ສ.ເກົາຫຼີ ລົງທຶນ 10 ລ້ານລ້ານວອນ ສ້າງ Smart City ພາຍໃນປີ 2025.


ສ.ເກົາຫຼີລົງທຶນ 10 ລ້ານລ້ານວອນ ສ້າງ Smart City ພາຍໃນປີ 2025 ເພື່ອປັບໂຄງລ່າງພື້ນຖານໃຫ້ເປັນລະບົບດິຈິຕອນ.

ລະບົບຄົມມະນາຄົມດີ, ລົດເມຈະມາຕອນໃດ, ລົດໄຟຈະອອກຕອນຈັກໂມງ, ຫົນທາງ ແລະ ໂຄງລ່າງພື້ນຖານທີ່ເຊື່ອມດ້ວຍລະບົບດິຈິຕອນ ເມືອງແຫ່ງອະນາຄົດໃນຝັນນີ້ ກຳລັງຈະເກີດຂຶ້ນກັບສ.ເກົາຫຼີ.

ປະທານາທິບໍດີສ.ເກົາຫຼີ ມຸນ ແຈອິນ ໄດ້ອອກຖະແຫຼງການເມື່ອອາທິດທີ່ຜ່ານມາວ່າ ລັດຖະບານໄດ້ອະນຸມັດໂຄງການສ້າງເມືອງ Smart City ທົ່ວປະເທດພາຍໃນປີ 2025 ຮຽບຮ້ອຍແລ້ວ, ໂດຍເງິນລົງທຶນໃນໂຄງການນີ້ໄດ້ວາງໄວ້ສູງເຖິງ 10 ລ້ານລ້ານວອນ.

ສຳລັບເປົ້າໝາຍໃນການສ້າງເມືອງ Smart City ນີ້ເກີດຈາກຄວາມຕ້ອງການທີ່ຈະພາ ສ.ເກົາຫຼີ ຂຶ້ນເປັນຜູ່ນຳທາງດ້ານລະບົບ ແລະ ເຕັກໂນໂລຊີ ອີກທັງຍັງຕ້ອງການສ້າງປະເທດໃຫ້ຕອບໂຈດກັບຄົນທີ່ໃຊ້ງານທຸກເພດທຸກໄວ ຮວມເຖິງບັນດາຜູ່ທີ່ພິການອີກດ້ວຍ. ມຸນ ແຈອິນ ກ່າວວ່າ ໂຄງການນີ້ຈະເຮັດໃຫ້ໂຄງລ່າງພື້ນຖານສາທາລະນະເຊັ່ນ: ຫົນທາງ ແລະ ລົດໄຟເປັນລະບົບດິຈິຕອນ ດ້ວຍການໃຊ້ເຊັນເຊີ້ Internet of Things(IoT).

ປະທານາທິບໍດີສ.ເກົາຫຼີລະບຸວ່າ ຂະນະນີ້ ລັດຖະບານກຳລັງກຽມສົ່ງຂໍ້ມູນເລື່ອງໂຄງການໃໝ່ໃຫ້ໜ່ວຍງານທ້ອງຖິ່ນ 108 ແຫ່ງໃຫ້ທັນພາຍໃນທ້າຍປີນີ້ ເພາະເຊື່ອວ່າໂຄງການ Smart City ຈະເຮັດໃຫ້ຊາວສ.ເກົາຫຼີປະມານ 60% ກັງວົນ ແລະ ອາດຈະໄດ້ຮັບຜົນກະທົບກັບການປ່ຽນແປງຄັ້ງໃຫຍ່ໃນປະເທດ.

ໃນລະຫວ່າງການຖະແຫຼງການ ປະທານາທິບໍດີສ.ເກົາຫຼີຍັງໄດ້ເວົ້າເຖິງເມືອງ ຊອງໂດ ເມືອງອັດສະລິຍະແຫ່ງທຳອິດຂອງສ.ເກົາຫຼີ ເຊິ່ງເປັນສູນກາງການຄ້າເສລີທີ່ເກີດຈາກການຖົມທະເລເຫຼືອງ ແລະ ເປັນເມືອງຕົ້ນແບບທີ່ມີການເຊື່ອມຕໍ່ລະບົບໂຄງລ່າງພື້ນຖານຕ່າງໆຢູ່ເທິງອິນເຕີເນັດ ໂດຍມີການພັດທະນາແບບຍືນຍົງຈາກການປະຢັດພະລັງງານໃນອາຄານ ແລະ ໃຫ້ຄວາມສຳຄັນກັບການພັດທະນາທາງດ້ານຄວາມປອດໄພເປັນຫຼັກ ຮວມເຖິງເປັນມິດຕໍ່ສິ່ງແວດລ້ອມດ້ວຍ.

ມຸນ ແຈອິນ ໄດ້ຄາດການວ່າ ໃນອະນາຄົດປະເທດຕ່າງໆ ຈະແຂ່ງຂັນກັນສ້າງເມືອງອັດສະລິຍະ ໂດຍຕະຫຼາດເມືອງອັດສະລິຍະທົ່ວໂລກອາດຈະເຕີບໃຫຍ່ເຖິງ 820 ພັນລ້ານໂດລາ ພາຍໃນປີ 2025 ແລະ ນັ້ນເປັນສາເຫດທີ່ສ.ເກົາຫຼີຕ້ອງເລັ່ງສ້າງເມືອງແບບໃໝ່ນີ້ໃຫ້ໄວຂຶ້ນ ເພາະນອກຈາກຜົນປະໂຫຍດທາງດ້ານພະລັງງານແລ້ວ ມັນຍັງຊ່ວຍສ້າງວຽກໃຫ້ກັບປະຊາຊົນຫຼາຍກວ່າ 150,000 ຕຳແໜ່ງ.

ທີ່ມາ: https://www.facebook.com/thematterco/photos/a.1735876059961122/2725457394336312/