ບໍລິສັດ EV ໃນຈີນພົບເຫັນຊ່ອງວ່າງໃນການສົ່ງອອກສິນຄ້າ ໄປຍັງບັນດາປະເທດຕາເວັນອອກກາງໃນລາຄາທີ່ສູງກວ່າປົກກະຕິ


ບໍລິສັດ EV ຂອງຈີນໄດ້ພົບຄວາມຜິດປົກກະຕິ ຫຼັງຈາກການຂາຍລົດ EV 200 ຄັນໃນ 1 ເດືອນໃນລາຄາມື 1 , ​ແຕ່ກັບ​ພົບ​ວ່າ​ລົດ​ຄັນ​ດັ່ງກ່າວ​ຖືກ​ຂາຍ​ໃຫ້​ປະ​ເທດ​ຕາ​ເວັນ​ອອກ​ກາງ​ໃນ​ລາຄາ​ແພງ​ກວ່າ.

ພະນັກງານຂອງບໍລິສັດລົດໄຟຟ້າຂອງຈີນ Li Auto ສັງເກດເຫັນສິ່ງທີ່ຜິດປົກກະຕິໃນເວລາທີ່ພວກເຂົານັບຈໍານວນລົດທີ່ຂາຍໄດ້ໃນເດືອນກໍລະກົດ 2023 ໃນໄລຍະສາມອາທິດທໍາອິດຂອງເດືອນ. ອີງຕາມ Li Xiang, CEO ຂອງບໍລິສັດກ່າວວ່າ ມີລົດ 200 ຄັນທີ່ລົງທະບຽນໃນປະເທດຈີນ ແຕ່ບໍ່ເຄີຍເຮັດປະກັນໄພ ເຮັດໃຫ້ບໍ່ສາມາດນຳໃຊ້ໃນປະເທດໄດ້.

ເຊິ່ງຫຼັງ​ຈາກ​ກວດ​ສອບແລ້ວ​​ພົບ​ເຫັນ​ວ່າ ລົດເຫຼົ່ານັ້ນຖືກສົ່ງອອກ ແລະ ຂາຍເປັນລົດມືສອງຢູ່ຕ່າງປະເທດ ໂດຍສ່ວນໃຫຍ່ແມ່ນສົ່ງອອກໄປຍັງປະເທດອາຊີກາງ ແລະ ຕາເວັນອອກກາງ. Li Xiang ໄດ້ກ່າວວ່າ ລົດ SUV Li Auto L7 ທີ່ມີລາຄາໃນຈີນປະມານ 25,800 ໂດລາ ເມື່ອຖືກສົ່ງອອກໄປຂາຍໃນຕ່າງປະເທດຈະຢູ່ໃນລາຄາສູງຂຶ້ນແບບກ້າວກະໂດດທີ່ 70,897 ໂດລາ.

ເນື່ອງຈາກວ່າໃນປັດຈຸບັນ ລົດ EV ກຳລັງເປັນກະແສນິຍົມໃນທົ່ວໂລກ ແລະ ປະເທດຈີນກໍບໍ່ໄດ້ມີນາຍໜ້າຢ່າງເປັນທາງການ ເຮັດພວກຜູ້ຄ້າລາຍຍ່ອຍໃຊ້ປະໂຫຍດຈາກນະໂຍບາຍທີ່ອະນຸຍາດໃຫ້ຂາຍລົດຍົນທີ່ໃຊ້ແລ້ວໃນຕ່າງປະເທດໄດ້ໂດຍບໍ່ໄດ້ຮັບໃບອະນຸຍາດຈາກຜູ້ຜະລິດລົດຍົນ ເຊິ່ງຜູ້ຄ້າລາຍຍ່ອຍນີ້ເຫຼົ່ານີ້ຈະໃຊ້ກົນອຸບາຍກໍຄື ຈະລົງທະບຽນລົດໃໝ່ໃນປະເທດຈີນກ່ອນ ແລ້ວຫຼັງຈາກນັ້ນກໍຈະຈັດສົ່ງໄປຕ່າງປະເທດທັນທີ ເຊິ່ງນີ້ໝາຍຄວາມວ່າລົດເຫຼົ່ານີ້ແມ່ນຂອງມື 2 ໃນທາງເຕັກນິກ.

ເຊິ່ງເທຣນໃນການຂາຍລົດ EV ທີ່ໃຊ້ແລ້ວນີ້ແມ່ນມາຈາກ ຄວາມ​ຕ້ອງການ​ລົດ​ໄຟຟ້າ​ຢູ່​ຕ່າງປະ​ເທດ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ ຍ້ອນ​ຊ່ອງ​ວ່າງ​ໃນ​ນະ​ໂຍບາຍ​ການ​ຄ້າ​ຂອງ​ຈີນ​ທີ່​ອະນຸຍາດ​ໃຫ້​ລົດໃຊ້​ແລ້ວ​ສາມາດ​ຂາຍ​ຢູ່​ຕ່າງປະ​ເທດ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.

ໂດຍມີຣັດເຊຍ, ຄາຊັກສະຖານ ແລະ ຊາອຸດີອາຣະເບຍ ​ເປັນ​ປະ​ເທດ​ຈຸດໝາຍ​ປາຍທາງ​ຫຼັກ​ຂອງ​ລົດ​ໄຟຟ້າ “ມື​ສອງ” ​ເຫຼົ່າ​ນີ້. ​ເຊິ່ງໃນ​ປີ 2023, ຈີນ​ຈະ​ສົ່ງ​ອອກ​ລົດ​ຫຼາຍ​ກວ່າ 1 ​ແສນ​ຄັນ, ​ໃນ​ນັ້ນ​ສ່ວນ​ໃຫຍ່​ຈະ​ເປັນ​ລົດ​ໄຟຟ້າ ​ຫຼື ​ປລັກ​ອິນ​ແບບໄຮບຣິດ.

ຢ່າງໃດກໍຕາມ, ຜູ້ຊື້ລົດ EV ຂອງຈີນຍັງຄົງພໍໃຈກັບລາຄາທີ່ເຂົາເຈົ້າຈ່າຍໄປ, ເນື່ອງຈາກວ່າລົດ EV ຂອງຈີນມີລາຄາຕໍ່າ ແລະ ກຸ້ມກັບເງິນທີ່ຈ່າຍໄປ. ຈາກແຕ່ກ່ອນທີ່ເຄີຍເບິ່ງວ່າ ລົດຈາກຈີນທີ່ມີລາຄາຖືກ ມັກຈະມີຄຸນະພາບທີ່ຕໍ່າ.

ທີ່ມາ:

restofworld

sohu

stcn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/