ທຸລະກິດໂຮງແຮມ ເປີດໂມເດວ “Subscription” ຈ່າຍລາຍເດືອນ-ເຂົ້າພັກບໍ່ຈຳກັດ ຫວັງດຶງດູດລູກຄ້າມາໃຊ້ບໍລິການ.


Subscription ການຈ່າຍຄ່າບໍລິການເປັນລາຍເດືອນ ໄດ້ກາຍເປັນຮູບແບບ ຫຼື ໂມເດວໃໝ່ຂອງທຸລະກິດ “ໂຮງແຮມ” ທີ່ຫຼາຍເຄືອເລືອກມາເປັນກົນລະຍຸດໃນການດຶງດູດໃຫ້ລູກຄ້າເຂົ້າມາພັກ ຫຼັງຖືກກະທົບຢ່າງໜັກຈາກການແຜ່ລະບາດຂອງໂຣກໂຄວິດ-19 ທີ່ສົ່ງຜົນໃຫ້ຈຳນວນຜູ້ເຂົ້າພັກລົດລົງ.

ສຳລັບເຄືອໂຮງແຮມທີ່ເລືອກໃຊ້ກົນລະຍຸດຈ່າຍລາຍເດືອນແບບບໍ່ຈຳກັດຕອນນີ້ຫຼັກໆ ໄດ້ແກ່ InterContinental Hotels Group, Marriott ແລະ Accor ໂດຍ InterContinental ນຳສະເໜີພາຍໃຕ້ package ໃໝ່ “work from hotel” ສຳລັບຄົນທີ່ຢາກປ່ຽນບັນຍາກາດການເຮັດວຽກຈາກບ້ານມາທີ່ໂຮງແຮມ ຂະນະທີ່ Accor ຢູ່ລະຫວ່າງການພິຈາລະນາການປ່ຽນຫ້ອງພັກໃຫ້ເປັນຫ້ອງຍິມສ່ວນຕົວ ຫຼື ຈະເປັນສະຕູດີໂອບັນທຶກສຽງ.

ດ້ານຜູ້ໃຫ້ບໍລິການທ່ອງທ່ຽວແບບຫຼູຫຼາຢ່າງ Inspirato ໄດ້ມີການເປີດໂຕບໍລິການ Inspirato Pass membership ໃຫ້ລູກຄ້າຈ່າຍພຽງ 2500 ໂດລາສະຫະລັດຕໍ່ເດືອນ ມີອາຍຸ 1 ປີ ເພື່ອສາມາດເຂົ້າພັກໃນທີ່ພັກ 300 ແຫ່ງທົ່ວໂລກ.

ການນຳ Subscription Model ມາໃຊ້ເປັນກົນລະຍຸດໃຫມ່ ຖືເປັນອີກຄວາມພະຍາຍາມໃນການປັບໂຕຂອງທຸລະກິດໂຮງແຮມ ເພື່ອໃຫ້ສາມາດຢູ່ລອດໄດ້ ຫຼັງຈາກຈຳນວນຜູ້ເຂົ້າພັກລົດລົງຢ່າງໜັກຈາກພິດການແພ່ລະບາດຂອງໂຄວິດ 19 ເຊິ່ງຕອນນີ້ຖືວ່າໄດ້ກ້າວເຂົ້າສູ່ໄຕມາດສຸດທ້າຍຂອງປີ 2020 ການນຳ Subscription Model ມາປັບໃຊ້ຈຶ່ງຖືວ່າເປັນທາງອອກອີກທາງໜຶ່ງໃນການພາທຸລະກິດໂຮງແຮມໃຫ້ຢູ່ຕໍ່ໄປໄດ້.

ທີ່ມາ: https://www.marketingoops.com/news/subscription-model-in-hotel-business/