ວັນທີ 15 ກໍລະກົດ 2022 ແພລັດຟອມຊື້ຂາຍ NFT ຂະໜາດໃຫຍ່ຢ່າງ OpenSea ອອກມາປະກາດວ່າ ພວກເຂົາໄດ້ປົດພະນັກງານອອກເຖິງ 20% ເພື່ອລົດຕົ້ນທຶນຂອງບໍລິສັດ ຫຼັງຕະຫຼາດສິນຊັບ ດິຈິຕອນ ຕ້ອງປະເຊີນກັບພາວະຂາລົງຂອງຕະຫຼາດຢ່າງຮຸນແຮງ.

ໃນປັດຈຸບັນ OpenSea ຖືເປັນຕະຫຼາດຊື້ຂາຍແລກປ່ຽນ NFT ຂະໜາດໃຫຍ່ທີ່ສຸດຂອງໂລກ ແລະ ມີການຂະຫຍາຍຕົວຢ່າງໄວວາໃນໄລຍະໜຶ່ງປີທີ່ຜ່ານມາ ເຮັດໃຫ້ບໍລິສັດສ້າງລາຍໄດ້ຢ່າງມະຫາສານ ລວມເຖິງມີຄົນຈຳນວນຫຼາຍທີ່ຮັ່ງມີຈາກການຊື້ຂາຍສິນຊັບດິຈິຕອນ ໃນແພລັດຟອມດັ່ງກ່າວນີ້ ໃນເວລາທີ່ຈະຫຼາດກຳລັງເຕີບໂຕ ແລະ ຮຸ່ງເຮືອງ.

ແຕ່ຫຼາຍເດືອນທີ່ຜ່ານມາ ລາຄາຂອງ Cryptocurrency ຖືວ່າໄດ້ລົດລົງຢ່າງໜັກ ແລະ ນັກລົງທຶນກໍເລີ່ມຫັນຫົວອອກຈາກສິນຊັບດິຈິຕອນ ທີ່ມີຄວາມຜັນຜວນ ແລະ ຄວາມສ່ຽງສູງຈາກພາວະເງິນເຟີ້ ການຂຶ້ນອັດຕາດອກເບ້ຍ ແລະ ເສດຖະກິດທີ່ຖອຍຫຼັງ. ປັດໄຈເຫຼົ່ານີ້ ສົ່ງຜົນກະທົບຕໍ່ຕະຫຼາດສິລະປະດິຈິຕອນ ຢ່າງ NFT ເຮັດໃຫ້ OpenSea ມີລາຍໄດ້ທີ່ລົດລົງຢ່າງໜັກ.

ເດວິນ ຟິນເຊີ້ (Devin Finzer) ປະທານບໍລິຫານຂອງ OpenSea ກ່າວວ່າ ບໍລິສັດກຳລັງປະເຊີນກັບໄລຍະຂາລົງຂອງ ຄຣິບໂຕ ແລະ ຄວາມບໍ່ແນ່ນອນທາງເສດຖະກິດໃນວົງກວ້າງ ເຊິ່ງທາງບໍລິສັດກໍມີຄວາມຈຳເປັນຈະກຽມພ້ອມທີ່ຈະຮັບມືກັບສະຖານະການຕ່າງໆ ໂດຍການປົດພະນັກງານຄັ້ງນີ້ຈະເຮັດໃຫ້ບໍລິສັດສາມາດຮັກສາອັດຕາການເຕີບໂຕໄດ້ເຖິງ 5 ປີ ດ້ວຍປະລິມານການຊື້ຂາຍເທົ່າທີ່ມີຢູ່ນີ້.

ໃນຕົ້ນປີ OpenSea ມີປະລິມານການຊື້ຂາຍຢູ່ທີ່ປະມານ 5,000 ລ້ານໂດລາ ເຊິ່ງໄດ້ລົດລົງມາເຫຼືອ ປະມານ 2,500 ລ້ານໂດລາ ໃນເດືອນພຶດສະພາ ແລະ ໃນເດືອນມິຖຸນາ ທີ່ຜ່ານມານີ້ ປະລິມານການຊື້ຂາຍຍັງໄດ້ລົດລົງມາອີກ ຈົນເຫຼືອພຽງ 700 ລ້ານໂດລາ ເທົ່ານັ້ນ. ເຊິ່ງມັນສະແດງໃຫ້ເຫັນວ່າຫຼາຍຄົນ ໃຫ້ຄວາມສົນໃຈກັບ NFT ໜ້ອຍລົງ ແລະ ກໍາລັງອອກຈາກຕະຫຼາດນີ້ໄປ ໃນໄລຍະຂາລົງຄັ້ງນີ້.

ຢ່າງໃດກໍຕາມ ບໍ່ແມ່ນແຕ່ OpenSea ທີ່ປົດພະນັກງານອອກ ເພາະຫຼາຍບໍລິສັດ ບໍ່ວ່າຈະກ່ຽວກັບ ຄຣິບໂຕ ຫຼື NFT ຕ່າງກໍກຽມໃຊ້ມາດຕະການຕ່າງໆເພື່ອຮັບມືກັບ ຕະຫຼາດຂາລົງຄັ້ງນີ້ ເຊັ່ນແພລັດຟອມຊື້ຂາຍ ຄຣິບໂຕ ຢ່າງ Coinbase ກໍກ່າວວ່າຈະໄດ້ປົດພະນັກງານປະມານ 1,000 ຄົນ ຫຼື 18% ຂອງບໍລິສັດອອກ ເຊັ່ນດຽວກັນ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ