ກຣີນແລນຂຽວຂຶ້ນ ແຕ່ເປັນສັນຍານວ່າ “ໂລກກຳລັງຮ້ອນຂຶ້ນ”


ງານວິໄຈໃໝ່ພົບວ່າປະເທດກຣີນແລນ ສູນເສຍນ້ຳກ້ອນໄປເກີນ 30,000 ກິໂລຕາແມັດ ໃນໄລຍະ 30 ປີ ດ້ວຍພາວະໂລກຮ້ອນ ແລະ ວິກິດການປ່ຽນແປງສະພາບອາກາດຂອງໂລກໄດ້ເຮັດໃຫ້ນ້ຳກ້ອນລະລາຍໄປຈຳນວນມະຫາສານ ອາກາດທີ່ອຸ່ນຂຶ້ນກໍເຮັດໃຫ້ທີພື້ນທີ່ສີຂຽວເພີ່ມຫຼາຍຂຶ້ນ ຈົນມີແນວໂນ້ມວ່າ ກຮີນແລນ ກຳລັງຈະຂຽວຕາມຊື່.

ພື້ນທີ່ສີຂຽວຂອງກຣີນແລນເພີ່ມຫຼາຍກວ່າ 2 ເທົ່າ ແຕ່ກໍເປັນສັນຍານບົ່ງຊີ້ວ່າໂລກກຳລັງພົບບັນຫາ “ໂລກຮ້ອນ” ການລະລາຍຂອງນ້ຳກ້ອນຍັງມີສ່ວນເຮັດໃຫ້ໂລກຮ້ອນຂຶ້ນອີກດ້ວຍ ແນ່ນອນວ່າສົ່ງຜົນກະທົບໂດຍກົງ ເຊິ່ງອຸນຫະພູມທີ່ສູງຂຶ້ນ ກໍ່ໃຫ້ເກີດການລະລາຍຂອງຊັ້ນ Permafrost ເປັນຊັ້ນນ້ຳກ້ອນໃຕ້ພື້ນໂລກ ໂດຍການລະລາຍນັ້ນຈະປ່ອຍກ໊າສຄາບອນໄດອັອກໄຊ ແລະ ມີເທນ ທີ່ເຮັດໃຫ້ໂລກຮ້ອນຂຶ້ນນັ້ນເອງ.
ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/