ຜົນວິໄຈຊີ້ ໂຄວິດ-19 ເຮັດໃຫ້ອາຍຸຂອງມະນຸດສັ້ນລົງ 1.64 ປີ


ເຄີຍຄິດບໍ່ວ່າຕະຫຼອດໄລຍະ 2-3 ປີທີ່ໂຄວິດ-19 ແຜ່ລະບາດໄປທົ່ວໂລກ ມັນສົ່ງຜົນກະທົບຢ່າງຫຼວງຫຼາຍໃຫ້ແກ່ມະນຸດບໍ່ວ່າຈະເປັນວິກິດດ້ານເສດຖະກິດ, ບັນຫາການຂາດແຄນອາຫານ, ບັນຫາດ້ານສຸຂະພາບ ພ້ອມທັງສ້າງຄວາມວິຕົກກັງວົນໃຫ້ແກ່ຄົນທົ່ວໂລກ. ນອກຈາກນີ້ ຍັງມີຜົນວິໄຈຊີ້ວ່າໂຄວິດນັ້ນເຮັດໃຫ້ອາຍຸຂອງມະນຸດເຮົາລົດລົງອີກພ້ອມ.

ໂດຍຜົນວິໄຈນີ້ແມ່ນມາຈາກ ONE Campaign ອົງກອນບໍ່ສະແຫວງຫາຜົນກໍາໄລຂອງອັງກິດ ເຊິ່ງຂັບເຄື່ອນໂດຍມີເປົ້າໝາຍຍຸຕິຄວາມທຸກຍາກທົ່ວໂລກ ໄດ້ເປີດເຜີຍວ່າໂຄວິດນັ້ນເປັນສາເຫດທີ່ເຮັດໃຫ້ອາຍຸສະເລ່ຍຂອງມະນຸດໂລກສັ້ນລົງ 1.64 ປີໃນໄລຍະລະຫວ່າງປີ 2019-2021 ເຊິ່ງເປັນການລົດລົງຄັ້ງທໍາອິດນັບຕັ້ງແຕ່ມີການເກັບສະຖິຕິເມື່ອປີ 1950.

ຜົນວິໄຈຍັງລະບຸອີກວ່າ ສຸຂະພາບຂອງມະນຸດນັ້ນມີທ່າອ່ຽງຊຸດໂຊມລົງອີກ ເພາະເຖິງວ່າວິກິດຂອງໂຄວິດ-19 ຈະເລີ່ມດີຂຶ້ນໃນລະດັບໜຶ່ງ ແຕ່ໂລກເຮົາກໍາລັງກຽມພົບກັບວິກິດການຄັ້ງໃໝ່ ນັ້ນກໍຄື ‘ບັນຫາຄວາມໝັ້ນຄົງທາງດ້ານອາຫານ’ ໂດຍໃນໄລຍະທີ່ຜ່ານມາພາບລວມຂອງອາຫານໂລກໄດ້ມີການປັບຕົວສູງຂຶ້ນຫຼາຍເທົ່າ ເມື່ອທຽບກັບໄລຍະກ່ອນໂຄວິດ-19 ລະບາດ. ພ້ອມນີ້ ຍັງມີບັນຫາຜົນກະທົບຈາກພາວະໂລກຮ້ອນທີ່ຕ້ອງຈັບຕາເບິ່ງອີກດ້ວຍ.

ທັງນີ້ ປະຊາຊົນຊາວອັງກິດຈໍານວນ 64% ຈາກການສໍາຫຼວດ ໄດ້ຮຽກຮ້ອງໃຫ້ພາກລັດເດີນໜ້າຍຸຕິການແຜ່ລະບາດຂອງໂຄວິດ ໂດຍມີການຍ້ຳວ່າລັດຖະບານອັງຄວນຄວນຮັບບົດບາດເປັນຜູ້ນໍາໃນການກໍາຈັດໂຣກລະບາດທີ່ເກີດຂຶ້ນທົ່ວໂລກ, ໃນຂະນະທີ່ 72% ແມ່ນບໍ່ພໍໃຈກັບປະເດັນຄວາມເລື່ອມລ້ຳດ້ານວັກຊີນ ເນື່ອງຈາກວ່າປະເທດຮັ່ງມີ ມີໂອກາດເຂົ້າເຖິງວັກຊີນໄດ້ຫຼາຍກວ່າປະເທດທີ່ມີລາຍໄດ້ຕໍ່າ.

ທາງດ້ານ Romilly Greenhill ຜູ້ອໍານວຍການຂອງ ONE Campaign ກ່າວວ່າ “ປະຊາຊົນເຂົ້າໃຈດີວ່າໂຣກລະບາດນີ້ຍັງບໍ່ທັນໄດ້ສິ້ນສຸດ ພວກເຂົາເຂົ້າໃຈວ່າວິກິດຕ່າງໆ ທີ່ຫຼັ່ງໄຫຼກັນເຂົ້າມາຈະສົ່ງຜົນກະທົບຕໍ່ເຮົາທຸກຄົນ ຫາກເຮົາຕ້ອງການປ້ອງກັນຕົນເອງແລະເສດຖະກິດຂອງປະເທດ ລັດຖະບານຕ້ອງຟັງສຽງປະຊາຊົນແລະເປັນຜູ້ນໍາໃນການຍຸຕິການແຜ່ລະບາດທົ່ວໂລກ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/