UN ເປີດເຜີຍວ່າລົດເກົ່າມີມົນລະພິດສູງຖືກສົ່ງອອກຈາກສະຫະລັດອາເມຣິກາ, ຍີ່ປຸ່ນ ແລະ ເອີຣົບ


UN ເປີດເຜີຍວ່າລົດເກົ່າມີມົນລະພິດສູງຖືກສົ່ງອອກຈາກສະຫະລັດອາເມຣິກາ, ຍີ່ປຸ່ນ ແລະ ເອີຣົບ ມາຂາຍໃນອາຟຣິກາ ແລະ ປະເທດກຳລັງພັດທະນາ ເປັນຈຳນວນຫຼາຍລ້ານຄັນ ເຊິ່ງບໍ່ປອດໄພຕໍ່ສິ່ງແວດລ້ອມ ກັງວົນວ່າຈະກໍ່ໃຫ້ເກີດຄວັນມົນລະພິດ ເຮັດໃຫ້ໂລກຮ້ອນໜັກຂຶ້ນ.

ໃນລະຫວ່າງຊ່ວງປີ 2015 ແລະ 2018 ລົດຄັນເກົ່າຄຸນະພາບຕໍ່າປະມານ 14 ລ້ານຄັນ ໄດ້ຖືກສົ່ງອອກຈາກເອຣົບ, ຍີ່ປຸ່ນ, ແລະ ສະຫະລັດອາເມຣິກາ ເຊິ່ງ 4/5 ຂອງລົດເຫຼົ່ານັ້ນຖືກນຳມາຂາຍໃນປະເທດທີ່ທຸກກວ່າ ເຊິ່ງຖືກສົ່ງໄປອາຟຣິກາ.

ຈາກການວິເຄາະໃນໄລຍະເວລາ 3 ປີ ນັກວິໄຈພົບວ່າ ລົດທີ່ນຳເຂົ້າມາໃນປະເທດ 146 ປະເທດທີ່ໄດ້ສຶກສານັ້ນບໍ່ມີຄຸນນະພາບຫຼາຍ. ຜູ່ຊ່ຽວຊານລະບຸວ່າ ຫຼາຍກວ່າ 80% ຂອງລົດເຫຼົ່ານັ້ນບໍ່ຜ່ານມາດຕະຖານຂັ້ນຕໍ່າຂອງຄວາມປອດໄພ ແລະ ມາດຕະຖານດ້ານສິ່ງແວດລ້ອມໃນການສົ່ງອອກ.

ລົດທີ່ບໍ່ໄດ້ມາດຕະຖານເຫຼົ່ານັ້ນ ນອກຈາກຈະສ່ຽງກັບການກໍ່ໃຫ້ເກີດອຸບັດຕິເຫດແລ້ວ ຍັງເປັນຕົ້ນຕໍທີ່ປ່ອຍມົນລະພິດອອກມາຈຳນວນຫຼາຍ ເຊິ່ງຜົນກະທົບຕໍ່ການປ່ຽນແປງຂອງສະພາບພູມອາກາດ ໂດຍລົດເຫຼົ່ານີ້ປ່ອຍມົນລະພິດອອກມາຫຼາຍກວ່າ 90%.

ນອກຈາກນີ້ ຍານພາຫະນະເຫຼົ່ານີ້ຫຼາຍຄັນ ຖືກດັດແປງເພື່ອນຳສ່ວນປະກອບທີ່ມີຄ່າອອກໄປ ແລະ ນຳສ່ວນທີ່ມີລາຄາຖືກໃສ່ເຂົ້າໄປແທນທີ່.

UN Environment Programme (UNEP) ລະບຸວ່າ ທັງຜູ່ສົ່ງອອກ ແລະ ນຳເຂົ້າ ຈຳເປັນທີ່ຈະຕ້ອງວາງກົດລະບຽບທີ່ເຂັ້ມງວດຂຶ້ນ ເພື່ອຢຸດການຈຳໜ່າຍລົດທີ່ບໍ່ໄດ້ມາດຕະຖານເຫຼົ່ານີ້.

ໃນປັດຈຸບັນ ມີຜູ່ທີ່ເປັນເຈົ້າຂອງລົດຈຳນວນຫຼາຍທົ່ວໂລກ ເຊິ່ງປະເມີນວ່າມີລົດຢູ່ຕາມຫົນທາງຫຼາຍເຖິງ 1.4 ພັນລ້ານຄັນ ເຊິ່ງຄາດວ່າໃນປີ 2040 ຈະມີລົດຢູ່ຕາມຫົນທາງຫຼາຍເຖິງ 2 ພັນລ້ານຄັນ.

ການເຕີບໃຫຍ່ຂອງຜູ່ທີ່ຄອບຄອງລົດນັ້ນເພີ່ມຂຶ້ນສູງຫຼາຍໃນບັນດາປະເທດທີ່ກຳລັງພັດທະນາໃນອາຊີ, ອາຟຣິກາ ແລະ ອາເມຣິກາລາຕິນ ເຊິ່ງບາງປະເທດກໍບໍ່ໄດ້ມີການກຳນົດອາຍຸການໃຊ້ງານຂອງລົດນຳເຂົ້າ.

ທີ່ມາ: https://www.facebook.com/environman.th/posts/3160146354113790