CEO Binance ບອກວ່າ Bitcoin ຈະກັບມາສູ່ ຈຸດສູງສຸດ ອີກເທື່ອໜຶ່ງ ໂດຍຈະຢູ່ໃນລະດັບ 70,000 ໂດລາ ໃນອີກ 2-3 ປີທາງໜ້າ


ໃນໄລຍະ 2-3 ອາທິດທີ່ຜ່ານມາ ບັນດາຫຼຽນໃນຕະຫຼາດ Cryptocurrency ແມ່ນພາກັນຕົກລົງຕົວແດງຢ່າງພ້ອມໜ້າ, ທ່າມກາງຄວາມວຸ້ນວາຍດັ່ງກ່າວ ສາງເຜິງ ຈ້າວ (Changpeng Zhao) CEO ຂອງ Binance ຜູ້ໃຫ້ບໍລິການ ຊື້ຂາຍແລກປ່ຽນ Cryptocurrency ລາຍໃຫຍ່ຂອງໂລກ ອອກມາບອກວ່າ ລາຄາຂອງ Bitcoin ມີໂອກາດຈະກັບມາສູ່ຈຸດສູງສຸດອີກເທື່ອໜຶ່ງໃນລະດັບ 70,000 ໂດລາ ເຊິ່ງອາດຈະເກີດຂຶ້ນໃນອີກ ສອງສາມເດືອນຂ້າງໜ້າ ຫຼື ພາຍໃນ 2-3 ປີທາງໜ້ານີ້.

ໂດຍສາງເຜິງກ່າວວ່າ: “ຂ້ອຍຄິດວ່າການລົດລົງຂອງລາຄາຮອບນີ້ຈາກ 68,000 ມາຫາ 20,000 ໂດລາ ນັ້ນອາດຕ້ອງໃຊ້ເວລາອີກໜ້ອຍໜຶ່ງເພື່ອຈະຟື້ນຕົວກັບໄປ ອາດຈະໃຊ້ເວລາປະມານ 2-3 ເດືອນທາງໜ້າ ຫຼື ອີກ 2-3 ປີ ທາງໜ້າກໍໄດ້ ບໍ່ມີໃຜຮູ້ອະນາຄົດ”

ສາງເຜິງ ກ່າວຕື່ມອີກວ່າ: “ລາຄາທີ່ລະດັບ 20,000 ໂດລາ ນັ້ນ ຖືວ່າຕໍ່າຫຼາຍ ແຕ່ຮູ້ບໍ່ວ່າ ໃນປີ 2018 ແລະ 2019 ຖ້າຫາກເຈົ້າບອກວ່າ Bitcoin ຈະມີລາຄາທີ່ 20,000 ໂດລາ ພາຍໃນປີ 2022 ພວກເຂົາເຈົ້າຄືຈະດີໃຈຫຼາຍ ເພາະຕອນນັ້ນລາຄາຂອງ Bitcoin ມີຢູ່ພຽງແຕ່ 3,000-6,000 ໂດລາ ເທົ່ານັ້ນ”.

ຂະນະທີ່ ອຽນ ຮາເນັດ (Ian Harnett) ຜູ້ຮ່ວມກໍ່ຕັ້ງ Absolute Strategy Research ບໍລິສັດສຳຫຼວດກ່ຽວກັບ ຕະຫຼາດ ແລະ ສິນຊັບຕ່າງໆ ກ່າວວ່າ: “ຫາກເບິ່ງຈາກອະດີດທີ່ຜ່ານມາ ລາຄາຂອງຄຣິບໂຕ ມີໂອກາດຈະລົດລົງໄດ້ເຖິງ 80% ຈາກຈຸດສູງສຸດ ນັ້ນໝາຍຄວາມວ່າ Bitcoin ມີໂອກາດທີ່ລາຄາຈະລົດລົງໄປຈົນເຖິງ 13,000 ໂດລາ ຫຼື ເປັນການລົດລົງເຖິງ 40% ໃນປີນີ້ ເຮັດໃຫ້ລະດັບດັ່ງກ່າວຈະເປັນແນວຮັບສຳຄັນ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/