ຈາກສະຖານະການຕ່າງໆທີ່ເກີດຂຶ້ນກັບໂລກເຮົາໃນໄລຍະ 1-2 ປີຫຼັງນີ້ ບໍ່ວ່າຈະເປັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຕະຫຼອດໄປຮອດຄວາມຂັດແຍ້ງຕ່າງໆໃນແຕ່ລະພື້ນທີ່ ເຮັດໃຫ້ຫຼາຍປະເທດທົ່ວໂລກ ຕ້ອງປະເຊີນກັບບັນຫາເງິນເຟີ້ຢ່າງໜັກ ໃນຮອບຫຼາຍ 10 ປີ.

ຄຣິສຕາລິນາ ຈໍເຈຍວາ (Kristalina Georgieva) ຜູ້ອຳນວຍການກອງທຶນລະຫວ່າງປະເທດ International Monetary Fund (IMF) ໄດ້ອອກມາລະບຸວ່າ ເຖິງວ່າລາຄານໍ້າມັນ ແລະ ລາຄາສິນຄ້າຕ່າງໆໃນໂລກຈະເລີ່ມປັບຕົວລົງແລ້ວໃນໄລຍະນີ້ ແຕ່ການປັບຕົວລົງດັ່ງກ່າວເປັນຜົນມາຈາກຄວາມກັງວົນຕໍ່ພາວະຖອຍຫຼັງທາງເສດຖະກິດ ເຊິ່ງບໍ່ໄດ້ໝາຍຄວາມວ່າເງິນເຟີ້ຈະຖືກຄວບຄຸມໄດ້ແລ້ວ ແລະ ຍັງບອກຕື່ມວ່າ ເງິນເຟີ້ຍັງຈະເປັນບັນຫາໃຫຍ່ຂອງໂລກໄປຈົນຮອດປີ 2023 ຫຼື ຈົນກວ່າ ການປັບຂຶ້ນດອກເບ້ຍຂອງທະນາຄານທົ່ວໂລກຈະເລີ່ມເຫັນຜົນ.

ໂດຍລາວກ່າວໃນການປະຊຸມ G20 ທີ່ເກາະບາຫຼີ ປະເທດອິນໂດເນເຊຍ ເມື່ອວັນທີ 15 ກໍລະກົດ ທີ່ຜ່ານມາວ່າ: “ເຮົາຍັງເຫັນບັນຫາເງິນເຟີ້ທີ່ຮ້ອນແຮງຢູ່ ໃນປັດຈຸບັນ ແລະ ເຮົາຕ້ອງເທນໍ້າເຢັນໆລົງໄປເພື່ອລົດຄວາມຮ້ອນແຮງດັ່ງກ່າວ. ທະນາຄານກາງຂອງປະເທດຕ່າງໆ ຢູ່ລະຫວ່າງຄວາມພະຍາຍາມຄວບຄຸມເງິນເຟີ້ ແລະ ຈະດຳເນີນການຂຶ້ນດອກເບ້ຍຕໍ່ໄປ ຈົນກວ່າພວກເຂົາຈະໝັ້ນໃຈວ່າເງິນເຟີ້ລົດລົງມາໃນລະດັບທີ່ໜ້າພໍໃຈ”.

ໃນຂະນະທີ່ລາຄາອາຫານ ແລະ ອັດຕາເງິນເຟີ້ກຳລັງເພີ່ມຂຶ້ນ ໂຣກລະບາດ ແລະ ສົງຄາມ ກໍມາເພີ່ມເຂົ້າມາອີກ ສົ່ງຜົນໃຫ້ລາຄາພະລັງງານ ແລະ ອາຫານດີດຕົວຂຶ້ນສູງຍິ່ງຂຶ້ນ ໂດຍລາຄາອາຫານໂລກ ເຮັດສະຖິຕິດີດຕົວຂຶ້ນສູງສຸດ ໃນເດືອນ ມີນາ-ເມສາ ທີ່ຜ່ານມາ ເມື່ອວັດແທກຜ່ານດັດຊະນີລາຄາອາຫານຂອງທະນາຄານໂລກ.

ນອກຈາກນີ້ ອົງການອາຫານ ແລະ ການກະເສດ ຍັງລາຍງານຕໍ່ກອງປະຊຸມ G20 ອີກວ່າ ບັນຫາລາຄາອາຫານແພງຈະເຮັດໃຫ້ຈຳນວນປະຊາກອນໂລກທີ່ຕ້ອງປະເຊີນກັບບັນຫານຂາດແຄນອາຫານເພີ່ມຂຶ້ນປະມານ 7.6 ລ້ານຄົນໃນປີນີ້ ແລະ ອີກ 19ລ້ານຄົນໃນປີໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ