Bitcoin ດັນຕະຫຼາດແຕະລະດັບ 52,000 ໂດລາຄັ້ງທຳອິດໃນຮອບ 2 ປີ ຍາດຄືນມູນຄ່າໃນຕະຫຼາດກວ່າ 1 ພັນຕື້ໂດລາ


ຕະຫຼາດຄຶກຄື້ນ! ຫຼັງຈາກລາຄາຂອງ Bitcoin (BTC) ເພີ່ມຂຶ້ນເປັນ 52,000 ໂດລາໃນວັນພຸດທີ່ຜ່ານມາ. ເຮັດໃຫ້ຣາຊາ Crypto ກັບຄືນໄປຢືນຢູ່ເໜືອລະດັບມູນຄ່າຕະຫຼາດ 1 ພັນຕື້ໂດລາອີກຄັ້ງພາຍໃນຮອບ 26 ເດືອນ, ໂດຍນັກເທຣດເບິ່ງວ່ານີ້ເປັນພຽງແຕ່ຈຸດເລີ່ມຕົ້ນເທົ່ານັ້ນ ແລະ ລາຄາອາດຈະເພີ່ມສູງຂຶ້ນໄປອີກ.

ຫຼັງຈາກທີ່ລາຄາຂອງ Bitcoin ໄດ້ສະດຸດກ່ຽວກັບການປະກາດອັດຕາເງິນເຟີ້ຂອງສະຫະລັດ ເຊິ່ງອອກມາສູງກວ່າທີ່ຄາດໄວ້ ໃນວັນອັງຄານທີ່ຜ່ານມາ, ເຮັດໃຫ້ລາຄາຂອງ Bitcoin ຫຼຸດລົງຕໍ່າກວ່າລະດັບ 50,000 ໂດລາ, ແຕ່ລາຊາ crypto ກໍບໍ່ຫວັ່ນ ແລະ ສະບັດ​ຄວາມ​ກົດ​ດັນ​ດັ່ງກ່າວ​ແລ້ວ​ກັບຄືນ​ມາ​ ​ແລະ ​ໄດ້​ຟື້ນ​ຕົວ​ຄືນສູ່​ລະດັບ​ລາຄາ​ທີ່​ສຳຄັນ​ເໜືອ​ລະດັບ 50,000 ​ໂດ​ລາ​ອີກຄັ້ງ​ໃນ​ຊ່ວງການ​ຊື້​ຂາຍ​ຂອງ​ຢູໂຣບ. ໂດຍໃນຕະຫຼອດປະຫວັດສາດຂອງ Bitcoin ທີ່ຜ່ານມາເຄີຍປິດຕະຫຼາດ (ໃນເວລາທ່ຽງຄືນ UTC) ສູງກວ່າ 50,000 ໂດລາພຽງແຕ່ 145 ມື້ (ອີງຕາມດັດຊະນີລາຄາ Bitcoin ຂອງ CoinDesk – XBX).

ການເພີ່ມຂຶ້ນຂອງ Bitcoin ໃນວັນພຸດທີ່ຜ່ານມາ ຊ່ວຍໃຫ້ມູນຄ່າຕະຫຼາດຂອງ Bitcoin ກັບຄືນສູ່ລະດັບ 1 ພັນຕື້ໂດລາ ຫຼັງຈາກການຫຼຸດຫາຍໄປໃນເດືອນທັນວາ 2021. Bitcoin ເພີ່ມຂຶ້ນ 4.7% ໃນ 24 ຊົ່ວໂມງທີ່ຜ່ານມາ ເຊິ່ງນີ້ແມ່ນຢູ່ໃກ້ກັບດັດຊະນີ CoinDesk20 (CD20) ທີ່ເພີ່ມຂຶ້ນເຊັ່ນກັນ.

ທັງນີ້, ຕະຫຼາດ Altcoin ກໍໄດ້ມີການປັບຕົວຕາມ Bitcoin, ໂດຍ ADA ຂອງ Cardano ແລະ ຫຼຽນ meme ຍອດນິຍົມ dogecoin (DOGE) ຕ່າງກໍເພີ່ມຂຶ້ນ 6% ໃນມື້ດຽວກັນ. ສໍາລັບ Ether (ETH) ແມ່ນເພີ່ມຂຶ້ນຫຼາຍກວ່າ 5% ເປັນ 2,750 ໂດລາ ເຊິ່ງແມ່ນລາຄາສູງສຸດນັບຕັ້ງແຕ່ເດືອນພຶດສະພາ 2022.

ທ່າມກາງກະແສຂາຂຶນຂອງ Bitcoin, ບັນດານັກລົງທຶນກໍໄດ້ຄາດການວ່າ ລາຄາຂອງ Bitcoin ອາດຈະເພີ່ມຂຶ້ນສູງເຖິງ 75,000 ໂດລາໃນເດືອນໜ້າ. ໃນຂະນະທີ່ບາງສ່ວນກັບແນມເຫັນວ່າຈະເພີ່ມຂຶ້ນຮອດ 64,000 ໂດລາໃນອາທິດຂ້າງໜ້າ. ເຊິ່ງສາເຫດມາຈາກຄວາມຕ້ອງການທີ່ເພີ່ມຂຶ້ນ ETF ທີ່ເພີ່ມຂຶ້ນ.

ໂດຍແຮງໜຸນທີ່ສຳຄັນແມ່ນມາຈາກກະແສການໄຫຼເຂົ້າຂອງກອງທຶນ Sport ETF Bitcoin ທີ່ຈົດທະບຽນຢູ່ໃນສະຫະລັດ, ໂດຍກອງທຶນ IBIT ຂອງ BlackRock ມີກະແສເງິນສຸດທິໄຫຼເຂົ້າເກືອບ 500 ລ້ານໂດລາໃນວັນອັງຄານ ເຊິ່ງກົງກັນຂ້າມກັບ Grayscale Bitcoin Trust (GBTC) ທີ່ມີການຊະລໍຕົວໃນການໄຫຼອອກ.

ຢ່າງໃດກໍຕາມ, ການໄຖ່ຖອນຈາກກອງທຶນ GBTC ອາດຈະເພີ່ມຂຶ້ນໃນໄວໆນີ້ຫຼັງຈາກທີ່ Genesis ຜູ້ໃຫ້ກູ້ crypto ທີ່ລົ້ມລະລາຍໄດ້ຮັບການອະນຸມັດຈາກໃນການຂາຍຮຸ້ນ GBTC ມູນຄ່າ 1.3 ຕື້ໂດລາ.

ທີ່ມາ:

coindesk

coindesk2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/