ພາກທຸລະກິດລາວ ແນມຫາໂອກາດ ດຶງດູດການລົງທຶນຈາກອິນເດຍ


ເມື່ອບໍ່ດົນມານີ້ ລາວ-ອິນເດຍ ໄດ້ຈັດກອງປະຊຸມ ແລກປ່ຽນດ້ານການລົງທຶນ ສົ່ງເສີມການຄ້າ ແລະ ເສດຖະກິດ ເພື່ອແລກປ່ຽນ ແລະ ແນມຫາໂອກາດການຮ່ວມມືກັນເພື່ອພັດທະນາສົ່ງເສີມ ການຄ້າ-ເສດຖະກິດ ຂອງທັງ ລາວ ແລະ ອິນເດຍ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 12 ກຸມພາ 2024 ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປຣາຊານ ອາກຣໍວາລ ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ຣາຈິບ ສິງ (Rajiv Singh) ຜູ້ອຳນວຍການໃຫຍ່ສະພາການຄ້າອິນເດຍ, ທ່ານ ດາໂຕ້ ຣາເມສ ໂກດຳມໍ (Dato Ramesh Kodammal) ປະທານສະພາທຸລະກິດອາຊຽນ-ອິນເດຍ, ພ້ອມດ້ວຍພະນັກງານວິຊາການ ຈາກພາກສ່ວນລັດ ແລະ ເອກະຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ທະນົງສິງ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ໃນກອງປະຊຸມຄັ້ງນີ້, ຫວັງວ່ານັກທຸລະກິດອິນເດຍ ຫຼື ສະພາທຸລະກິດອາຊຽນ-ອິນເດຍ ຈະຊ່ວຍສົ່ງເສີມການລົງທຶນ ແລະ ພັດທະນາຢູ່ ສປປ ລາວ ໂດຍສະເພາະການຮ່ວມມືກັບບໍລິສັດລາວ ໃນຫລາຍຂະແໜງການ ເພື່ອຕ່າງຝ່າຍຕ່າງພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ການລົງທຶນທຸລະກິດຢູ່ລາວ ບໍ່ພຽງແຕ່ສາມາດເຂົ້າເຖິງຕະຫຼາດລາວ ແຕ່ຍັງສາມາດເຂົ້າເຖິງຕະຫຼາດອາຊຽນ ອີກດ້ວຍ.

 ປັດຈຸບັນ, ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ມີຫຼາຍໂຄງການພາຍໃຕ້ການພັດທະນາ ແລະ ຕ້ອງການຄວາມຊ່ວຍເຫຼືອຈາກ ນັກທຸລະກິດຕ່າງປະເທດໃນຫຼາຍຂະແໜງການເຊັ່ນ: ໂຄງການພະລັງງານ, ກໍ່ສ້າງ, ຂົວທາງ, ກະສິກຳ, ໂຮງແຮມ, ທ່ອງທ່ຽວ, ໄອຊີທີ, ແຜ່ນແພ ແລະ ອື່ນໆ.

ໃນໄລຍະຜ່ານມາ ການຮ່ວມມືລະຫວ່າງສະພາການຄ້າລາວ ແລະ ສະພາທຸລະກິດອິນເດຍ ແມ່ນເຮັດວຽກນຳກັນຢ່າງໃກ້ຊິດ ໂດຍໄດ້ຊຸກຍູ້ໃຫ້ພາກສ່ວນທຸລະກິດມີສ່ວນຮ່ວມ, ຮ່ວມມື ແລະ ເຂົ້າຮ່ວມງານສຳຄັນຕ່າງໆ ໂດຍສະເພາະ ກອງປະຊຸມອິນໂດປາຊີຟິກ, ກອງປະຊຸມທຸລະກິດ ອາຊຽນ-ອິນເດຍ, ກອງປະຊຸມທຸລະກິດຕ່າງໆ, ງານວາງສະແດງສິນຄ້າ, ການພົບປະຜູ້ຊື້-ຜູ້ຂາຍ, ການແລກປ່ຽນຢ້ຽມຢ້າມບັນດາການນຳຂັ້ນສູງ ລະຫວ່າງ ປະເທດລາວ-ອິນເດຍ ແລະ ອື່ນໆ; ປະເທດອິນເດຍ ມີເສດຖະກິດທີ່ດີ ເຊິ່ງເປັນຕະຫຼາດຂະໜາດໃຫຍ່ສຳລັບການສົ່ງອອກສິນຄ້າຈາກ ສປປ ລາວ ແລະ ທ່າແຮງການລົງທຶນດ້ານອຸດສາຫະກຳໃນ ສປປ ລາວ.

ພ້ອມນີ້, ຍັງມີໂອກາດສູງໃນການລົງທຶນດ້ານກະສິກຳ ແລະ ປຸງແຕ່ງອາຫານ, ການຂຸດຄົ້ນແຫຼ່ງຊັບພະຍາກອນບໍ່ແຮ່, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ສາມາດພັດທະນາໄດ້ ໃນ ສປປ ລາວ ເຊິ່ງການພົບປະໃນຄັ້ງນີ້, ໄດ້ເປີດໂອກາດໃນການແລກປ່ຽນດ້ານການລົງທຶນທີ່ຈະສາມາດສົ່ງເສີມການຄ້າ ແລະ ເສດຖະກິດ ລະຫວ່າງສອງຝ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມນີ້, ຍັງໄດ້ແລກປ່ຽນປະສົບການດ້ານທຸລະກິດທີ່ດີເຊັ່ນ: ດ້ານບໍ່ແຮ່, ເຫຼັກ, ໂລຈິສຕິກ, ການຂົນສົ່ງ, ການທ່ອງທ່ຽວ, ການຮັກສາສຸຂະພາບ, ກະສິກຳ, ພື້ນຖານໂຄງລ່າງ, ແຜ່ນແພ ແລະ ອື່ນໆ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/