Vietjet ຂະຫຍາຍຕາໜ່າງການບິນ ຫວຽດນາມ-ຈີນ ດ້ວຍການເປີດຕົວ ຖ້ຽວບິນ ນະຄອນໂຮ່ຈີມິນ – ເສິງຕູ່


*ຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບເສັ້ນທາງລະຫວ່າງປະເທດທຸກເສັ້ນທາງ ສາມາດຈັບຈອງໄດ້ທຸກອາທິດ

(ນະຄອນຫຼວງວຽງຈັນ, ວັນທີ 12 ກຸມພາ 2024) – Vietjet ໄດ້​ສະເຫຼີມສະຫຼອງ​​ປີ​ໃໝ່​​ ດ້ວຍການ​ເລີ່ມເປີດ​ເສັ້ນທາງບິນ​ກົງ​ທີ່​ເຊື່ອມ​ຕໍ່​ ນະຄອນ ​ໂຮ່ຈີ​ມິນ ຫາ ​ເສິງຕູ່. ຖ້ຽວບິນໃໝ່ນີ້ ຈະເຮັດໃຫ້ນັກທ່ອງທ່ຽວໃນທະວີບມີທາງເລືອກໃນການເດີນທາງໃນຊ່ວງເດືອນມີນາ – ເມສານີ້. ພ້ອມ​ທັງ​ເພີ່ມ​ທະວີ​ການເຊື່ອມຕໍ່ທາງດ້ານການບິນ​ຂອງ​ຫວຽດນາມ ​ແລະ ຈີນ ພ້ອມ​ທັງ​ຊຸກຍູ້​ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ ​ແລະ ພາກ​ພື້ນ.

​ເປັນກຽດເຂົ້າ​ຮ່ວມ​ພິທີ​​ ທີ່ສະໜາມ​ບິນ​ສາກົນ Tan Son Nhat ມີ​ທ່ານ Wei Huaxiang, ກົງ​ສຸນ​ໃຫຍ່​ຈີນ​ປະຈຳ​ນະຄອນ​ໂຮ່ຈີມິນ ​ແລະ ທ່ານ Michael Hickey, ຫົວໜ້າ​ຝ່າຍ​ປະຕິບັດ​ການ Vietjet. ພ້ອມ​ກັນ​ຕ້ອນຮັບ​ຜູ້​ໂດຍສານ​ໃນ​ຖ້ຽວ​ບິນ​ທຳ​ອິດ​ຢ່າງ​ອົບ​ອຸ່ນ ​ແລະ ​ໄດ້​ອວຍພອນ​ການ​ປະຕິບັດ​ງານ​ໃໝ່​​ໃນ​ປີ​ມັງກອນນີ້.

ເສັ້ນທາງ ໂຮ່ຈີມິນ-ເສິງຕູ່ ໃຫ້ບໍລິການຖ້ຽວບິນໄປກັບ 7 ຖ້ຽວຕໍ່ອາທິດ, ໃຊ້ເວລາບິນກວ່າ 4 ຊົ່ວໂມງຕໍ່ຖ້ຽວ. ຖ້ຽວ​ບິນ​ຈາກ​ສະ​ໜາມ​ບິນ​ສາ​ກົນ Tan Son Nhat ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ ອອກ​ເດີນທາງ 19:10 (ຕາມ​ເວ​ລາ​ທ້ອງ​ຖິ່ນ) ແລະ ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ Chengdu Tianfu (TFU) ໃນ​ເວ​ລາ 00:15 ນາທີ ມື້ຕໍ່​ມາ (ຕາມ​ເວ​ລາ​ທ້ອງ​ຖິ່ນ). ​ໃນ​ອີກ​ຖ້ຽວ​ໜຶ່ງ​ຈາກ​ເມືອງ ເສິງຕູ່, ຖ້ຽວ​ບິນ​ອອກ​ 00:50 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ) ​ແລະ ​ຮອດ​ນະຄອນ​ໂຮ່ຈີ​ມິນ​ເວລາ 03:55 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ).

ລາຄາປີ້ໂດຍສານພຽງ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ແມ່ນສາມາດຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air, ໄດ້ທຸກເສັ້ນທາງລະຫວ່າງປະເທດຂອງ Vietjet. ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ຟຣີເພື່ອການເດີນທາງທີ່ປອດໄພ.

ນະຄອນໂຮ່ຈີມິນ​, ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ຫວຽດນາມ ​ແມ່ນ​ສູນ​ກາງ​ເສດຖະກິດ ​ແລະ ການ​ຄົມມະນາຄົມ​ຂອງ​ປະ​ເທດ. ນັກ​ທ່ອງ​ທ່ຽວ​ສາ​ມາດມ່ວນຊື່ນກັບສະ​ຖານ​ທີ່ ​ທີ່​ເປັນ​ສັນ​ຍະ​ລັກ​ຄື: ຕະ​ຫຼາດ​ Ben Thanh, ຫໍ​ສະ​ໝຸດ​ກາງ ແລະ ​ພະ​ຣາ​ຊະ​ວັງ​ເອ​ກະ​ລາດ ແລະ ​ອື່ນໆ​ອີກ​ຫຼາຍ​ແຫ່ງ. ນັກ​ທ່ອງ​ທ່ຽວ​ຍັງ​ສາມາດເພີດເພີນ​ກັບ​ຣົດ​ຊາດ​ອາຫານຂອງ​ຫວຽດ​ນາມແທ້ໆ​ເຊັ່ນ: ເຝີ, Banh Mi, ກາ​ເຟ​ໃສ່ໄຂ່ ແລະ​ ຍັງ​ມີ​ອາ​ຫານອີກຫຼາຍຢ່າງ​. ນະຄອນ​ໂຮ່ຈີ​ມິນ ຍັງເປັນ​ປະຕູ​ສູ່​ບັນດາ​ຈຸດໝາຍ​ທີ່​ໜ້າຈັບ​ອົກ​ຈັບ​ໃຈ​ຂອງ ຝູກັວກ, ດານັງ, ດາ​ລັດ… ​ໃຊ້ເວລາ​ພຽງ 1 ຊົ່ວ​ໂມງ ຍ້ອນ​ວ່າເຄືອ​ຂ່າຍ Vietjet ທີ່ກວ້າງຂວາງ.

ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ເມືອງ​ເສິງ​ຕູ່, ນະ​ຄອນ​ຫຼວງ​ຂອງ​ແຂວງ​ເສ​ສວນ, ເປັນ​ປະ​ຕູ​ສຳ​ຄັນ​ທີ່​ເຊື່ອມ​ຕໍ່​ຫຼາຍ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ ​ແລະ ​ສາ​ກົນ. ຍັງເປັນ “ບ້ານເກີດເມືອງນອນ” ຂອງ ໝີແພນດ້າ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ Jiuzhaigou – ມໍລະດົກໂລກທີ່ໄດ້ຮັບການຍອມຮັບຈາກອົງການ UNESCO. ນອກ​ຈາກ​ເສັ້ນ​ທາງ ​ເສິງ​ຕູ່ – ໂຮ່ຈີ​ມິນ, Vietjet ຍັງ​ໃຫ້ບໍລິການຖ້ຽວບິນ ຊຽງໄຮ້ – ໂຮ່ຈີ​ມິນ ແລະ ​ຖ້ຽວ​ບິນ​ອີກ​ຫຼາຍ​ຖ້ຽວ​ລະ​ຫວ່າງ​ຫວຽດ​ນາມ ແລະ ຕົວ​ເມືອງ​ອື່ນໆ​ຂອງ​ຈີນ​ຄື: Hangzhou, Tianjin, Xi’an, Shenzhen, Chongqing, Nanjing, Shijiazhuang, Harbin. , Lijiang ແລະ ອື່ນໆ.

ພິ​ເສດ, ​ໃນ​ຕອນ​ເຊົ້າ​ມື້ທຳອິດ​ຕົ້ນ​ປີ​ມັງກອນ, ຜູ້​ໂດຍສານ​ທີ່​ບິນ​ກັບ Vietjet ຢູ່​ສະໜາມ​ບິນ​ໃນ​ທົ່ວ​ຫວຽດນາມ ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ດ້ວຍ​ຮອຍ​ຍິ້ມ, ຄຳອວຍພອນ ​ແລະ ​ເງິນ​ຂອງຂວັນ​ຈາກ​ບັນດາ​ການ​ນຳ, ພະນັກງານ, ​ເຮືອ​ບິນ Vietjet ​ເພື່ອ​ແບ່ງປັນ​ຄວາມ​ມ່ວນຊື່ນ ​ແລະ ຄວາມ​ສຸກໃນເທສະການກຸດຫວຽດ.

ບິນກັບ Vietjet, ຜູ້ໂດຍສານສາມາດເພີດເພີນກັບອາຫານຫວຽດນາມ ແລະ ສາກົນເຊັ່ນ: Banh mi, Pho, dimsum, ແລະ ອື່ນໆ ໃຫ້ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ແລະ ພ້ອມໃຫ້ບໍລິການໃນເຮືອບິນທີ່ທັນສະໄໝ  ແລະ ເປັນມິດກັບສິ່ງແວດລ້ອມ.

Vietjet ຈະເປີດເສັ້ນທາງ ວຽງຈັນ-ໂຮ່ຈີມິນ ໃນອາທິດໜ້າ ວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ຄື: ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ເຊິ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ນັກ​ທ່ອງ​ທ່ຽວ​ຈາກ​ລາວ​ສາມາດ​ຖື​ໂອກາດ​ນີ້​ໃນ​ການ​ເດີນທາງ​ໄປ​ຫວຽດນາມ, ຍັງສາມາດເດີນທາງໄປ​ບັນດາ​ຈຸດໝາຍ​ປາຍທາງ​ເພື່ອສຳຜັດກັບປະສົບ​ການ ການເດີນທາງທີ່ໜ້າ​ຈົດ​ຈຳ​ໃນ​ລະດູໃບໄມ້ປົ່ງ​ທີ່​ຈະ​ມາ​ເຖິງ​ນີ້.

ຂໍ້ມູນເພີ່ມຕື່ມໄດ້ທີ່ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/