ຈົບໄປແລ້ວກັບ ການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ ໃນຄ່ຳຄືນວັນທີ 15 ກໍລະກົດ 2022 ທີ່ຜ່ານມາ ເຊິ່ງແຟນໆຊາວລາວກໍເຊຍກັນທົ່ວປະເທດ ໃຫ້ກຳລັງໃຈຢ່າງເຫຼືອລົ້ນ ພາກສ່ວນຕ່າງໆກໍອອກມາສະໜັບສະໜູນຫູາຍຮູບແບບ.

ນັກກິລາທີມຊາດລາວ U19 ຊຸດນີ້ ໄດ້ສ້າງຊື່ສຽງໃຫ້ວົງການກິລາເຕະບານ ແລະ ຕໍ່ກັບປະເທດລາວຢ່າງຫຼວງຫຼາຍ, ການແຂ່ງຂັນທີ່ເປັນປະຫວັດສາດວົງການບານເຕະ ຊະນະ 5 ນັດຕິດຕໍ່ກັນ ເຖິງຈະເສຍໃຫ້ກັບທີມຊາດມາເລເຊຍ ໃນນັດແຂ່ງຂັນ ແຕ່ໄດ້ໃຈຄົນລາວທົ່ວປະເທດ ຖືໄດ້ວ່າເປັນປະຫວັດສາດ ແລະ ຈະຖືກຈົດຈຳໄປຕະຫຼອດເລີຍກໍວ່າໄດ້.

ມາດາມໂບ ອະດີດປະທານສະໂມສອນເຕະບານຍິງຄົນທຳອິດຂອງປະເທດລາວ ກໍເປັນອີກຄົນໜຶ່ງທີ່ບໍ່ວ່າທີມຊາດລາວຮຸ່ນໃດເຕະ ກໍໃຫ້ການສະໜັບສະໜູນເປັນຢ່າງດີ ມອບເງິນອັດສີດເປັນຈຳນວນຫຼາຍ ແລະ ສະໜັບສະໜູນທຸກວິທີທາງເທົ່າທີ່ຈະເຮັດໄດ້ ແລະ ນັດຊິງຊະນະເລີດ ຜ່ານມານີ້ ກໍໄດ້ເຊີນຊວນແຟນບານໄປຮັບຊົມຈໍໃຫຍ່ທີ່ໂຮງແຮມ Landmark ເພື່ອເປັນການໃຫ້ກຳລັງໃຈແກ່ນັກເຕະທີມຊາດລາວ. ນອກຈາກນີ້ ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນສັງຄົມໂຊຊ່ຽວ ມາດາມໂບ ກໍຈະເປັນອີກກະບອກສຽງໜຶ່ງ ທີ່ອະທິບາຍ ແລະ ໃຫ້ຄວາມກະຈ່າງແຈ້ງໃນບັນຫານັ້ນໆ.

ພິເສດສຸດ ມື້ທີ່ນັກກິລາທີມຊາດລາວຈະເດີນທາງກັບປະເທດລາວ ມາດາມໂບ ກໍກ່າວເຖິງການເຕະບານນັດຊິງ ເຖິງແມ່ນວ່າທີມຊາດລາວຈະໄດ້ທີ 1 ຫຼື ທີ 2 ກໍຈະຕ້ອນຮັບທີມຊາດລາວຢ່າງຍິ່ງໃຫຍ່ແນ່ນອນ ພ້ອມລະດົມແຟນໆມາຕ້ອນຮັບທີ່ສະໜາມບິນວັດໄຕອີກດ້ວຍ.

ຍັງບໍ່ໝົດເທົ່ານີ້ ມາດາມໂບ ໄດ້ຮັບຄວາມນິຍົມທັງໃນປະເທດ ແລະ ຕ່າງປະເທດ ໂດຍສະເພາະປະເທດໄທ ເຊິ່ງທາງຊ່ອງຂ່າວດັງຕ່າງໆ ໄດ້ຊົມເຊີຍກັບຄຳເວົ້າຂອງ ມາດາມໂບ ຕໍ່ກັບການຖົກຖຽງກັນໃນເພຈໜຶ່ງ ເຊິ່ງ ມາດາມໂບ ໄດ້ເວົ້າຢ່າງຈະແຈ້ງ ແລະ ໃຊ້ຄຳເວົ້າທີ່ຜູ້ອ່ານຫຼົງຮັກກັນໄປເລີຍ.

ທີ່ມາ: https://cutt.ly/ULPJDXR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ