ສືບເນື່ອງຈາກກໍລະນີຂອງການເຮັດພາສປອດຂອງບ້ານເຮົາທີ່ພົບກັບຄວາມຫຍຸ້ງຍາກໃນຂັ້ນຕອນຕ່າງໆ. ມື້ນີ້ເຮົາຈະພາມາເບິ່ງຂັ້ນຕອນການເຮັດພາສປອດຂອງປະເທດບ້ານໃກ້ເຮືອນຄຽງຢ່າງ ປະເທດໄທ ທີ່ນອກຈະເຮັດງ່າຍແລະວ່ອງໄວທັນໃຈແລ້ວ ຍັງເຮັດວຽກແຕ່ວັນຈັນຮອດວັນເສົາເລີຍ.

ເນື້ອຫາຕໍ່ໄປນີ້ ແມ່ນໄດ້ຮັບການສະໜັບສະໜູນຂໍ້ມູນແລະຮູບຈາກເພຈ : RelationTrips

ໂດຍທາງເພຈເລົ່າວ່າໄດ້ເດີນທາງມາເຮັດພາສປອດທີ່ສຳນັກງານໜັງສືເດີນທາງຊົ່ວຄາວ (ປະທຸມວັນ) ສາຂາ MBK ຊັ້ນທີ 5 ໂຊນ A ຂອງຕົວອາຄານ ແລະໄດ້ອະທິບາຍຕໍ່ວ່າບ່ອນນີ້ແມ່ນພະນັກງານຈະດໍາເນີນການໃຫ້ໄວຫຼາຍ ພຽງ 10 ນາທີກໍສໍາເລັດແລ້ວ ແລະ ຂັ້ນຕອນກໍບໍ່ຫຍຸ້ງຍາກ.

📌ຂັ້ນຕອນການເຮັດມີດັ່ງລຸ່ມນີ້:

⭐️ເມື່ອເດີນທາງມາຮອດສຳນັກງານແລ້ວໃຫ້ຕິດຕໍ່ພະນັກງານທີ່ປະຈຳຢູ່ເຄົາເຕີ້ດ້ານໜ້າ

⭐️ຈາກນັ້ນພຽງຍື່ນບັດປະຊາຊົນໃຫ້ກັບພະນັກງານພ້ອມກັບພາສປອດເຫຼັ້ມເກົ່າ (ຖ້າມີ)

⭐️ຕໍ່ມາພະນັກງານຈະພາເຮົາໄປທີ່ຕູ້ Kiosk (ຕູ້ໃຫ້ບໍລິການອັດຕະໂນມັດ)

⭐️ແລະຈະມີເຈົ້າໜ້າທີ່ພະນັກງານບອກຂັ້ນຕອນຕ່າງໆ

⭐️ຈາກນັ້ນເຮົາກໍຈະມາຖ່າຍຮູບຕິດບັດ ເຊິ່ງສາມາດຖ່າຍໄດ້ຫຼາຍຮອບ ຈົນກວ່າຈະພໍໃຈກັບໃບໜ້າຂອງຕົນເອງ ຕໍ່ມາແມ່ນໄປສະແກນລາຍນິ້ວມື, ສະແກນມ່ານຕາ ແລະສຸດທ້າຍແມ່ນເຊັນຊື່ ກໍຄືສິ້ນສຸດຂັ້ນຕອນການເຮັດພາສປອດ.

🚨 ທັງນີ້ ຂໍ້ຄວນລະວັງແມ່ນ ຢ່າໃສ່ຄອນແທັກເລນແບບສີມາ ເພາະຈະມີບັນຫາໃນຂັ້ນຕອນຂອງການສະແກນມ່ານຕາໄດ້.

📌 ຮູບແບບຂອງພາສປອດສາມາດເລືອດໄດ້ຕາມໃຈວ່າຈະເຮັດແບບ 5 ປີ ຫຼື 10 ປີ.

🔹Passport 5 ປີ : ແມ່ນໄດ້ຈ່າຍ 1,000 ບາດ (ປະມານ 470,000 ກີບ)

🔹Passport 10 ປີ : ແມ່ນໄດ້ຈ່າຍ 1,500 ບາດ (ປະມານ 705,000 ກີບ)

📌ຫຼັງຈາກເຮັດຕາມດັ່ງທີ່ກ່າວມາຂ້າງເທິງຮຽບຮ້ອຍແລ້ວ ແມ່ນໃຫ້ໄປຊໍາລະເງິນຄ່າເຮັດພາສປອດ ຢູ່ທີ່ເຄົາເຕີ້ດ້ານໜ້າຂອງສຳນັກງານ ເຊິ່ງສາມາດຊໍາລະໄດ້ທັງເງິນສົດ/ບັດເຄຣດິດ ຫຼື ສະແກນ QR ຈ່າຍເລີຍກໍໄດ້.

ຈາກນັ້ນແມ່ນສາມາດກັບເຮືອນໄປຖ້າເອົາພາສປອດໄດ້ເລີຍ ແລະທາງສໍານັກງານຈະສົ່ງພາສປອດມາໃຫ້ເຮົາທາງໄປສະນີພາຍໃນ 2-5 ມື້ ຫຼັງຈາກທີ່ເຮັດແລ້ວ ໂດຍມີຄ່າບໍລິການໄປສະນີຢູ່ທີ່ 40 ບາດ (ປະມານ 19,000ກີບ) ເຊິ່ງຕ້ອງຈ່າຍເປັນເງິນສົດເທົ່ານັ້ນ.

ພິເສດສຸດກໍຄື ສຳນັກງານເຮັດພາສປອດແຫ່ງນີ້ແມ່ນເປີດໃຫ້ບໍລິການຕັ້ງແຕ່ວັນຈັນ-ວັນເສົາ ໃນເວລາ 10:00-18:00.

ເຫັນຕົວຢ່າງການເຮັດພາສປອດຈາກປະເທດເພື່ອນບ້ານແລ້ວກໍຮູ້ສຶກວ່າມັນສະດວກແລະງ່າຍແທ້ໆ.

ລາຍລະອຽດເພີ່ມຕື່ມສາມາດເບິ່ງໄດ້ທີ່: https://cutt.ly/ULP8nJp

ສາມາດຕິດຕາມຄອນເທັ້ນດີໆ ແບບນີ້ໄດ້ອີກທີ່ເພຈ: RelationTrips

ເມື່ອເດີນທາງມາຮອດຕຶກ MBK ໃຫ້ກົດໄປທີ່ຊັ້ນຂອງຕົວອາຄານ.

ສຳນັກງານໜັງສືເດີນທາງຊົ່ວຄາວປະທຸມວັນ ຢູ່ໂຊນ A ຊັ້ນ 5 ຂອງຕຶກ MBK

ເມື່ອເຂົ້າມາຮອດກໍໃຫ້ມາຮັບຄິວທີ່ເຄົາເຕີ້ ແລະຍື່ນບັດປະຊາຊົນໃຫ້ກັບພະນັກງານພ້ອມກັບພາສປອດເຫຼັ້ມເກົ່າ (ຖ້າມີ)

ຕໍ່ມາພະນັກງານຈະພາເຮົາໄປທີ່ຕູ້ Kiosk (ຕູ້ໃຫ້ບໍລິການອັດຕະໂນມັດ) ເຊິ່ງຕັ້ງຢູ່ຂ້າງໃນ

ໜ້າຕາຂອງຕູ້ Kiosk

ຈາກນັ້ນເຮົາກໍຈະມາຖ່າຍຮູບຕິດບັດ ເຊິ່ງສາມາດຖ່າຍໄດ້ຫຼາຍຮອບ ຈົນກວ່າຈະພໍໃຈກັບໃບໜ້າຂອງຕົນເອງ ຕໍ່ມາແມ່ນໄປສະແກນລາຍນິ້ວມື, ສະແກນມ່ານຕາ ທີ່ຕູ້ Kiosk ນີ້ຕູ້ດຽວ

ສາມາດເລືອກໄດ້ເອງວ່າຈະເຮັດພາສປອດແບບໃດ 5 ປີ ຫຼື 10 ປີ ກໍແລ້ວແຕ່ຜູ້ເຮັດ

ຫຼັງຈາກເຮັດຮຽບແລ້ວແລ້ວກໍໄປຈ່າຍເງິນຕໍ່ທີ່ເຄົາເຕີ້ຊໍາລະເງິນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ