຍ່ຂງປະຊາກອນໂລກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ