ເປັນຫຍັງກິນ “ແປ້ງນົວ” ຈຶ່ງຄໍແຫ້ງ ແລະ ຢາກກິນນ້ຳ


ເຄີຍເປັນກັນຫຼືບໍ່? ວ່າກິນອາຫານທີ່ຣົດຊາດດີເລີດ! ຖືກປາກ ແຕ່ກິນແລ້ວຄໍແຫ້ງ ເຊື່ອວ່າຫຼາຍຄົນຈະເວົ້າວ່າ “ຮ້ານນີ້ໃສ່ແປ້ງນົວຫຼາຍ” ແນ່ອນວ່າ ຫຼາຍຄົນຄິດວ່າມັນເປັນສາເຫດທີ່ເຮັດໃຫ້ຄໍແຫ້ງ ແລະ ຢາກກິນນ້ຳຢູ່ຕະຫຼອດເວລາ ມື້ນີ້ທາງ LaoX ຈະພາໄປຫາຄຳຕອບພ້ອມໆກັນ.

ສາເຫດທີ່ເຮັດໃຫ້ມີການຄໍແຫ້ງ ແລ້ວຮູ້ສຶກຢາກນ້ຳ ມາຈາກອາຫານທີ່ມີຣົດຈັດຈ້ານຫຼາຍເກີນໄປ ເຮັດໃຫ້ເຮົາຮູ້ສຶກຄໍແຫ້ງ ກະຫາຍນ້ຳຫຼາຍຂຶ້ນ ຫາກມີສ່ວນປະກອບຂອງໂຊດຽມໃນເຄື່ອງປຸງຫຼາຍເທົ່າໃດ ເມື່ອເຮົາກິນເຂົ້າໄປແລ້ວກໍຈະເຮັດໃຫ້ເລືອດມີຄວາມເຂັ້ມຂຸ້ນຂຶ້ນ ຮ່າງກາຍຈຶ່ງຕ້ອງການນ້ຳເພື່ອປັບສົມດຸນນັ້ນເອງ.

ເພາະສະນັ້ນຫາກບໍ່ຢາກຄໍແຫ້ງ ແລະ ກະຫາຍນ້ຳ ກໍຕ້ອງຫຼີກເວັ້ນອາຫານທີ່ມີຣົດຈັດ ແລະ ມີໂຊດຽມຫຼາຍ ເຊັ່ນ ອາຫານປະເພດຕຳ. ການກິນແປ້ງນົວ ໃຫ້ປອດໄພ ດ້ວຍການປຸງອາຫານທີ່ສົດໃໝ່ຂຶ້ນມາເອງ ນັບວ່າເປັນວິທີທີ່ດີຕໍ່ສຸຂະພາບ ເພາະເຮົາສາມາດຄວບຄຸມເຄື່ອງປຸງໄດ້ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/