ສປປ ລາວ ປັບປຸງການຂໍອະນຸຍາດດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃຫ້ມີຄວາມງ່າຍດາຍຂຶ້ນ


ສປປ ລາວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ປັບປຸງການຂໍອະນຸຍາດດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃຫ້ມີຄວາມງ່າຍດາຍຂຶ້ນ ເພື່ອດຶງດູດການລົງທຶນ ແລະ ພື່ອເຮັດໃຫ້ ການດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃນປະເທດໄດ້ຮັບການອຳນວຍຄວາມສະດວກ ແລະ ປະສົບຜົນສຳເລັດໃນທີ່ສຸດ.

ໂດຍອີງຕາມ ການລາຍງານຂອງ ໜ່ວຍ​ງານ ຂະ​ແໜງ​ການ​ຄ້າ ແລະ ພາກ​ເອກະ​ຊົນ, ກະຊວງອຸດສາຫະກຳ ແລະ ການຄ້າ. ໃນໄລຍະຜ່ານມາ, ການຂໍໃບອະນຸຍາດດຳເນີນທຸລະກິດໃນຂະແໜງການນີ້ ແມ່ນມີຄວາມທ້າທາຍພໍສົມຄວນ. ຜູ້ປະກອບການ ໄດ້ປະເຊີນກັບສະພາບແວດລ້ອມດ້ານລະບຽບການຂອງການດຳເນີນທຸລະກິດ ທີ່ສະຫຼັບຊັບຊ້ອນ. ຫຼາຍອົງກອນຂອງລັດ ແລະ ຫຼາຍກະຊວງ ທີ່ມີສ່ວນຮ່ວມໃນຂະບວນອອກໃບອະນຸຍາດການດຳເນີນທຸລະກິດ ໂດຍແຕ່ລະ ພາກສ່ວນຂອງລັດ ມີຂໍ້ກຳນົດ ແລະ ຂັ້ນຕອນຂອງຕົນເອງ. ຜູ້ປະກອບການຕ້ອງປະຕິບັດຕາມລະບຽບການ ທີ່ຕິດພັນ ກັບການຂໍອະນຸຍາດດຳເນີນທຸລະກິດ, ການຊຳລະອາກອນ, ການນຳໃຊ້ທີ່ດິນ, ຜົນກະທົບດ້ານສິ່ງແວດລ້ອມ ແລະ ອື່ນໆ. ການປະຕິບັດຕາມລະບຽບການເຫຼົ່ານີ້ ອາດເປັນເລື່ອງຍາກ ໂດຍສະເພາະນັກລົງທຶນຕ່າງປະເທດ ທີ່ບໍ່ຄຸ້ນເຄີຍກັບ ຂະບວນການດ້ານລະບຽບການ ໃນປະເທດລາວ.​ ຜູ້ລົງທຶນຍັງຈົ່ມວ່າຕໍ່ກ່ຽວກັບຄວາມຫຼ້າຊ້າ ແລະ ຄວາມສະຫຼັບຊັບຊ້ອນຂອງການຂໍອະນຸຍາດດຳເນີນທຸລະກິດ ແລະ ລະບຽບການຕ່າງໆທີ່ຕິດພັນກັບດໍາເນີນທຸລະກິດໃນ ສປປ ລາວ.

ເພື່ອແກ້ໄຂຄວາມທ້າທາຍເຫຼົ່ານີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ດຳເນີນການຢ່າງຈິງຈັງ ເພື່ອປັບປຸງຂັ້ນຕອນການອອກໃບອະນຸຍາດດຳເນີນທຸລະກິດ ດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ ແລະ ບັດພະນັກງານນໍາທ່ຽວ ໃນປີ 2021 ໂດຍເປັນສ່ວນໜຶ່ງຂອງຄວາມພະຍາຍາມ ເພື່ອຈັດຕັ້ງ ປະຕິບັດຄຳສັ່ງນາຍົກສະບັບເລກທີ 03/ນຍ ລົງວັນທີ 21 ເດືອນມັງກອນ ປີ 2020 ວ່າດ້ວຍການປັບປຸງ ວຽກງານການບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ. ຂັ້ນຕອນໃໝ່ນີ້ສາມາດສົ່ງເສີມວິທີການຂໍອະນຸຍາດ ໃນຂະແໜງທ່ອງທ່ຽວ ໃຫ້ມີຄວາມສະດວກ, ງ່າຍດາຍ, ຫຼຸດຂັ້ນຕອນ ແລະ ຂັ້ນຂອດທີ່ບໍ່ຈຳເປັນ.

ການປັງປຸງທີ່ສຳຄັນນີ້ ແມ່ນໄດ້ຖືກນຳໃຊ້ໃນຂະແໜງການທ່ອງທ່ຽວ ເພື່ອຫຼຸດຄວາມຕ້ອງການຂອງບັນດາເອກະສານ ໃນຂະບວນການລິເລີ່ມທຸລະກິດ. ດ້ວຍເຫດນີ້, ນັກລົງທຶນຜູ້ທີ່ຕ້ອງການຂໍໃບອະນຸຍາດດຳເນີນທຸລະກິດ ໃນຂະແໜງການທ່ອງທ່ຽວ ໃນປັດຈຸບັນ ຕ້ອງສົ່ງເອກະສານພຽງ 03 ເຖິງ 05​ ຢ່າງ ເຊິ່ງຫຼຸດລົງຫຼາຍເມື່ອທຽບໃສ່ ລະບຽບການ ໃນເມື່ອກ່ອນ ທີ່ຕ້ອງການເອກະສານຈຳນວນ 26, 19, 11 ແລະ 7 ຢ່າງ ຕາມລໍາດັບ. ນອກຈາກນີ້ ເວລາທີ່ໃຊ້ ໃນການຂໍອະນຸຍາດດຳເນີນທຸລະກິດໃນຂະແໜງການທ່ອງທ່ຽວ ເຊິ່ງເມື່ອກ່ອນໃຊ້ເວລາປະມານ ສອງ ຫາ ສາມອາທິດ ຫຼື 21 ວັນ ໄດ້ປັບປຸງໃຫ້ເຫຼືອພຽງ 9 ວັນ ສຳລັບອອກໃບອະນຸຍາດດຳເນີນທຸລະກິດສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ ແລະ 5 ວັນ ສຳລັບອອກບັດພະນັກງານນຳທ່ຽວ. ການປັບປຸງເຫຼົ່ານີ້ ມີເປົ້າໝາຍ ເພື່ອຫຼຸດຜ່ອນຄວາມຊັບຊ້ອນ ແລະ ໄລຍະເວລາຂອງຂັ້ນຕອນການລິເລີ່ມ ແລະ ດຳເນີນທຸລະກິດໃນຂະແໜງການ ທ່ອງທ່ຽວ ໃຫ້ມີປະສິດທິພາບ ແລະ ດຶງດູດນັກລົງທຶນໃຫ້ໄດ້ຫຼາຍຂຶ້ນ.

ການປັບປຸງດັ່ງກ່າວໄດ້ຕັດເອກະສານຈຳນວນໜຶ່ງອອກ ເຊັ່ນ: ໃບຢັ້ງຢືນສຸຂະພາບ, ຊີວະປະຫວັດຫຍໍ້ຂອງພະນັກງານ, ບົດວິພາກເສດຖະກິດ, ບົດປະເມີນສິ່ງແວດລ້ອມ ແລະ ອື່ນໆ ເຮັດໃຫ້ຂະບວນການ ອອກໃບອະນຸຍາດ ມີປະສິດທິພາບຫຼາຍຂຶ້ນ. ສໍາລັບຂັ້ນຕອນ ການຂໍສືບຕໍ່ດໍາເນີນທຸລະກິດ ຕ້ອງການພຽງເອກະສານສາມສະບັບ ເຊິ່ງລວມມີ ຄໍາຮ້ອງຂໍສືບຕໍ່ດໍາເນີນທຸລະກິດ, ສໍາເນົາໃບອະນຸຍາດດຳເນີນທຸລະກິດ, ແລະ ໃບຊຳລະອາກອນປະຈໍາປີຫຼ້າສຸດ.

ດັ່ງນັ້ນຂະບວນການອອກໃບອະນຸຍາດ ທີ່ສະດວກ ແລະ ງ່າຍດາຍ ຈະຊ່ວຍຫຼຸດເວລາ ແລະ ຄວາມຫຍຸ້ງຍາກ ຂອງຂັ້ນຕອນ ການຂໍອະນຸຍາດ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ການປ່ຽນແປງໃນຂະບວນການອອກໃບອະນຸຍາດ ຖືເປັນບາດກ້າວສຳຄັນ ສຳລັບຄວາມພະຍາຍາມຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການສົ່ງເສີມ ສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນປະເທດ ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ໃຫ້ມີຄວາມເປັນມິດ ແລະ ມີປະສິດທິພາບ ຫຼາຍຂຶ້ນ.

ສາມາດອ່ານຂັ້ນຕອນດຳເນີນການຂໍອະນຸຍາດເປີດທຸລະກິດໃນຂະແໜງການທ່ອງທ່ຽວສະບັບເຕັມໄດ້ທີ່: https://www.t4dlaos.org/lo/2024/02/13/%E0%BA%AA%E0%BA%9B%E0%BA%9B-%E0%BA%A5%E0%BA%B2%E0%BA%A7-%E0%BA%9B%E0%BA%B1%E0%BA%9A%E0%BA%9B%E0%BA%B8%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%82%E0%BB%8D%E0%BA%AD%E0%BA%B0%E0%BA%99%E0%BA%B8%E0%BA%8D/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/