ພີທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ວັນທີ 15 ກໍລະກົດ 1962 ຄົບຮອບ 60 ປີ ເເລະວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເເຂວງອຸດົມໄຊ ວັນທີ 4 ເມສາ 1962 ຄົບຮອບ 60 ປີ ໃນຕອນເຊົ້າວັນທີ 15 ກໍລະກົດ 2022 ຢູ່ສະໂມສອນໃຫຍ່ຂອງເເຂວງ  ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກເເຂວງ ເຈົ້າແຂວງອຸດົມໄຊ,ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນທອງ ຈິດມະນີ ກໍາມະການກົມເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ທ່ານຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບຸນປອນ ບຸດຕະນະວົງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດຮອງປະທານສະພາແຫ່ງຊາດ ມີບັນດາຄະນະບໍລິຫານງານພັກເເຂວງ, ອະດີດການນໍາຂັ້ນສູງຂອງເເຂວງ, ພະເເນກການຕ່າງໆອ້ອມຂ້າງເເຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໂອກາດນີ້ ທ່ານບຸນຄົງ ຫຼ້າຈຽມພອນ ໄດ້ມີຄໍາເຫັນກ່າວປາໄສຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ວັນທີ 15 ກໍລະກົດ 1962 ຄົບຮອບ 60 ປີ ເເລະວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເເຂວງອຸດົມໄຊ ວັນທີ 4 ເມສາ 1962 ຄົບຮອບ 60 ປີບາງຕອນສໍາຄັນທ່ານກ່າວວ່າ: ການຈັດງານໃນຄັ້ງນີ້ ເຮັດໃຫ້ຈົດຈໍາເຖິງ ເຫດການສໍາຄັນດ້ານປະຫວັດສາດອັນລະອິດລະອ້ຽວ ແລະ ຫວນຄືນມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ໃນພາລະກິດປົກປັກຮັກສາ, ພັດທະນາແຂວງ, ພັດທະນາກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ເຊິ່ງພວກເຮົາມີ ຄວາມເອກອ້າງທະນົງໃຈ ຕໍ່ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນສຳເລັດອັນສຳຄັນໃນຫຼາຍດ້ານທີ່ຍາດມາໄດ້ໃນ 60 ປີທີ່ຜ່ານມາ ເຊິ່ງເເຂວງໃນເມື່ອກ່ອນເປັນກິ່ງແຂວງໄຊຍະພູມ ຂຶ້ນກັບແຂວງຫຼວງພະບາງ ເຊິ່ງປະກອບມີ 3 ເມືອງ ຄື: ເມືອງໄຊ, ເມືອງຮຸນ ແລະ ເມືອງປາກທາ ມີສຳນັກງານຕັ້ງຢູ່ເມືອງໄຊ ເປັນດິນແດນທີ່ມີມູນເຊື້ອປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີຂະບວນການ ປະຕິວັດຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນມາແຕ່ກ່ອນ ຊຸມປີ 1945, ຕໍ່ມາກໍໄດ້ກາຍເປັນເຂດທີ່ໝັ້ນອັນແຂງແກ່ນ ຂອງການປະຕິວັດລາວ.

ພາຍຫຼັງເມືອງໄຊໄດ້ ຮັບການປົດປ່ອຍໃນວັນທີ 15 ເມສາ ປີ 1961, ສູນກາງພັກໄດ້ຕົກລົງເອົາກິ່ງແຂວງໄຊຍະພູມ ສ້າງຕັ້ງເປັນແຂວງຢ່າງເປັນທາງການໃນວັນທີ 15 ກໍລະກົດ ປີ 1962 ເຊິ່ງເອີ້ນວ່າ: “ແຂວງລ້ານຊ້າງ” ຮອດປີ 1965 ແຂວງລ້ານຊ້າງ ໄດ້ປ່ຽນຊື່ມາເປັນ “ແຂວງເມືອງໄຊ” ແລະ ມາຮອດປີ 1967 ແຂວງ ເມືອງໄຊ ໄດ້ປ່ຽນຊື່ມາເປັນ “ແຂວງອຸດົມໄຊ” ຈົນເຖິງປັດຈຸບັນ.

ທ່ານ ບຸນຄົງ ຫຼ້າຈຽມພອນ ກ່າວຕື່ມວ່າ: ການສ້າງຕັ້ງແຂວງອຸດົມໄຊ ເປັນຂີດໝາຍປະຫວັດສາດອັນສຳຄັນ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແຂວງອຸດົມໄຊ ນັບ ແຕ່ນັ້ນມາ ຂະບວນການປົກປັກຮັກສາ ແລະ ພັດທະນາແຂວງອຸດົມໄຊ ໄດ້ກ້າວຂຶ້ນສູ່ຄຸນະພາບໃໝ່ ແລະ ສາມາດຍາດໄດ້ຜົນສຳເລັດ ອັນໃຫຍ່ຫຼວງ ໃນຫຼາຍດ້ານ ເມື່ອທົບທວນຄືນເສັ້ນທາງແຫ່ງການປົກປັກຮັກສາ ແລະ ພັດທະນາແຂວງອຸດົມໄຊ, ຍິ່ງມີຄວາມອາໄລອາວອນຄິດຮອດຄິດເຖິງ ແລະ ຈາລຶກເຖິງຜົນງານ ຄຸນງາມຄວາມດີ ຂອງນັກຮົບປະຕິວັດ-ອະດີດການນຳ, ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນ ບັນດາເຜົ່າ ທີ່ໄດ້ເສຍສະຫຼະເລືອດເນື້ອແລະຊີວິດ ເພື່ອພາລະກິດປະຕິວັດປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊ, ພ້ອມດຽວກັນນີ້ ພວກເຮົາມີຄວາມເອກອ້າງທະນົງໃຈ ທີ່ເຫັນວ່າຕະຫຼອດໄລຍະ 60 ປີທີ່ຜ່ານມາ ຄະນະພັກ-ຄະນະນໍາ ແຕ່ລະຮຸ່ນແຕ່ລະສະໄໝ ໄດ້ມີຄວາມຕັດສິນໃຈອັນສູງ ຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກນານາປະການ, ເສີມຂະຫຍາຍນໍ້າໃຈຮັກຊາດຈິດໃຈເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກຳລັງແຮງສັງລວມ ເຂົ້າໃນການປົກປັກຮັກສາຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄວ້ຢ່າງໝັ້ນຄົງ, ສ້າງສາພັດທະນາທາງດ້ານເສດຖະກິດ-ສັງຄົມໃນແຕ່ລະໄລຍະ ຕາມແນວທາງນະໂຍບາຍຂອງພັກ, ເຮັດໃຫ້ແຂວງ ມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຂື້ນເປັນກ້າວໆ ເຮັດໃຫ້ໂສມໜ້າໃໝ່ຂອງແຂວງອຸດົມໄຊ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າໃນຫຼາຍດ້ານ.

ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີໃນຄັ້ງນີ້ ຍັງກົງກັບປີແຫ່ງຄວາມສາມັກຄີ, ມິດຕະພາບ ລາວ – ຫວຽດນາມ, ຫວຽດນາມ – ລາວ ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ  ເຊິ່ງຕະຫຼອດໄລຍະຜ່ານມາ ແຂວງອຸດົມໄຊ ໄດ້ມີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ 8 ແຂວງ 1 ນະຄອນ ແລະ ກອງບັນຊາການທະຫານເຂດ II ຂອງ ຫວຽດນາມ ຄຽງຄູ່ກັບການ ຫວນຄືນມູນເຊື້ອວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີນີ້, ຍັງລະນຶກເຖິງ ມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງຄົບຮອບ 60 ປີໃນວັນທີ 4 ເມສາ ປີ 1962. ການຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊວັນທີ 15 ກໍລະກົດ 1962 ຄົບຮອບ 60 ປີ ເເລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເເຂວງອຸດົມໄຊ ວັນທີ 4 ເມສາ 1962ຄົບຮອບ 60 ປີ ໃນຄັ້ງນີ້ ເເຂວງອຸດົມໄຊ ຍັງໄດ້ຈັດຫຼາຍກິດຈະກໍາ ປິ່ນອ້ອມ ໂດຍສະເພາະການຈັດພິທີ ວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ເເລະ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານໄກສອນ ພົມວິຫານ ຜູ້ນຳທີ່ເເສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ຕັ້ງຢູ່ເທສະບານເເຂວງ ຂອງການນໍາຂັ້ນສູງຂອງເເຂວງ.

ນອກການນີ້ ຍັງມີການເເຂ່ງຂັນກິລາ, ເເຂ່ງຂັນສິລະປະວັນນະຄະດີ, ວາງສະເເດງສິນຄ້າເເລະຮູບພາບ ລວມເຖິງການປະດັບປະດາພາຍໃນເທສະບານເເຂວງ ໃຫ້ມີຄວາມສວຍງາມ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງເເຂວງອຸດົມໄຊຄົບຮອບ 60 ປີ ມີບັນຍາກາດຟົດຟື້ນມ່ວນຊື່ນ.

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ ຍັງໄດ້ຈັດພິທີປະດັບຫຼຽນໄຊອິດສະຫຼະຊັ້ນ 3 ຂອງປະທານປະເທດ ແລະ ໃບຢັ້ງຢືນໃຫ້ເເຂວງອຸດົມໄຊຕື່ມອີກ ເພື່ອເປັນສິ່ງຢັ້ງຢືນເຖິງຜົນງານຂອງເເຂວງທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ເປັນກຽດປະດັບຫຼຽນໄຊອິດສະຫຼະຊັ້ນ 3 ໂດຍ ທ່ານ ບຸນທອງ ຈິດມະນີ ກໍາມະການກົມເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ເເລະ ຕາງຫນ້າຄະນະພັກ ຄະນະນໍາຂອງເເຂວງຂຶ້ນຮັບຫຼຽນໄຊອິດສະຫຼະຊັ້ນ 3 ໃນຄັ້ງນີ້ ໂດຍທ່ານ ບຸນຄົງຫຼ້າ ຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກເເຂວງ ເຈົ້າເເຂວງອຸດົມໄຊ.

ຂໍ້ມູນຈາກ: https://cutt.ly/oLUzUE8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ