ອົງກອນ The Ocean Cleanup ເປີດຕົວ “ແວ່ນຕາທີ່ເຮັດຈາກຂີ້ເຫຍື້ອທະເລ”


ອົງກອນ The Ocean Cleanup ເປີດຕົວ ແວ່ນຕາທີ່ເຮັດຈາກຂີ້ເຫຍື້ອພລາສຕິກທະເລ! ມຸ່ງໝັ້ນເກັບຂີ້ເຫຍື້ອພລາສຕິກຈາກແຫຼ່ງນ້ຳທົ່ວໂລກ.

The Ocean Cleanup ເປັນອົງກອນທີ່ອະນາໄມຂີ້ເຫຍື້ອໃນມະຫາສະໝຸດມາຢ່າງຕໍ່ເນື່ອງ ໂດຍມີເປົ້າໝາຍຈະກຳຈັດຂີ້ເຫຍື້ອໃນມະຫາສະໝຸດໄດ້ 90% ໃນປີ 2050 ທີ່ມີຊື່ສຽງຈາກການໃຊ້ເທັກໂນໂລຢີຂັ້ນສູງໃນການອະນາໄມຂີ້ເຫຍື້ອໃນມະຫາສະໝຸດ ແລະ ແຫຼ່ງນ້ຳທົ່ວໂລກ.

ຫຼ້າສຸດ The Ocean Cleanup ໄດ້ຈັບມືກັບທາງ Yves Behar ເພື່ອສ້າງແວ່ນຕາກັນແດດທີ່ສ້າງຈາກພລາສຕິກເຊິ່ງເກັບມາຈາກແພຂີ້ເຫຍື້ອໃຫຍ່ປາຊີຟິກ ເພື່ອໃຫ້ເກີດການໝູນວຽນປ່ຽນຂີ້ເຫຍື້ອໃຫ້ເປັນຂຸມຊັບ.

ແວ່ນຈາກຂີ້ເຫຍື້ອນີ້ຜະລິດໂດຍບໍລິສັດແວ່ນຕາຈາກປະເທດອິຕາລີ ຊື່ວ່າ Safilo ໂດຍຕົວແວ່ນ ແລະ ເລນ ຖືກອອກແບບໃຫ້ມີສີກົມ ເພື່ອຊວນໃຫ້ລະນຶກເຖິງສີຂອງທະເລເລິກ. ແວ່ນດັ່ງກ່າວຍັງຖືກອອກແບບມາໃຫ້ໃຊ້ໄດ້ແທ້ ແລະ ທົນທານ. ຕົວພລາສຕິກຈະມີຄວາມນຸ້ມກວ່າພລາສຕິກປົກກະຕິທົ່ວໄປ ເພື່ອໃຫ້ຄວາມຮູ້ສຶກສະບາຍເມື່ອສວມໃສ່. ເມື່ອໝົດອາຍຸການໃຊ້ງານ ພວກມັນຍັງສາມາດເອົາໄປຣີໄຊເຄິນໄດ້ອີກດ້ວຍ.

ໂດຍແວ່ນຕາທັງໝົດນີ້ ຈະເຮັດມາຈາກຂີ້ເຫຍື້ອພລາສຕິກທີ່ເກັບຂຶ້ນມາໃນເດືອນມິຖຸນາ ປີ 2019, ໃນຂະນະທີ່ກ່ອງໃສ່ແວ່ນຕາເຮັດມາຈາກຂີ້ເຫຍື້ອພລາສຕິກທີ່ເກັບໄດ້ໃນປີ 2018.

ເງິນຈາກການຂາຍແວ່ນຕາທັງໝົດ ຈະກັບເຂົ້າສູ່ພາລະກິດການອະນາໄມມະຫາສະໝຸດອີກຕໍ່ໜ້າ.

ທີ່ມາ: https://bit.ly/3cWI4Cu