ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ (2022 High-Level Political Forum on Sustainable Development) ພາຍໃຕ້ຫົວຂໍ້: ການຟື້ນຟູຄືນໃໝ່ຈາກຜົນກະທົບຂອງພະຍາດໂຄວິດ-19 ຄຽງຄູ່ກັບການຊຸກຍູ້ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢ່າງເຕັມສ່ວນ (Building back better from the coronavirus disease/COVID-19 while advancing the full implementation of the 2030 Agenda for Sustainable Development), ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 05 – 18 ກໍລະກົດ 2022 ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນິວຢອກ, ສ. ອາເມຣິກາ.

ຈຸດປະສົງຕົ້ນຕໍ ຂອງກອງປະຊຸມແມ່ນເພື່ອຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ ປີ 2030 ເພື່ອການພັດທະນາແບບຍືນຍົງ (ປພຍ) ກໍຄືການທົບທວນຄືນບັນດາ 17 ເປົ້າໝາຍ, ໂດຍສະເພາະ 5 ປພຍ ຄື: ການສືກສາ (ປພຍ4), ຄວາມສະເໝີພາບລະຫວ່າງຍິງ-ຊາຍ (ປພຍ5), ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດໃນນ້ຳ (ປພຍ14), ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດເທິງໜ້າດິນ (ປພຍ15) ແລະ ການຮ່ວມມື (ປພຍ17). ພ້ອມກັນນັ້ນ, ກອງປະຊຸມໄດ້ມີການນໍາສະເໜີບົດລາຍງານແບບສະໝັກໃຈ (VNR) ຂອງບັນດາປະເທດສະມາຊິກ, ເຊິ່ງປີນີ້ ມີ 45 ປະເທດ ໄດ້ຂຶ້ນນໍາສະເໜີບົດດັ່ງກ່າວ.

ກອງປະຊຸມດັ່ງກ່າວ ໄດ້ແຍກອອກເປັນ 3 ພາກຄື: 1. ກອງປະຊຸມພາກທົ່ວໄປ, 2. ກອງປະຊຸມລະດັບລັດຖະມົນຕີ ແລະ 3. ກອງປະຊຸມຂັ້ນສູງ ເຊິ່ງມີບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງປະເທດສະມາຊິກເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມ ໄດ້ຮັບຟັງການປາໄສຂອງທ່ານ ແອນໂຕນີໂອ ກູເຕີເຣສ, ເລຂາທິການໃຫຍ່ ອົງການ ສປຊ ລວມທັງ ທ່ານປະທານສະພາເສດຖະກິດ-ສັງຄົມ ສປຊ ແລະ ທ່ານປະທານສະມັດຊາໃຫຍ່ອົງການ ສປຊ. ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວຫນ້າຄະນະຜູ້ແທນ ສປປ ລາວ ກໍໄດ້ຂຶ້ນກ່າວບົດປາໄສ ໃນພາກກອງປະຊຸມລະດັບລັດຖະມົນຕີ ໂດຍມີເນື້ອໃນ ເນັ້ນໜັກເຖິງບັນດາຜົນສໍາເລັດ ແລະ ສິ່ງທ້າທາຍ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ວິກິດການດ້ານການເງິນ ແລະ ໄພພິບັດທາງທໍາມະຊາດ; ເຜີຍແຜ່ນະໂຍບາຍ ແລະ ເຫັນໄດ້ເຖິງຄວາາມເອົາໃຈໃສ່ຂອງລັດຖະບານ ໃນການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.  ພ້ອມທັງສະເໜີທິດທາງການຮ່ວມມືດ້ານການພັດທະນາ ລະດັບສາກົນໃນອະນາຄົດ ທີ່ສືບຕໍ່ສຸມໃສ່ຜັນຂະຫຍາຍໝາກຜົນ ແລະ ແກ້ໄຂຂໍ້ຄົງຄ້າງ ຈາກການຈັດຕັ້ງປະຕິບັດ ເປົ້າໝາຍ ປພຍ ໂດຍເອົາໃຈໃສ່ເຖິງສະພາບຈຸດພິເສດສະເພາະ ຂອງກຸ່ມປະເທດທີ່ມີຄວາມບອບບາງ ແລະ ບັນດາປະເທດກະກຽມໃນການຫຼຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ລວມທັງ ສປປ ລາວ ເພື່ອຮັບປະກັນ ເຮັດໃຫ້ວຽກງານຮ່ວມມືເພື່ອການພັດທະນາ ຕາມວາລະ 2030 ປາກົດຜົນເປັນຈິງ ແລະ ຍືນຍົງ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍ ກັບ ທ່ານ Rubén Darío Molina, ທ່ານຮອງລັດຖະມົນຕີກະຊວງວຽກງານຫຼາຍຝ່າຍ, ປະເທດເວເນຊູເອລາ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືໃນການພັດທະນາຂອງສອງປະເທດ ໂດຍສະເພາະໃນຂົງເຂດວຽກງານຂອງອົງການ ສະຫະປະຊາຊາດ ແລະ ວາລະປີ 2030 ເພື່ອການພັດທະນາ.

ກອງປະຊຸມຄັ້ງນີ້ ໄດ້ມີການຮັບຮອງເອົາ 2 ເອກະສານສຳຄັນຂອງກອງປະຊຸມ ຄື: ຖະແຫຼງການລັດຖະມົນຕີ ຂອງກອງປະຊຸມເວທີການເມືອງລະດັບສູງ (HLPF Ministerial Declaration) ວ່າດ້ວຍການພັດທະນາແບບຍືນຍົງ ແລະ ຖະແຫຼງການລັດຖະມົນຕີ ຂອງກອງປະຊຸມລະດັບສູງ HLS. ຜົນຂອງກອງປະຊຸມໃນຄັ້ງນີ້ ທັງເປັນການປະກອບສ່ວນດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 77 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2022 ແລະ ກອງປະຊຸມສຸດຍອດເພື່ອການພັດທະນາແບບຍືນຍົງ ໃນປີ 2023. ກອງປະຊຸມ HLPF ດັ່ງກ່າວ ແມ່ນກົນໄກໜຶ່ງຂອງອົງການ ສປຊ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ປພຍ ຢູ່ໃນບັນດາປະເທດສະມາຊິກອົງການສະຫະປະຊາຊາດ 193 ປະເທດໃນທົ່ວໂລກ ນັບແຕ່ປີ 2016 ເປັນຕົ້ນມາ. ສປປ ລາວ ກໍໄດ້ປະກອບສ່ວນຢ່າງຫ້າວຫັນ ໃນກອງປະຊຸມດັ່ງກ່າວ ໂດຍໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ໃນການຈັດຕັ້ງປະຕິບັດ ປພຍ ໃນປີ 2018 ແລະ ໃນປີ 2021 ທີ່ຜ່ານມາ. ນອກຈາກນີ້, ສປປ ລາວ ເຮົາ ຍັງມີແຜນທີ່ຈະນໍາສະເໜີບົດລາຍງານແບບສະໝັກໃຈ ສະບັບທີ 3 ໃນປີ 2024 ອີກດ້ວຍ.

ຂໍ້ມູນຈາກ: https://cutt.ly/RLU70xt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ