ພໍ່ບອກລູກສາວໃຫ້ຢຸດຄວາມສໍາພັນກັບແຟນໜຸ່ມ ເພາະວ່າພໍ່ກໍມັກແຟນຂອງລູກຄືກັນ!


ຄວາມສຳພັນທີ່ເກີດຂຶ້ນໃນໂລກເຮົານັ້ນແມ່ນມີຫຼາກຫຼາຍຮູບແບບ ແລະຍາກທີ່ຈະອະທິບາຍ ເຊັ່ນດຽວກັນກັບ ຄວາມສໍາພັນສຸດງົງງວາຍຂອງພໍ່, ລູກສາວ ແລະ ແຟນໜຸ່ມຂອງລູກສາວ ຈາກນະຄອນຊ່ຽງໄຮ້, ປະເທດຈີນ ໂດຍພໍ່ໄດ້ສັ່ງໃຫ້ລູກສາວແລະແຟນໜຸ່ມເລີກກັນ ເນື່ອງຈາກພໍ່ກັບແຟນລູກສາວມີຄວາມສໍາພັນລັບຕໍ່ກັນ.

ເລື່ອງລາວນີ້ຖືກຊາວເນັດບັນທຶກໄວ້ໄດ້ ໂດຍມັນໄດ້ເລີ່ມຕົ້ນທີ່ມີພໍ່ຄົນໜຶ່ງໄດ້ຍ່າງເຂົ້າມາເວົ້າໃຫ້ລູກສາວຂອງຕົນເອງຢູ່ກາງຖະໜົນແຫ່ງໜຶ່ງໃນນະຄອນຊ່ຽງໄຮ້ ແລະເກີດການຜິດຖຽງກັນຢ່າງຮຸນແຮງຈົນເຖິງຂັ້ນສັ່ງໃຫ້ລູກສາວເລີກກັບແຟນໜຸ່ມທີ່ກໍາລັງຄົບຢູ່.

ຈາກເຫດການດັ່ງກ່າວ ເຮັດໃຫ້ຄົນທີ່ຍ່າງໄປມາ ແລະ ຊາວບ້ານທີ່ອາໄສຢູ່ໃນບໍລິເວນເກີດເຫດ ເຂົ້າມາເບິ່ງວ່າມັນເກີດຫຍັງຂຶ້ນກັນແທ້. ໃນຕອນທໍາອິດຫຼາຍຄົນກໍຄິດວ່າມັນເປັນເລື່ອງທໍາມະດາຂອງຜູ້ເປັນພໍ່ທີ່ຈະເກີດອາການຫວງລູກສາວ ແລະພະຍາຍາມເລືອກສິ່ງທີ່ດີທີ່ສຸດໃຫ້ລູກ ໂດຍການກີດກັນບໍ່ໃຫ້ລູກຄົບກັບຜູ້ຊາຍທີ່ບໍ່ຄູ່ຄວນ.

ແຕ່ວ່າ! ເລື່ອງນີ້ມັນບໍ່ໄດ້ເປັນຢ່າງທີ່ທຸກຄົນຄິດເພາະວ່າແຟນໜຸ່ມຂອງລູກສາວໄດ້ເວົ້າໃສ່ຜູ້ເປັນພໍ່ວ່າ “ເປັນຫຍັງເຈົ້າຄືຢາກໃຫ້ຂ້ອຍລູບອັນນັ້ນ(ອະໄວຍະວະເພດ) ຂອງເຈົ້າແຮງແທ້”.

ຫຼັງຈາກທີ່ໄດ້ຍິນປະໂຫຍກດັ່ງກ່າວ ຄວາມສໍາພັນລະຫວ່າງພໍ່ກັບແຟນໜຸ່ມຂອງລູກສາວກໍຖືກເປີດເຜີຍອອກມາໃນຕອນນນັ້ນ ແລະ ທຸກຄົນທີ່ຢູ່ໃນເຫດການກໍເລີ່ມງົງຂຶ້ນມາທັນທີ.

ໂດຍສື່ທ້ອງຖິ່ນລະບຸວ່າ ຜູ້ເປັນພໍ່ກັບຊາຍຄົນນີ້ແມ່ນໄດ້ພົບເຈິກັນເທິງໂລກອອນລາຍມາກ່ອນ ແລະຕ່າງຝ່າຍຕ່າງມີຄວາມຮູ້ສຶກທີ່ດີໃຫ້ຕໍ່ກັນ. ເພາະສະນັ້ນແລ້ວ ເພື່ອໃຫ້ຄວາມສຳພັນສາມາດພັດທະນາໄປໄດ້ໄກ ແລະ ເລິກເຊິ່ງເຖິງຂັ້ນມີ something ທີ່ເຮືອນຂອງອີກຝ່າຍໄດ້ ພໍ່ຈຶ່ງແນະນໍາຊາຍຄົນນີ້ໃຫ້ລູກສາວໄດ້ຮູ້ຈັກນໍາ.

ແຕ່ສະຖານະການແມ່ນໄດ້ປີ້ນຈາກໜ້າມືເປັນຫຼັງມື ເພາະຊາຍຄົນນີ້ທີ່ເຄີຍລົມກັບພໍ່ມາກ່ອນ ໄດ້ມາຄົບກັບລູກສາວ ເຊິ່ງນັ້ນເປັນສາເຫດທີ່ເຮັດໃຫ້ຜູ້ເປັນພໍ່ຮູ້ສຶກບໍ່ພໍໃຈຢ່າງແຮງ ແລະ ເກີດອາການຫຶງຫວງຂຶ້ນມາ.

ນັບມື້ຄວາມສຳພັນຂອງຊາຍຄົນນີ້ກັບລູກສາວຍິ່ງພັດທະນາໄປໄກ ຜູ້ເປັນພໍ່ກໍເລີ່ມໝົດຄວາມອົດທົນ ດັ່ງນັ້ນຈຶ່ງຢາກໃຫ້ທັງສອງຢຸດຄວາມສຳພັນໃນການເປັນແຟນກັນ ບໍ່ຢາກໃຫ້ຜູ້ຊາຍຄົນນີ້ມາວຸ້ນວາຍກັບລຸກສາວຂອງຕົນເອງ ແລະ ຂໍໃຫ້ເລີກກັນທັນທີຢູ່ກາງຖະໜົນນີ້.

ເມື່ອໄດ້ຍິນດັ່ງນັ້ນ ຝ່າຍຊາຍທີ່ເປັນແຟນຂອງລູກກໍບໍ່ຍອມທີ່ຈະເລີກ ພ້ອມຍັງໄດ້ເປີດເຜີຍຄວາມສໍາພັນອັນຊັບຊ້ອນທີ່ເກີດຂຶ້ນຕໍ່ໜ້າແຟນສາວແລະພໍ່ຂອງແຟນ ແຖມຍັງດ່າຜູ້ເປັນພໍ່ຂອງແຟນວ່າເປັນພຽງຂີ້ເຫຍື້ອ.

ຫຼັງຈາກເກີດເຫດການຜິດຖຽງກັນ ເຈົ້າໜ້າທີ່ຕໍາຫຼວດກໍໄດ້ເຂົ້າມາໄກ່ເກ່ຍໃຫ້ທັງສອງຝ່າຍໄປເຈລະຈາກັນທີ່ຫ້ອງການຕໍາຫຼວດ ແລະ ຂໍໃຫ້ຍຸຕິການຜິດຖຽງກັນ. ຫຼັງຈາກນັ້ນແມ່ນບໍ່ມີລາຍງານຕໍ່ວ່າເລື່ອງນີ້ໄດ້ຈົບລົງໄປແບບໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/