ຮູບພາບ “ໝີຂົ້ວໂລກ” ນອນຫຼັບເທິງຍອດພູເຂົານ້ຳແຂງຊະນະຮາງວັນ Natural History Museum


ພິພິທະພັນ Natural History Museum ຂອງນະຄອນລອນດອນ ປະກາດຜູ້ຊະນະຮາງວັນ People’s Choice Awards ສາຂາ Wildlife Photography ປະຈຳປີ ໂດຍຜູ້ທີ່ຊະນະຮາງວັນໃນປີນີ້ກໍຄື Nima Sarikhani ຊ່າງພາບຊາວບຣິທິສ ດ້ວຍພາບທີ່ມີຊື່ວ່າ ‘Ice Bed’.

ໂດຍທາງອົງການໄດ້ຄັດເລືອກຮູບພາບຈາກຜູ້ເຂົ້າແຂ່ງຂັນຫຼາຍກວ່າ 50,000 ລາຍຊື່ ໃຫ້ເຫຼືອພຽງ 25 ລາຍຊື່ທີ່ໄດ້ເຂົ້າຮອບກ່ອນຈະໄດ້ຜູ້ຊະນະໄປໃນປີນີ້ ໂດຍຜູ້ອຳນວຍການແຫ່ງ Natural History Museum ຢ່າງ  Douglas Gurr ໄດ້ນິຍາມວ່າ ເປັນຮູບພາບທີ່ “ສະເທືອນອາລົມ” ພ້ອມເສີມວ່າ “ມັນເຮັດໃຫ້ເຮົາເຫັນຄວາມສວຍງາມ ແລະ ຄວາມບອບບາງຂອງໂລກເຮົາ”.

Nima Sarikhani ຖ່າຍຮູບພາບ Ice Bed ລະຫວ່າງໃຊ້ເວລາຢູ່ທີ່ ເກາະ Svalbard ປະເທດ ນໍເວຍ ໂດຍລາວໄດ້ກ່າວວ່າ “ຮູບພາບນີ້ສ້າງຄວາມຮູ້ສຶກສະທືອນໃຈຢ່າງໜັກກັບຫຼາຍຄົນທີ່ໄດ້ເຫັນ ໃນຕອນນີ້ທີ່ອຸນຫະພູມໂລກທີ່ປ່ຽນໄປ ຄືບັນຫາໃຫຍ່ທີ່ເຮົາກຳລັງພົບ ແຕ່ຂ້ອຍຫວັງວ່າຮູບນີ້ຈະຊ່ວຍໃຫ້ເກີດຄວາມຫວັງຂຶ້ນມາວ່າເຮົາຍັງຄົງມີເວລາໃຫ້ແກ້ໄຂສິ່ງທີ່ເຮົາກໍ່ໄວ້”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/