ການປູກໃບຊາທີ່ພາກເໜືອຂອງປະເທດລາວ ມີຊື່ສຽງເລື່ອງແນວພັນໃບຊາທີ່ດີຕັ້ງແຕ່ອະດີດ ເປັນຜົນຜະລິດຫຼັກຢ່າງໜຶ່ງທີ່ສົ່ງອອກຂອງປະຊາຊົນທາງພາກເໜືອ. ແຕ່ຫຼ້າສຸດຈາກຜົນວິໄຈໃໝ່ກ່ຽວກັບການປ່ຽນແປງຂອງສະພາບອາກາດໃນປີ 2050 ທີ່ຈະກະທົບກັບພື້ນທີ່ການປູກຊາທົ່ວໂລກ ອາດຈະເຮັດໃຫ້ການປູກຊາຢູ່ລາວໄດ້ຮັບຜົນກະທົບໄປນຳ.

ຜົນງານການວິໄຈໃໝ່ບົ່ງບອກວ່າ ພື້ນທີ່ປູກຊາຫຼາຍແຫ່ງທົ່ວໂລກກຳລັງຈະໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບອາກາດຢ່າງໜັກ ເຮັດໃຫ້ຜົນຜະລິດລົດລົງຢ່າງຫຼວງຫຼາຍໃນປີ 2050 ຖ້າຫາກວ່າອຸນຫະພູມຍັງເພີ່ມຂຶ້ນຕໍ່ເນື່ອງແບບປັດຈຸບັນ ແລະ ຍັງບໍ່ໄດ້ຮັບການແກ້ໄຂໃດໆ. ນອກຈາກນັ້ນຍັງຈະໄດ້ຮັບຜົນກະທົບຈາກນ້ຳຖ້ວມ, ຄວາມແຫ້ງແລ້ງ, ຄື້ນຄວາມຮ້ອນ ແລະ ພາຍຸອີກດ້ວຍ.

ອົງການຊ່ວຍເຫຼືອ Christian Aid ໜ່ວຍງານທີ່ເຮັດວຽກເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ກຳຈັດຄວາມທຸກຍາກ ໄດ້ຊີ້ວ່າ ປະເທດເຄນຍາທີ່ມີພື້ນທີ່ເໝາະສົມທີ່ສຸດໃນການປູກຊາ ຈະມີຜົນຜະລິດທີ່ລົດລົງ ¼ ຫຼື 25% ພາຍໃນປີ 2050 ແລະ ປະມານ 39% ຂອງພື້ນທີ່ເໝາະສົມໃນການປູກຊາຂະໜາດກາງຈະຖືກທຳລາຍ. ອຸທົກກະໄພຈະເຮັດໃຫ້ຣົດຊາດຂອງຊາຈືດລົງ ແລະ ຄຸນະພາບຕ່ຳລົງ. ພື້ນທີ່ຕ່າງໆທົ່ວໂລກເຊັ່ນ: ອິນເດຍ, ສີລັງກາ ແລະ ຈີນ ລວມເຖິງປະເທດລາວທີ່ຢູ່ຕິດກັບຈີນ ກໍອາດຈະໄດ້ຮັບຜົນກະທົບເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ