ທ່ານເຄີຍບໍ່? ເມື່ອສາຍຕາອ່ອນລ້າຈາກການຮຽນມາໝົດຄາບເຊົ້າ ທ່ານກໍອາດຈະຕ້ອງງການພັກຜ່ອນສາຍຕາຈັກໜ້ອຍໜຶ່ງ ດ້ວຍການໝູບນອນຢູ່ໜ້າໂຕະ, ແຕ່ປະເທດຈີນບໍ່ເປັນແບບນັ້ນ ເພາະວ່າພວກເຂົາມີໂຕະຮຽນອັບເກຣດ ສາມາດປ່ຽນເປັນຕຽງນອນສຳລັບນອນກາງເວັນໄດ້!

ໂຮງຮຽນປະຖົມຈາກເມືອງຫູໂຈ ມົນທົນເຈີຈຽງ ໄດ້ປ່ຽນໂຕະຮຽນທຳມະດາ ເປັນຊຸດໂຕະ-ຕັ່ງຮຽນແບບພິເສດ ທີ່ອອກແບບໃຫ້ປັບເປັນຕຽງນອນໄດ້ເມື່ອຮອດຍາມພັກທ່ຽງ ຫຼັບສະບາຍ ແຖມບໍ່ປວດຄໍ!.

ປະເທດຈີນ ມີວັດທະນະທຳການນອນກາງເວັນສຳລັບນັກຮຽນມາແຕ່ໃດ ເພາະພວກເຂົາເຊື່ອວ່າການນອນພັກໃນເວລາກາງເວັນຈະຊ່ວຍເພີ່ມທັກສະໃຫ້ສະໝອງຈື່ຈຳໄດ້ງ່າຍ ແລະ ມີຜົນດີຕໍ່ການຮຽນ.

ນອກຈາກນີ້ ການນອນພັກກາງເວັນພາຍໃນເວລາທີ່ເໝາະສົມ ຈະຊ່ວຍລົດພາລະການເຮັດວຽກໜັກຂອງຫົວໃຈ, ລົດຄວາມກົດດັນ ຖືເປັນການພັກສະໝອງ ຊ່ວຍໃຫ້ສະໝອງແລ່ນ ເຮັດວຽກໄດ້ດີຂຶ້ນ. ຈາກຜົນການທົດລອງ ພົບວ່າໄລຍະເວລາທີ່ດີທີ່ສຸດສຳລັບການນອນຫຼັບແມ່ນເວລາ 13:00-15:00 ໄດ້ຜົນດີທີ່ສຸດແມ່ນຫຼັບບໍ່ເກີນ 30 ນາທີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ