ເຖິງຈາກໄປແລ້ວກໍຍັງມີສຽງໃຫ້ຄິດຮອດ! ຟີເຈີໃໝ່ຈາກ Alexa ທີ່ມີຄຸນສົມບັດຮຽນແບບນ້ຳສຽງຂອງຜູ້ທີ່ເສຍຊີວິດໄປແລ້ວ


ເຊື່ອວ່າການສູນເສຍແມ່ນສິ່ງທີ່ຫຼາຍໆຄົນບໍ່ຢາກໃຫ້ເກີດຂຶ້ນ ແຕ່ເມື່ອມັນເກີດຂຶ້ນແລ້ວເຮົາກໍພຽງຕ້ອງຍອມຮັບຄວາມຈິງ ເຫຼືອໄວ້ພຽງຄວາມຊົງຈໍາທີ່ເຮັດໃຫ້ເຮົາຄິດຮອດ ຢ່າງໃດກໍດີຖ້າສົມມຸດວ່າເຄື່ອງມືເທັກໂນໂລຢີສາມາດນໍາສຽງຄົນທີ່ຈາກໄປແລ້ວກັບຄືນມາໄດ້ມັນຄືຈະດີບໍ່ໜ້ອຍເລີຍວ່າບໍ?

ເຊິ່ງເທັກໂນໂລຢີທີ່ກ່າວໄປຂ້າງຕົ້ນນັ້ນມັນອາດຈະບໍ່ແມ່ນເລື່ອງສົມມຸດອີກຕໍ່ໄປ ເພາະທາງຜູ້ພັດທະນາລະບົບຜູ້ຊ່ວຍສະເໝືອນຂອງ Amazon Alexa ຫຼື Alexa ໄດ້ເປີດເຜີຍຟີເຈີທີ່ສາມາດຮຽນແບບສຽງຂອງຜູ້ທີ່ເສຍຊີວິດໄປແລ້ວໄດ້ໃຫ້ກັບຄືນມາ.

ຟີເຈີໃໝ່ຫຼ້າສຸດຂອງ Alexa ນີ້ຖືກເຜີຍແຜ່ໃນວັນທີ 22 ມິຖຸນາທີ່ຜ່ານມາ ໂດຍ Rohit Prasad ຮອງປະທານອາວຸໂສ Amazon ແລະຫົວໜ້ານັກວິທະຍາສາດຂອງ Alexa ເຊິ່ງໄດ້ອະທິບາຍວ່າ ຟີເຈີນີ້ຈະໃຊ້ພຽງບັນທຶກສຽງຂອງຄົນທີ່ຕ້ອງການພຽງແຕ່ 1 ນາທີ ແລະເມື່ອນໍາສຽງດັ່ງກ່າວເຂົ້າລະບົບຂອງ Alexa ແລ້ວ AI ຈະບັນທຶກສຽງນັ້ນແລ້ວເຮັດການສ້າງສຽງຂຶ້ນມາທັງໝົດໄດ້.

Rohit ລະບຸເພີ່ມຕື່ມວ່າ ສຽງນີ້ອາດບໍ່ໄດ້ຊ່ວຍກໍາຈັດຄວາມເຈັບປວດຈາກສູນເສຍໄດ້ ແຕ່ສຽງນີ້ຈະຊ່ວຍໃຫ້ຄວາມຊົງຈໍາຂອງບຸກຄົນອັນເປັນທີ່ຮັກຂອງເຮົາຍັງຢູ່ຕະຫຼອດໄປ.

ໃນຂະນະດຽວກັນ ຫຼາຍຄົນກໍເບິ່ງວ່ານີ້ຄືໂອກາດດີທີ່ຈະໄດ້ຍິນສຽງຂອງຄົນທີ່ເຮົາຮັກອີກຄັ້ງ ແຕ່ທາງດ້ານຜູ້ຊ່ຽວຊານແມ່ນເຫັນຕ່າງໜ້ອຍໜຶ່ງ ເພາະເບິ່ງວ່າຟີເຈີດັ່ງກ່າວອາດສ້າງຄວາມກັງວົນຕໍ່ຄວາມປອດໄພແລະຈະລິຍະທໍາ.

ທາງດ້ານ Rachel Tobac ຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີ້ (Cyber) ໃຫ້ສຳພາດກັບສໍານັກຂ່າວ The Washington Post ວ່າເທັກໂນໂລຢີນີ້ອາດຖືກໃຊ້ກໍ່ອາດຊະຍາກໍາໄດ້ ເຊັ່ນ ການຕົວະຢົວະຫຼອກລວງຜ່ານການໃຊ້ສຽງປອມ ເປັນຕົ້ນ.

Tama Leaver ອາຈານດ້ານອິນເຕີເນັດສຶກສາຈາກມະຫາວິທະຍາໄລ Curtin ກໍໄດ້ເຜີຍວ່າ ເທັກໂນໂລຢີນີ້ຂັດຕໍ່ຈະລິຍະທຳ ເພາະຜູ້ເສຍຊີວິດບໍ່ເຄີຍຄິດມາກ່ອນວ່າຈະມີຫຸ່ນຍົນທີ່ເປັ່ງສຽງຂອງຕົນເອງຫຼັງຈາກທີ່ເສຍຊີວິດໄປແລ້ວ ຫຼື ເວົ້າໃນອີກຮູບແບບໜຶ່ງກໍຄື ຜູ້ເສຍຊີວິດບໍ່ເຄີຍລະບຸຄວາມຍິນຍອມ (Consent) ເຖິງການໃຊ້ສຽງຂອງພວກເຂົາຫຼັງຈາກທີ່ຈາກໂລກໄປ.

ຢ່າງໃດກໍຕາມ ຟີເຈີນີ້ແມ່ນຢູ່ໃນລະຫວ່າງການພັດທະນາເທົ່ານັ້ນ Amazon ບໍ່ໄດ້ລະບຸຊັດເຈນວ່າຟີເຈີນີ້ຈະເປີດໃຫ້ບໍລິການໃຫ້ກັບທຸກໆ ຄົນເມືື່ອໃດ ເຊິ່ງລວມທັງບໍ່ໄດ້ບອກຊັດເຈນວ່າຈະປ່ອຍຟີເຈີນີ້ສູ່ສາທາລະນະຫຼືບໍ່.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/