ເປັນຫຍັງຫວຽດນາມ ຈຶ່ງເນື້ອຫອມ ດຶງດູດການລົງທຶນ FDI ໄດ້ເຖິງ 36,6 ຕື້ໂດລາ ກາຍເປັນແຫຼ່ງລົງທຶນທີ່ໜ້າສົນໃຈ ຂອງອາຊຽນ


ໃນ ປີ 2023 ທີ່ຜ່ານມາ ສສ. ຫວຽດນາມ ປະເທດໃກ້ບ້ານເຮົາ ຖືເປັນອີກໜຶ່ງປະເທດໃນອາຊຽນ ທີ່ເນື້ອຫອມ ອີກປະເທດໜຶ່ງ ທີ່ໄດ້ຮັບຄວາມສົນໃຈຈາກນັກລົງທຶນຕ່າງຊາດ, ໂດຍໃນປີ ທີ່ຜ່ານມາ  ຫວຽດນາມ ສາມາດດຶງດູດການລົງທຶນ FDI ໄດ້ເຖິງ 36,6 ຕື້ໂດລາ ເພີ່ມຂຶ້ນ 32,1% ຈາກປີ 2022 ຖືເປັນການເພີ່ມຂຶ້ນສູງສຸດໃນຮອບ 5 ປີ.

ໂດຍສາເຫດຫຼັກທີ່ເຮັດໃຫ້ ຫວຽດນາມ ກາຍເປັນແຫຼ່ງລົງທຶນ ກໍຈະແມ່ນມີຫຼາຍປັດໄຈ ທັງໃນເລື່ອງຂອງ ນະໂຍບາຍການລົງທຶນ ຈາກລັດຖະບານ, ຄວາມໄດ້ປຽບທາງດ້ານພູມສັນຖານ, ຂະໜາດເສດຖະກິດ ທີ່ມີການເຕີບໂຕຂຶ້ນເລື້ອຍໆ ແລະ ອື່ນໆອີກຫຼາຍຢ່າງ. ໂດຍມື້ນີ້ ຈະພາມາເບິ່ງ ເຫດຜົນ ແລະ 5 ແຂວງຂອງຫວຽດນາມທີ່ສາມາດດຶງດູດການລົງທຶນໄດ້ຫຼາຍທີ່ສຸດ.

ອັນດັບທີ 1 ໂຮ່ຈີມິນ ເພາະເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ ຄອງສັດສ່ວນ FDI ສູງສຸດໃນປີ 2023 ດ້ວຍທຶນຈົດທະບຽນໃໝ່ຈຳນວນ 5.850 ລ້ານໂດລາ. ໂດຍໂຮ່ຈີມິນ ຖືເປັນເມືອງສູນກາງທາງການເງິນຂອງຫວຽດນາມ ແລະ ເປັນສູນກາງທາງເສດຖະກິດຂອງປະເທດ ກາຍເປັນແມ່ແຮງດຶງດູດການລົງທຶນ ດ້ວຍປັດໄຈສະໜັບສະໜູນຫຼາຍດ້ານ ທັງການທີ່ມີທ່າເຮືອໃຫຍ່ທີ່ສຸດໃນປະເທດ ມີສະໜາມບິນທີ່ມີການສັນຈອນຈຳນວນຫຼາຍ ຕັ້ງຢູ່ໃຈກາງພາກພື້ນ ອາຊີຕາເວັນອອກສຽງໃຕ້ ປະຊາກອນ 9 ລ້ານຄົນ ຫຼາຍກວ່າ 60% ເປັນໄວແຮງງານ ພ້ອມມີມະຫາໄລຊັ້ນນຳ ແລະ ສູນເຝິກອົບຮົມຫຼາຍແຫ່ງ ເອີ້ນໄດ້ວ່າເປັນແຫຼ່ງທີ່ມີແຮງງານຄຸນະພາບລວມຕົວກັນຢູ່ເປັນຈຳນວນຫຼາຍ.

ອັນດັບທີ 2 ໄຮຟອງ ທີ່ເປັນແຂວງ​ ທ່າ​ເຮືອ​ທີ່​ຈະ​ຮັບ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ໃນປີທີ່ຜ່ານມາ ມີຍອດ FDI ສູງເຖິງ  3.260 ລ້ານໂດລາ. ນະຄອນ​ໄຮ​ຟອງ​ແມ່ນ​ຢູ່​ເຂດ​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ. ຫ່າງຈາກນະຄອນຫຼວງຮ່າໂນ້ຍໄປທາງທິດຕາເວັນອອກປະມານ 120 ກິໂລແມັດ, ເປັນເມືອງແຄມທະເລໃຫຍ່ທີ່ສຸດຂອງພາກເໜືອຂອງຫວຽດນາມ, ມາຮອດປີ 2021, ມັນມີປະຊາກອນຫຼາຍທີ່ສຸດເປັນອັນດັບທີ 7 ຂອງປະເທດ. ເມືອງດັ່ງກ່າວໄດ້​ກາຍ​ເປັນ​ນະ​ຄອນ​ອຸດ​ສາ​ຫະ​ກໍາ​ທີ່​ສໍາ​ຄັນ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​. ທ່າ​ເຮືອ ​ແມ່​ນ້ຳ Cam ຂອງ​ນະ​ຄອນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ່າ​ເຮືອ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ​ແລະ ມີ​ຄວາມ​ສາມາດຮອງຮັບ ​ການ​ຂົນ​ສົ່ງ​ສິນຄ້າ​ອອກ​ສູ່​ທະ​ເລ​ເປັນ​ຈຳນວນ​ຫຼວງ​ຫຼາຍ ນີ້​ເຮັດ​ໃຫ້​ແຂວງ​ດັ່ງກ່າວ​ເປັນ​ໜຶ່ງ​ໃນ​ບັນດາ​ແຂວງ​ທີ່​ດຶງ​ດູດ​ບັນດາ​ບໍລິສັດ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໝູ່.

ອັນດັບ 3 ກວາງນິນ ເມືອງ​ໜຶ່ງ​ຢູ່​ແຄມ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ກວາງ​ນິງ ​ໄດ້​ດຶງ​ດູດ​ການ​ລົງທຶນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຍ້ອນ​ຕັ້ງ​ຖິ່ນ​ຖານ​ຢູ່​ໃກ້​ກັບໄຮຟອງ, ທ່າ​ເຮືອ​ທີ່​ສຳຄັນ​ຂອງ​ປະ​ເທດ, ປີ 2023 ຈະ​ມີ​ການ​ລົງ​ທຶນ​ໃໝ່​ຢູ່​ກວາງ​ນິນ ດ້ວຍ​ມູນ​ຄ່າ 3.110 ລ້ານໂດລາ. ດ້ວຍແຮງສະໜັບສະໜູນຈາກ ທີ່​ຕັ້ງ​ພູມ​ສາດ​ ທາງຫຼວງ ແລະ ທາງເຂົ້າທ່າເຮືອ ທີ່ຢູ່ໃກ້ກັບປະເທດຈີນ ​ແລະ ​ການຊຸກຍູ້ຈາກລັດຖະບານ ໃນການດຶງ​ດູດ FDI ຂອງ​ແຂວງ ກວາງ​ນິນ ​ເຮັດໃຫ້ໄດ້​ເຮັດ​ໃຫ້​ແຂວງ ກວາງ​ນິນ ​ໄດ້​ຮັບ​ການ​ຍົກ​ລະດັບ​ບັນດາ​ຕົວ​ເມືອງ​ທີ່​ດຶງ​ດູດ FDI ຢ່າງ​ວ່ອງ​ໄວ.

ອັນດັບ 4 ບັກຊາງ ເມືອງທີ່ຕິດກັບເມືອງຫຼວງຮາໂນຍ ເປັນ​ອັນ​ດັບ​ທີ 4 ດ້ວຍ​ຍອດ​ມູນ​ຄ່າ​ການ​ລົງທຶນ​ໃໝ່​ທີ່​ຂຶ້ນ​ທະບຽນ​ເປັນ​ມູນ​ຄ່າ 3.020 ລ້ານໂດລາ ​ໃນ​ປີ 2023. ບັກຊາງ ມີຂໍ້ໄດ້ປຽບທີ່ຕັ້ງຕິດກັບ ຮ່າໂນ້ຍ  ເມືອງນີ້ຈຶ່ງໄດ້ຮັບຄວາມນິຍົມຈາກບັນດາບໍລິສັດຕ່າງຊາດທີ່ເຂົ້າມາເພື່ອຕັ້ງເປັນຖານການຜະລິດໃນຫວຽດນາມ. ປັດຈຸບັນ ບັກຊາງ ເປັນທີ່ຕັ້ງຂອງກຸ່ມອຸດສາຫະກຳ ຢ່າງໜ້ອຍ 36 ກຸ່ມ ກະຈາຍຢູ່ເທິງພື້ນທີ່ ກວ່າ 682 ເຮັກຕ້ສ ແລະ ກາຍເປັນສູນກາງຫຼັກສຳລັບບໍລິສັດຕ່າງຊາດ ທີ່ເຂົ້າໄປຕັ້ງເປັນຖານຜະລິດອຸປະກອນ ເອເລັກໂຕຣນິກ ໃນປະເທດຫວຽດນາມ.

ອັນດັບ 5 ທ້າຍບິ່ນ ຫ່າງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄປ​ທາງ​ທິດຕາ​ເວັນ​ອອກ​ສຽງ​ໃຕ້​ປະມານ 100 ກິ​ໂລ​ແມັດ, ​ເປັນ​ອັນ​ດັບ​ທີ 5 ​ໃນ​ການ​ດຶງ​ດູດ​ການ​ລົງທຶນ ດ້ວຍ​ຈຳນວນ​ທຶນ​ໃໝ່​ເກືອບ 2,800 ລ້ານໂດລາ ​ໃນ​ປີ 2023. ປັດ​ໄຈ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າທ້າຍບິ່ນ​ ແມ່ນທີ່ຕັ້ງຢູ່ໃກ້ກັບທະເລ ຊັບ​ພະ​ຍາ​ກອນ​ທໍາ​ມະ​ຊາດທີ່ອຸດົມສົມບູນ, ການສະໜອງແຮງງານທີ່ພຽງພໍ ແລະໂຄງສ້າງພື້ນຖານທີ່ມີຄວາມພ້ອມສຳລັບການລົງທຶນ.

ໂດຍ​ລວມ​ແລ້ວ, ປີ 2023 ​ເປັນປີ​ທີ່​ດີ​ພໍສົມຄວນ​ຂອງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຢູ່ຫວຽດນາມ. ບົດບາດ​ໃນການເປັນ​ທາງ​ເລືອກ​ທີ່​ສຳຄັນ​ຂອງ​ຈີນ​ນັບ​ມື້​ນັບ​ຈະ​ແຈ້ງຂຶ້ນ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ​ກໍ​ມີ​ຄວາມ​ສະດວກ​ ​ຕໍ່​ການ​ລົງທຶນ​ຈາກ​ຕ່າງປະ​ເທດ.

vietnam-briefing

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/