ປົກກະຕິແລ້ວ ເຮົາຈະມັກຈະເຫັນແຜງໂຊລາເຊລຕິດຕັ້ງໄວ້ຕາມສະຖານທີ່ໃດໜຶ່ງ ບໍ່ສາມາດເໜັງຕີງໄດ້ ແຕ່ນະວັດຕະກຳໃໝ່ Smartflower ແຜງໂຊລາເຊລຮູບດອກຕາເວັນນີ້ ສາມາດຫັນໜ້າແຜງຕາມແສງແດດແບບອັດຕະໂນມັດ ແບບຕຳນານຮັກຂອງກຣີກທີ່ດອກຕາເວັນຈະຫັນໜ້າໄປຫາດວງຕາເວັນສະເໝີ!

Smartflower ນີ້ ສາມາດຕິດຕັ້ງໄວ້ທີ່ເດີ່ນໄດ້ເລີຍ ບໍ່ຈຳເປັນຕ້ອງຕິດຕັ້ງໄວ້ເທິງຫຼັງຄາແບບທົ່ວໄປ ເພາະມັນມີຂາຕັ້ງໃນຕົວມັນເອງ ແລະ ສາມາດຫັນຕາມແດດໄດ້ອັດຕະໂນມັດ, ສາມາດກາງ, ພັບ ແລະ ປັບທິດທາງໄດ້ ແຖມຜະລິດພະລັງງານໄດ້ຫຼາຍກວ່າ 40%

ກີບຂອງແຜງໂຊລາເຊລດັ່ງກ່າວຈະກາງອອກຕອນດວງຕາເວັນຂຶ້ນ ພັບລົງຕອນຕາເວັນຕົກ ແລະ ຖ້າວ່າມື້ໃດທີ່ມີສະພາບອາກາດແປປວນ ຝົນຕົກລົມແຮງ ມັນກໍຈະພັບເອງອັດຕະໂນມັດ. ບໍ່ຈຳເປັນຕ້ອງມີຄົນມາທຳຄວາມສະອາດ ເພາະມັນມີລະບົບທຳຄວາມສະອາດສິ່ງທີ່ເກາະຢູ່ໄດ້ດ້ວຍຕົວມັນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ