ນົມແບບໃດທີ່ເໝາະສົມກັບໂຕທ່ານ?


ເວລາໄປຫ້າງຊັບພະສິນຄ້າ, ມິນິມາດ ຫຼື ຕະຫຼາດ ເຮົາຈະເຫັນໄດ້ວ່າຜະລິດຕະພັນນົມນັ້ນມີຫຼາກຫຼາຍຮູບແບບໃຫ້ເລືອກຊື້ ມີທັງນົມທີ່ໄດ້ມາຈາກສັດ ແລະ ນົມທີ່ຜະລິດຈາກພືດ.

ຂະບວນການປຸງແຕ່ງເພື່ອເຮັດໃຫ້ພືດກາຍມາເປັນນົມນັ້ນ ປະກອບມີຫຼາຍວິທີ ຮວມທັງ ການແຊ່, ກັ່ນຕອງ, ລ້າງ, ບົດ ແລະ ເຮັດໃຫ້ເປັນກ້ອນແປ້ງ ຫຼື ຕາກແຫ້ງ ແລະ ບົດລະອຽດ ເພື່ອໃຫ້ໄດ້ແປ້ງຈາກພືດ ຫຼັງຈາກນັ້ນ ກໍເພີ່ມວິຕາມິນ ແລະ ເກືອແຮ່ໃສ່, ຕົບແຕ່ງກິ່ນ ແລະ ກໍນຳໄປລະລາຍໃສ່ໃນນ້ຳ.

ແລ້ວນົມຊະນິດໃດທີ່ເໝາະກັບທ່ານ?

ເຮົາມາສຶກສາເບິ່ງນົມທີ່ໄດ້ຮັບການນິຍົມຫຼາຍໃນປັດຈຸບັນ ເຊິ່ງມີ ນົມຈາກສັດ, ນົມຖົ່ວອາວມັອນ (almond), ນົມຖົ່ວເຫຼືອງ ແລະ ນົມເຮັດຈາກເຂົ້າໂອ໊ດ.

  1. ນົມງົວ ໜຶ່ງຈອກ ປະລິມານ 250 ມລ ມີ ໂປຣຕີນ 8 ກຣາມ, ຄາໂບໄຮເດຼດ 12 ກຣາມ ແລະ ໄຂມັນ 2-8 ກຣາມ ປະລິມານທາດເຫຼົ່ານີ້ຂຶ້ນກັບວ່ານົມຖືກປັບປຸງປ່ຽນແປງແນວໃດ ປັບໃຫ້ມີໄຂມັນໜ້ອຍລົງບໍ່ ຫຼື ເປັນນົມແທ້ຮ້ອຍເປີເຊັນ ເຊິ່ງປະລິມານເຫຼົ່ານີ້ ເທົ່າກັບ 15% ຂອງໂປຣຕີນ, 10% ຂອງຄາໂບໄຮເດຼດ ແລະ 2-15% ຂອງໄຂມັນ ຕໍ່ມື້ ທີ່ຜູ້ໃຫຍ່ຄົນນຶ່ງຕ້ອງການ.
  • ນົມທີ່ເຮັດຈາກພືດ ສ່ວນໃຫຍ່ ມີຄາໂບໄຮເດຼດໜ້ອຍກວ່ານົມທີ່ໄດ້ຈາກສັດ ທັງມີໄຂມັນໜ້ອຍກວ່າ ແຕ່ກໍມີໄຂມັນດີຫຼາຍກວ່ານົມຈາກສັດ. ແຕ່ໃນທາງກົງກັນຂ້າມ ນົມທີ່ຜະລິດຈາກພືດບໍ່ສາມາດສ້າງວິຕາມິນດີ (Vitamin D) ແລະ ແຄວຊຽມ (Calcium) ໄດ້ໂດຍທຳມະຊາດ ຄືກັບນົມຈາກສັດ.

ຫາກສຶກສາລົງເລິກຕື່ມກ່ຽວກັບນົມທີ່ຜະລິດຈາກພືດ ຈະເຫັນໄດ້ວ່າ ນົມທີ່ເຮັດຈາກຖົ່ວອາວມັອນ ແລະ ນົມເຮັດຈາກເຂົ້າໂອ໊ດມີໂປຣຕີນໜ້ອຍກວ່ານົມຈາກສັດ. ນົມອາວມັອນຖືວ່າ ເປັນນົມທີ່ມີໂພສະນາການໜ້ອຍທີ່ສຸດໃນນົມທັງສີ່ແບບທີ່ໄດ້ກ່າວມາ ສ່ວນນົມຈາກເຂົ້າໂອ໊ດພັດເຕັມໄປດ້ວຍ beta-glucans (ໄຍອາຫານທີ່ມີປະໂຫຍດຫຼາຍ) ທັງຍັງມີຄາໂບໄຮເດຼດຫຼາຍກວ່ານົມທີ່ຜະລິດຈາກພືດຊະນິດອື່ນ ບາງເທື່ອກໍມີຫຼາຍເທົ່າກັບນົມຈາກສັດເລີຍ. ສ່ວນນົມຖົ່ວເຫຼືອງນັ້ນ ມີໂປຣຕີນຫຼາຍທຽບເທົ່າກັບນົມຈາກສັດ ແລະ ມີໂປຕັດຊຽມຫຼາຍ.

ຖົ່ວເຫຼືອງມີສານ isoflavone ເຊິ່ງໃນເມື່ອກ່ອນຄົນເຄີຍເຊື່ອກັນວ່າ ມັນອາດຈະກໍ່ໃຫ້ເກີດຄວາມບໍ່ສົມດຸນດ້ານຮໍໂມນ ໂດຍການຮຽນແບບການເຮັດວຽກຂອງ estrogen ແຕ່ໃນຄວາມເປັນຈິງແລ້ວ ນົມຖົ່ວເຫຼືອງມີ isoflavone ປະລິມານພຽງເລັກນ້ອຍ ເຊິ່ງບໍ່ມີຜົນກະທົບຕໍ່ກັບຮ່າງກາຍເທົ່າກັບ estrogen. 

ແຕ່ທັງນີ້ທັງນັ້ນ ກໍຂຶ້ນກັບສະພາບ ແລະ ຄວາມຄິດສ່ວນບຸກຄົນ ທີ່ຈະເລືອກວ່າ ນົມຊະນິດໃດດີທີ່ສຸດສຳລັບຕົນເອງ. ຫາກທ່ານເປັນຄົນທີ່ບໍ່ມີພູມຕ້ານທານຕໍ່ກັບແລັກໂຕດສ໌ (lactose) ທ່ານກໍຍ່ອມເຫັນວ່ານົມທີ່ຜະລິດຈາກພືດດີກວ່ານົມທີ່ໄດ້ຈາກສັດ ແຕ່ຖ້າທ່ານເປັນຄົນທີ່ແພ້ຖົ່ວ ນົມອາວມັອນກໍບໍ່ແມ່ນຕົວເລືອກຂອງທ່ານເລີຍ.

ສຳລັບຄົນທີ່ບໍ່ມີທາງເລືອກຫຼາກຫຼາຍ ນົມຈາກສັດກໍຍັງຖືກເປັນຕົວເລືອກຫຼັກ. ແຕ່ໂດຍລວມແລ້ວ ນົມທັງສີ່ແບບ ກໍດີຄືໆກັນໝົດ ເພາະນົມມີສານອາຫານພຽງພໍເໝາະແກ່ການບໍລິໂພກໃນຊີວິດປະຈຳວັນ. ດັ່ງນັ້ນ ສຳລັບຄົນສ່ວນຫຼາຍທີ່ບໍ່ມີບັນຫາດ້ານໂພສະນາການ ນົມທີ່ດີທີ່ສຸດສຳລັບທ່ານ ຈຶ່ງຄວນແມ່ນນົມທີ່ດີທີ່ສຸດສຳລັບໂລກເຊັ່ນດຽວກັນ.

ເຮົາມາເບິ່ງວ່າ ນົມຊະນິດໃດໃຊ້ຊັບພະຍາກອນໜ້ອຍທີ່ສຸດ ແລະ ສ້າງມົນລະພິດໜ້ອຍທີ່ສຸດ ໃຫ້ແກ່ໂລກເຮົາ?

ເພື່ອຜະລິດນົມງົວ ຈອກໜຶ່ງ ຕ້ອງໃຊ້ເນື້ອທີ່ເກືອບ 4 ກມ2. ການນໍາໃຊ້ພື້ນທີ່ນີ້ ກໍ່ໃຫ້ເກີດການຕັດໄມ້ທໍາລາຍປ່າ ແລະ ທີ່ຢູ່ອາໄສຕ່າງໆ ເພື່ອໃຊ້ເປັນບ່ອນລ້ຽງງົວ, ປູກຫຍ້າໃຫ້ງົວກິນ ແລະ ອາຫານສຳລັບງົວ ສ່ວນໃຫຍ່ກໍແມ່ນ ໝາກຖົ່ວ ແລະ ເຂົ້າໂອ໊ດ. ຫາກນຳເອົາພືດເຫຼົ່ານີ້ໄປຜະລິດເປັນນົມ ກໍຈະດີກວ່າ ເພາະສາມາດເກີດງ່າຍ ແລະ ໃຊ້ພື້ນທີ່ໜ້ອຍກວ່າໃນການປູກຝັງ. ເພື່ອຜະລິດນົມຈາກພືດເຫຼົ່ານີ້ ຈອກໜຶ່ງ ນຳໃຊ້ເນື້ອທີ່ພຽງແຕ່ ¼ ກມ2 ຫຼື 250 ມ2 . ສ່ວນນົມອາວມັອນກໍໃຊ້ເນື້ອທີ່ປະມານດຽວກັນ.

ແຕ່ອີກໜຶ່ງປະເດັນທີ່ຄວນຄຳນຶງ ກໍຄື ການເລືອກສະຖານທີ່ເພາະປູກ. ການປູກຖົ່ວເຫຼືອງ ຫຼື ການສ້າງຟາມຖົ່ວເຫຼືອງ ກໍເປັນບັນຫາຫຼັກທີ່ກໍ່ໃຫ້ເກີດການຕັດປ່າ ແຕ່ການປູກເຂົ້າໂອ໊ດ ແລະ ອາວມັອນບໍ່ໄດ້ກໍ່ໃຫ້ເກີດບັນຫາແບບນັ້ນ.

ນອກຈາກນີ້ ໃນຂະບວນການການຜະລິດນົມ ກໍຍັງຕ້ອງນຳໃຊ້ນ້ຳ ໃນທຸກຂັ້ນຕອນ ໂດຍສະເພາະ ຂັ້ນຕອນການປູກພືດ ຫຼື ການລ້ຽງສັດ.  ນົມຈາກສັດນຳໃຊ້ນ້ຳຫຼາຍທີ່ສຸດ (ປະມານ 120 ລິດ ຕໍ່ ນົມໜຶ່ງຈອກ) ສ່ວນໃຫຍ່ແມ່ນໃຊ້ເພື່ອລ້າງງົວ ແລະ ປູກພືດທີ່ໃຊ້ເປັນອາຫານໃຫ້ແກ່ງົວ. ຕໍ່ມາ ກໍແມ່ນ ນົມອາວມັອນ ທີ່ໃຊ້ນ້ຳຫຼາຍເປັນອັນດັບທີ ສອງ ເຊິ່ງນຳໃຊ້ຫລາຍກວ່າ 70 ລິດ ຕໍ່ ນົມໜຶ່ງຈອກ ແລະ ກໍໃຊ້ເພື່ອປູກຕົ້ນໝາກອາວມັອນ ເຊິ່ງຕ້ອງໄດ້ຫົດເປັນເວລາຫຼາຍປີກວ່າມັນຈະອອກໝາກ. ຕົ້ນອາວມັອນຕ້ອງໄດ້ນ້ຳຢ່າງເປັນປະຈຳ ບໍ່ຊັ້ນມັນຈະຕາຍ ເຊິ່ງແຕກຕ່າງຈາກພືດຊະນິດອື່ນທີ່ອາດຈະບໍ່ຕ້ອງເບິ່ງແຍງກໍໄດ້ ແຕ່ກໍຍັງໃຫ້ໝາກ. ສ່ວນທ້າຍສຸດ ຖົ່ວເຫຼືອງ ແລະ ເຂົ້່າໂອ໊ດ ນຳໃຊ້ນ້ຳໜ້ອຍກວ່າໝູ່ ນຳໃຊ້ປະມານ 5-10 ລິດ ຕໍ່ນົມນຶ່ງຈອກ.

ການຜະລິດນົມຈາກພືດ ສ້າງມົນລະພິດເຮືອນແກ້ວ ປະມານ 0,1-0,2 ກິໂລກຣາມ. ສຳລັບນົມທີ່ໄດ້ມາຈາກງົວ ໂຕງົວເອງກໍປ່ອຍອາຍກາສເມຕານ (methane) ອອກມາຈຳນວນຫຼາຍ ໂດຍການເອື້ອມ ແລະ ຕົດ. ໂດຍສະເລ່ຍແລ້ວ ນົມງົວໜຶ່ງຈອກ ກໍ່ໃຫ້ເກີດອາຍກາສເຮືອນແກ້ວອອກມາຫຼາຍກວ່າ ໜຶ່ງ ກິໂລກຣາມ.

ສະນັ້ນແລ້ວ ມັນກໍຂຶ້ນກັບສະພາບ ແລະ ຄວາມຕ້ອງການທາງດ້ານອາຫານຂອງທ່ານ ທ່ານຈະເລືອກບໍລິໂພກນົມແບບໃດກໍດີ ແຕ່ໃນມຸມມອງເພື່ອຊ່ວຍຮັກສາໂລກຂອງເຮົາ ມັນຈະເປັນການດີ ຫາກທ່ານເລືອກບໍລິໂພກນົມທີ່ຜະລິດຈາກພືດ ເປັນຕົ້ນແມ່ນ ນົມທີ່ຜະລິດຈາກເຂົ້າໂອ໊ດ ແລະ ນົມຖົ່ວເຫຼືອງ.

ທີ່ມາ:
https://www.ted.com/talks/jonathan_j_o_sullivan_and_grace_e_cunningham_which_type_of_milk_is_best_for_you