ໃນທີ່ສຸດ ມະຫາເສດຖີອັນດັບໜຶ່ງຂອງໂລກຢ່າງ Elon Musk ກໍໄດ້ອອກມາເຄື່ອນໄຫວແລ້ວ ຫຼັງຈາກ Twitter ຍື່ນຟ້ອງໃນກໍລະນີທີ່ Musk ລົ້ມດີລການຊື້ກິດຈະການຂອງ Twitter ເພື່ອໃຫ້ກັບມາຊື້ຕາມເດີມ ເຊິ່ງ Musk ໄດ້ຮ້ອງຂໍໃຫ້ທາງສານລັດເດລາແວຣ໌ຜ່ອນຜັນການໄຕ່ສວນຄັ້ງນີ້ ໃຫ້ເລື່ອນອອກໄປເປັນປີໜ້າ ເພາະຕາມເດີມແມ່ນການໄຕ່ສວນດັ່ງກ່າວຕ້ອງເລີ່ມຂຶ້ນພາຍໃນ 60 ມື້.

ທາງດ້ານທີມທະນາຍຂອງ Musk ລະບຸໃນຄຳຮ້ອງຕໍ່ສານວ່າ ຕ້ອງການໃຫ້ການໄຕ່ສວນເກີດຂຶ້ນໃນປີໜ້າ ພ້ອມກ່າວໂຈມຕີການເລັ່ງລັດໃຫ້ເກີດການໄຕ່ສວນຂອງ Twitter ວ່າເປັນວິທີການທີ່ບໍ່ຍຸຕິທໍາ ແລະ ມີວັດຖຸປະສົງໃນການປິດບັງຂໍ້ເທັດຈິງກ່ຽວກັບບັນຊີສະແປມຫຼືບັນຊີຜູ້ໃຊ້ປອມຂອງບໍລິສັດ.

“ມັນຈະດີກວ່າ ຖ້າຫາກຂະບວນການທາງສານເລີ່ມຕົ້ນຂຶ້ນໃນອີກຢ່າງໜ້ອຍ 5-6 ເດືອນຈາກນີ້ ແລະທຸກຝ່າຍຈະໄດ້ປະໂຫຍດສູງສຸດຫາກການໄຕ່ສວນຖືກກໍານົດຂຶ້ນໃນເດືອນກຸມພາຂອງປີ 2023” ທີມທະນາຍຂອງ Musk ລະບຸ.

ສຳລັບຄົນທີ່ນຳເລື່ອງບໍ່ທັນ ກໍຄືກ່ອນໜ້ານີ້ Twitter ໄດ້ຍື່ນຟ້ອງໃນຂໍ້ຫາລະເມີດຂໍ້ຕົກລົງຊື້ແພລັດຟອມໂຊຊຽວມີເດຍດ້ວຍມູນຄ່າ 44 ພັນລ້ານໂດລາ ພ້ອມທັງຂໍໃຫ້ສານລັດເດລາແວຣ໌ ສັ່ງໃຫ້ Elon Musk, CEO ຂອງ Tesla ກັບມາຊື້ກິດຈະການ Twitter ຕາມລາຄາທີ່ຕົກລົງກັນໄວ້ທີ່ 54.20 ໂດລາຕໍ່ຮຸ້ນ.

ໂດຍໃນຄຳຟ້ອງຂອງ Twitter ຍັງລະບຸວ່າ  Musk ລະເມີດຂໍ້ຕົກລົງຄວບລວມກິດຈະການຢູ່ຫຼາຍຂໍ້ ເຊິ່ງມັນໄດ້ສ້າງຄວາມຜິດຫວັງໃຫ້ Twitter ແລະ ທຸລະກິດຂອງບໍລິສັດ. ນອກຈາກນີ້ Twitter ຍັງກ່າວຫາວ່າ Musk ລັກສະສົມຮຸ້ນຂອງບໍລິສັດເປັນຈໍານວນຫຼາຍໃນລະຫວ່າງເດືອນມັງກອນຫາເດືອນມີນາ ໂດຍບໍ່ມີການເປີດເຜີຍຕໍ່ໜ່ວຍງານກໍາກັບດູແລຢ່າງຖືກຕ້ອງ.

ສ່ວນສາເຫດທີ່ Twitter ບໍ່ໄດ້ເປີດເຜີຍຂໍ້ມູນບັນຊີປອມ ຫຼື ບັນຊີສະແປມກັບ Musk ໄດ້ກ່າວວ່າ ເພາະຢ້ານ Musk ຈະສ້າງແພລັດຟອມຂຶ້ນມາແຂ່ງກັນຫຼັງຈາກຍົກເລີກຂໍ້ຕົກລົງ ພ້ອມທັງລະບຸອີກວ່າເຫດຜົນທີ່ Musk ນໍາມາອ້າງເພື່ອລົ້ມດີລນັ້ນເປັນ “ຂໍ້ອ້າງ” ທີ່ຂາດຄຸນະທໍາ ແລະ ກ່າວວ່າການທີ່ Musk ຕັດສິນໃຈເທ Twitter ເປັນເພາະຕະຫຼາດຮຸ້ນທີ່ຕົກຫຼົ່ນລົງມາ ໂດຍສະເພາະແມ່ນຮຸ້ນກຸ່ມເທັກໂນໂລຢີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ